ໂອ້ ບ້ານເກິນ ເບື້ອງຫລັງທີ່ຝັງໃຈ

ໂອ້ ບ້ານເກິນ
ເບື້ອງຫລັງທີ່ຝັງໃຈ♥️
ລຸງແຫວນ ຕາຕື່ນເຕັ້ນ ຫລຽວລໍ່າລໍາເຊ
ລາວລຸກເດິກ ຕື່ນນອນຕອນເຊົ້າ
ຝົນຝອຍຍ້ອຍ ຍອຍລົງຢົດລັ່ງ
ລາວຍ່າງຍ້າຍ ລົງນໍ້າງື່ມໄຫລ ພຸ້ນແລ້ວ
ແອວບ່ຽງຂ້ອງ ຫົວໃສ່ໃບກຸບ
ມືຈັບພາຍ ພໍ່າຄັນເບັດປ້ອງ
ແພຂະມ້າ ຄຽນຄີງແອວແກ່ນ
ຕີນເປົ່າປຶ້ງ ຫົວໂປ້ປ່ອງເຫວີ ແທ້ນ່າ
ເຖິງທ່ານໍ້າ ແຄມງື່ມງາມດີ
ຍັງມືດມົວ ສ່ອງແນມນໍາຫນ້າ
ເຮືອລໍານ້ອຍ ຄອງຄອຍລຽບຝັ່ງ
ມີສີ່ຂັ້ນ ຫົວທ້າຍລ່າຍກັນ ວ່ານ່າ
ເຮືອເລັ່ງຂຶ້ນ ຕ່າມຝັ່ງລວງໄຫລ
ເຖິງວັງເວີນ ບ່ອນລາວລົງເລື້ອຍ
ຄັນເບັດເຫລື້ອມ ໂອນເອນຖືກແກວ່ງ
ປິວສູ່ນໍ້າ ວັງກ້ວາງແກ່ວປາ ເຈົ້າເອີ້ຍ
ມືຈ່ອງນ້າວ ຊາວໃສ່ຄັນເບັດ
ປາປາກລອຍ ໄລ່ນໍາເຫລັກເຫລື້ອມ
ລຸງເລີຍຍິ້ມ ຍາມປາຕິດເຍື່ອ
ດຶງດົ່ງເຂົ້າ ເຖິງທ້າຍໃສ່ເຮືອ ແທ້ແລ້ວ
ຄາວເມື່ອນັ້ນ ປາງື່ມງອມຫລາຍ
ປາກສູດກົດ ຂ່າສະໂທງເຄິງຄ້າວ
ປາຊິວນ້ອຍ ລອຍໄປເປັນຫມູ່
ກົວແຕ່ເຈົ້າ ປາເປົ້າໄລ່ນໍາ ແທ້ນ່າ
ຕົກບ່າຍເຂົ້າ ລຸງຕ່າວຕາມທາງ
ແອວເຊະຊົງ ບ່າພຽງພາຍຂ້ອງ
ສຽງດັງກ້ອງ ລາວຄວນຂັບງື່ມ
ສາວສໍ່ານ້ອຍ ຫົວຍິ້ມງ່ຽງຟັງ ແທ້ແລ້ວ
ຕົກທ່ຽງເຂົ້າ ສຽງນັ່ນບົນແຊວ
ໃນເຮືອນຄົວ ມ່ວນກັນກຶກກ້ອງ
ຂຽງດັງຟື້ນ ກຶກກັນເປັນຄູ່
ມີສິ່ງແກ້ມ ກິນກ້ອຍໃສ່ບີ ແທ້ແລ້ວ
ດຽວນີ້ ໃຈອ່າວໂອ້ ຫາຖິ່ນດິນເຮົາ ແທ້ເດ້
ການຫາປາ ຄ່ອຍຄືຄາວກີ້ ບໍ່ນໍ່?
ນໍ້າງື່ມ ສາຍໃຈຂ້ອຍ ຍັງສົດໃສ ຄືເກົ່າ ຢູ່ບໍ່?
ພີ່ນ້ອງ ເຮົາງື່ມຂ້ອຍ ຮັກສາໄວ້ ງື່ມເຮົາ ແດ່ເນີ້
ໃຜເດ່ນໍ້ ຍັງຈື່ຈໍາຈົດ
ການເປັນມາ ງື່ມເຮົາຄວນເວົ້າ
ຮັກສາໄວ້ ຊົງຈໍາຈົດຈໍ່
ຊາວສໍ່ານ້ອຍ ຮຽນຮູ້ຢ່າລືມ ແທ້ເດີ້
(ບົດກອນ ພະຍາຍາມຕາມແບບ ກອນອ່ານປູ່ປາງຄໍາ ກຶນເຈັດ ມີການສໍາຜັດໃນ ທຽມຄູ່ ແຊກຄູ່ ແລະ ອື່ນໆ)
@ວິມາດອກບົວແກ້ວ
ເຫລົ່າຄືນ
ໃນມື້ລາງ ຂອງ ຕູ້ແຫວນ ທີ່ ໄດ້ອາໃສຢູ່ ເຮືອນ ຂອງ ພໍ່ຕູ້ແກ້ວແມ່ຕູ້ແກ້ວ ຂອງພວກເຮົາ.
ຄົນຫລຸ້ນອາວຸໂສ ຄົງຈະຈື່ໄດ້ ເຖິງວ່າວັນເວລາມັນໄດ້ຜ່ານມາເປັນຫລາຍສິບປີີແລ້ວ.
ຜູ້ນຸ່ມນ້ອຍ ຄືຕົນເອງ ແລະ ຫມູ່ຄູ່ຫລຸ້ນດຽວກັນ ໃນເມື່ອນັ້ນເປັນສາວເປັນບ່າວຊອນ ມາຮອດມື້ນີ້ ໄດ້ກາຍເປັນຜູ້ ອາວຸໂສໄປແລ້ວ ກໍຄົງຈະພໍຈື່ຈໍາເຫດການໄດ້ ແຕ່ ຜູ້ເກີດໃຫມ່ໃຫຍ່ລຸນ ຄົງບໍ່ຮູ້ເຖິງເຫດການນັ້ນໄດ້ແລ້ວ ຖ້າພໍ່ແມ່ບໍ່ເລົ່າສູ່ຟັງ.
ດັ່ງນັ້ນການເຫລົ່າຄືນ ເຖິງວິຖີຊີວິດຊາວບ້ານເກິນ ໃນເມື່ອກ່ອນ ທີ່ເປັນຄວາມຊົງຈໍາອັນດີຝັງໃຈ ອາດເປັນ ສິ່ງທີ່ດີ ຊ່ວຍໃຫ້ຄົນລຸ້ນໃຫມ່ທີ່ສົນໃຈ ໄດ້ຮູ້ຈັກ ສົມທຽບໄດ້ ເຖິງການປ່ຽນແປງມາເຖິງປະຈຸບັນ.
ນໍ້າງື່ມ ໄດ້ກາຍເປັນຈຸດໃຈກາງຕັ້ງແຕ່ດົານານມາ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການຊອກຫາທໍາມາຫາກິນລ້ຽງຊີວິດ ຂອງໄທບ້ານເກິນພວກເຮົາ.
ນໍ້າງື່ມ ເຄີຍອຸດົມສົມບູນໄປດ້ວຍປູປານາໆຊະນິດ ອໍານວຍເຮັດໃຫ້ການປູກຝັງອຸດົມສົມບູນ ແລະ ນໍ້າງື່ມຍັງອໍານວຍຄວາມສະດວກ ໃຫ້ແກ່ການໄປມາຫາສູ່ກັນ ຂອງໄທລ້ອງງື່ມຂອງພວກເຮົາ.
ເມື່ອກ້າວເຖິງຄວາມຫລັງ ທີ່ເປັນຄວາມຊົງຈໍາອັນດີ ກໍມີຄວາມຫວັງ ຢາກໃຫ້ ການຂະຫຍາຍຕົວຕໍ່ໄປທາງດ້ານສັງຄົມເສດທະກິດ ຂອງບ້ານເກິນ ແລະ ລ້ອງງື່ມຂອງພວກເຮົາ ຈົ່ງເປັນມິດກັບທໍາມະຊາດ ຮັກສາສະພາບແວດລ້ອມ ແລະ ໂດຍສະເພາະ ໃນການປົກປ້ອງຮັກສາ ເຮັດໃຫ້ນໍ້າງື່ມຈົ່ງສົດໃສ ອຸດົມສົມບູນ ກາຍເປັນສາຍໃຈຜູກພັນມິດຕະພາບຄວາມຮັກແພງຂອງຊາວລ້ອງງື່ມ ບໍ່ໃຫ້ຫາຍເຫືອດແຫ້ງໄປຈົນກວ່າກາລະນານດ້ວຍເຖີ້ນ.
(ຕົນເອງມີຄວາມສົນໃຈ ຢາກຮູ້ວ່າ ມີຜູ້ຂຽນ ຫລື ມີປຶ້ມປະຫວັດສາດຄວາມເປັນມາ ຂອງບ້ານເກິນເກີດຂຶ້ນຄືແນວໃດ?
ຜູ້ໃດຮູ້ຈັກຂໍໃຫ້ສົ່ງຂ່າວໃຫ້ຮູ້ນໍາດ້ວຍ ຂໍຂອບໃຈ♥️!)