ຮັ່ງ ສຸກກ່ວາ ທຸກ ແທ້ບໍ?

ຊວນຄິດໃນວັນອາທິດ24.01.2021:   ແຕ່ໃດໆມາ ຄົນເຮົາເຂົ້າໃຈວ່າ: ຄົນຮັ່ງ ແມ່ນຄົນທີ່ມີເງິນຄໍາຊັບສິນມະຫາສານ ແລ້ວ​ເຊື່ອກັນວ່າເປັນຄວາມສຸກໃນ​ຊີ​ວິດ. ດັ່ງນັ້ນຄົນສ່ວນຫລາຍ ຈຶ່ງວິ້ງເຕັ້ນຢາກລໍ້າຢາກລວຍ ໃນທຸກຮູບແບບ. ແມ່ນຫຍັງແທ້ ເປັນສິ່ງທີ່ຄົນເຮົາປາດຖະໜາໃນຊີວິດ ເຖິງວ່າຈະຮັ່ງ ຫລື ທຸກ?   ຄໍາຕອບ ຄື “ຄວາມສຸກ“ ນັ້ນເອງ.   ແມ່ນ​ແທ້​ບໍ ທີ່​ວ່າ ມີແຕ່ຄົນ​ຮັ່ງເທົ່ານັ້ນ ມີ​ຄວາມ​ສຸກ​ແທ້ ແລະ ແມ່ນ​ແທ້​ບໍ່ ທີ່​ວ່າ ຄົນ​ທຸກ ບໍ່​ມີ​ຄວາມ​ສຸກ ໃນ​ຊີ​ວິດ?   ເງິນຄໍາຊັບສິນ ສາມາດຊ່ວຍໃຫ້ຄົນມີຄວາມຄວາມສະດວກໄດ້ຫລາຍແນວ ແຕ່ ບໍ່ຫມາຍຄວາມວ່າ ຄວາມຮັ່ງມີເງິນຄໍາຊັບສິນ ຈະເຮັດໃຫ້ຄົນມີຄວາມສຸກໃນຊີວິດໄດ້ທຸກຢ່າງ ແລະ ບໍ່ຫມາຍຄວາມວ່າ ຄົນທຸກ ບໍ່ມີຄວາມສຸກໃນຊີວິດ.   ຄົນທຸກ ເຖິງບໍ່ຮັ່ງມີເງິນຄໍາ ແບບຫລົ້ນເຫລືອກໍ​ຕາມ, ແຕ່ ເຂົາອາດຮັ່ງມີ ທາງດ້ານນໍ້າໃຈ ຮັ່ງມີທາງາງດ້ານແນວຄິດທີ່ດີ ພໍໃຈໃນສິ່ງທີ່ຕົນເອງມີ ມີຫມູ່ຄູ່ຮັກແພງ ບໍ່​ມີ​ຄົນ​ກຽດ​ຊັງ​ກ່າວ​ສິນ​ນິນ​ທາ ນັ້ນຄື ຄວາມຮັ່ງມີ…