ຮັ່ງ ສຸກກ່ວາ ທຸກ ແທ້ບໍ?

ຊວນຄິດໃນວັນອາທິດ24.01.2021:
 
ແຕ່ໃດໆມາ ຄົນເຮົາເຂົ້າໃຈວ່າ:
ຄົນຮັ່ງ ແມ່ນຄົນທີ່ມີເງິນຄໍາຊັບສິນມະຫາສານ ແລ້ວ​ເຊື່ອກັນວ່າເປັນຄວາມສຸກໃນ​ຊີ​ວິດ.
ດັ່ງນັ້ນຄົນສ່ວນຫລາຍ ຈຶ່ງວິ້ງເຕັ້ນຢາກລໍ້າຢາກລວຍ ໃນທຸກຮູບແບບ.
ແມ່ນຫຍັງແທ້ ເປັນສິ່ງທີ່ຄົນເຮົາປາດຖະໜາໃນຊີວິດ ເຖິງວ່າຈະຮັ່ງ ຫລື ທຸກ?
 
ຄໍາຕອບ ຄື “ຄວາມສຸກ“ ນັ້ນເອງ.
 
ແມ່ນ​ແທ້​ບໍ ທີ່​ວ່າ ມີແຕ່ຄົນ​ຮັ່ງເທົ່ານັ້ນ ມີ​ຄວາມ​ສຸກ​ແທ້ ແລະ
ແມ່ນ​ແທ້​ບໍ່ ທີ່​ວ່າ ຄົນ​ທຸກ ບໍ່​ມີ​ຄວາມ​ສຸກ ໃນ​ຊີ​ວິດ?
 
ເງິນຄໍາຊັບສິນ ສາມາດຊ່ວຍໃຫ້ຄົນມີຄວາມຄວາມສະດວກໄດ້ຫລາຍແນວ
ແຕ່ ບໍ່ຫມາຍຄວາມວ່າ ຄວາມຮັ່ງມີເງິນຄໍາຊັບສິນ ຈະເຮັດໃຫ້ຄົນມີຄວາມສຸກໃນຊີວິດໄດ້ທຸກຢ່າງ
ແລະ
ບໍ່ຫມາຍຄວາມວ່າ ຄົນທຸກ ບໍ່ມີຄວາມສຸກໃນຊີວິດ.
 
ຄົນທຸກ
ເຖິງບໍ່ຮັ່ງມີເງິນຄໍາ ແບບຫລົ້ນເຫລືອກໍ​ຕາມ,
ແຕ່ ເຂົາອາດຮັ່ງມີ ທາງດ້ານນໍ້າໃຈ ຮັ່ງມີທາງາງດ້ານແນວຄິດທີ່ດີ ພໍໃຈໃນສິ່ງທີ່ຕົນເອງມີ ມີຫມູ່ຄູ່ຮັກແພງ ບໍ່​ມີ​ຄົນ​ກຽດ​ຊັງ​ກ່າວ​ສິນ​ນິນ​ທາ
ນັ້ນຄື ຄວາມຮັ່ງມີ ທີ່ເປັນສຸກຂອງຄົນເຮົາ.
 
ຄົນທຸກ ທີ່ “​ທຸກ​ຈົນແທ້ນັ້ນ“
ແມ່ນຜູ້ທີ່ຂາດຄວາມຮູ້ ຂາດແນວຄິດທີ່ດີ ຂາດການພົວພັນ ມີປ່ອມດ້ອຍ ບໍ່ມີຜູ້ຊ່ວຍເຫລືອ ແລະ ບໍ່ສາມາດຊ່ວຍໂຕເອງໄດ້ໃນຊີວິດ.
 
ຄົນຮັ່ງ
ທີ່ເກີດຈາກການສູ້ທົນ ດ້ວຍເຮື່ອ​ແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນເອງ ມີຄວາມຮັບຜິດຊອບສູງ ເປັນສຸກແທ້,
ຖ້າຕົກທຸກ ກໍຈະສາມາດຟື້ນຕົວ ຄືນຮັ່ງໄດ້.
 
ດັ່ງນັ້ນຈຶ່ງເວົ້າໄດ້ວ່າ:
“ຄວາມແຕກຕ່າງກັນ ລະຫວ່າງ ຄວາມທຸກ ແລະ
ຄວາມຮັ່ງ
ບໍ່ຂຶ້ນ​ກັບຈໍານວນເງິນ ທີ່ແຕ່ລະຄົນມີ,
ແຕ່ມັນຂຶ້ນກັບ ແນວຄວາມຄິດ ບົດຮຽນ ຄ​ວາມ​ສາ​ມາດ ຄວາມຮູ້ສຶກ ຄວາມສໍາພັນກັນ ແລະ
ຜົນ​ຂອງການກະທໍາ ທີ່ເກີດຂຶ້ນຕາມມາ ຊ່ວຍໃຫ້ຄົນຜູ້ນັ້ນ ມີຄວາມສຸກໄດ້ໃນຊີວິດ.”
 
ຂໍຢໍ້າຕື່ມອີກວ່າ:
 
ຜູ້ທີ່ເຂົ້າໃຈເຫລິກຊຶ້ງ ຕໍ່ຄວາມຫມາຍຂອງຄວາມສຸກແທ້ຈິງ ຈະຮູ້ໄດ້ວ່າ:
ຄວາມແຕກຕ່າງ ລະຫວ່າງ ທຸກ ແລະ ຮັ່ງ ບໍ່ຂຶ້ນກັບຈໍານວນເງິນທີ່ມີ.
 
ດັ່ງນັ້ນ ຖ້າຜູ້ຮັ່ງຊ່ວຍຜູ້ທຸກ ແລະ ຜູ້ທຸກຊ່ວຍຜູ້ຮັ່ງ
ແບ່ງເບົາກັນທາງດ້ານຊັບ​ສິນ ແລະ ນໍ້າໃຈໄມ​ຕີ​ຈິດໃຫ້ກັນແລະກັນ
ຄວາມ​ອົບ​ອຸ່ນ ​ລະ​ຫວ່າງ​ຄົນຕໍ​່​ຄົນ ​ໃນ​ສັງ​ຄົມ​ ຄົງ​ດີ​ຂຶ້ນ​
ໄປ​ເລື້ອ​ຍໆຢ່າງແນ່ນອນ.
 
@ວິມາດອກບົວແກ້ວ