ກອນ: ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້.

ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້.
Man ist nie zu klein, um grossartig zu sein.
(HOBEA-Germany)
 
ຕອນຍັງເປັນບ່າວນ້ອຍ ເຕະກະໂລ້ງດັງໄກ
ແບກຫາມໄຖຄາດຫນັກ ແລ່ນລົງນາຕາກ້າ
ຫາປາຕາມແຄມຫ້ວຍ ຝົນຕົກມາທົນຜ່ານ
ໜາວພຽງໃດບໍ່ຢ້ານ ລົງດໍານໍ້າໄລ່ປາ ແທ້ແລ້ວ
 
ຍາມບຸນໂຮຮໍ່າຮ້ອງ ສຽງດັງສົ່ງໄປໄກ
ມີອັນໃດກໍກິນ ນັ່ງນອນໄປຕາມພື້ນ
ຢືນຂາດຽວທົນໄດ້ ໄປນອນຄືນຫາຍຫ່ວງ
ພາກັນນອນຊ່ວງແລ້ວ ​ດັງ​ໄຟຕົ້ມໄກ່ກິນ ເຈົ້າເອີ້ຍ
 
ຝົນຕົກ​ມາ​ອັ່ງ​ຖ້ວມ ​ກົບ​ຂຽດ​ສົ່ງ​ສຽງ​ດັງ
ງົວ​ຄວາຍ​ທັງ​ໝູ​ໝາ ແລ່ນ​ຊອກ​ຫາ​ທາງ​ຊົ້ນ
ປູ​ປາ​ຊົນ​ຊູ​ຊ້ອງ ຕາມ​ຄອງ​ເໝືອງ​ເປັນ​ໝູ່
ຄົນ​ຮັກ​ຊູຢູ່​ຂ້າງ ເຊີນ​ຝົນ​ຟ້າ​ລັ່ງ​ລົງ ເຈົ້າ​ເອີ້ຍ
 
​ໝົດ​ຍາມເປັນ​ບ່າວ​ນ້ອຍ ເຫດ​ການ​ໃໝ່​ຕາມ​ມາ
ຄາ​ວຽກ​ງານ​ຄືນ​ວັນ ນັ່ງ​ນອນ​ເວ​ລາ​ໜ້ອຍ
ຄົນ​ອອຍ​ໃຈ​ໄກ​ຂ້າງ ມອງ​ທາງ​ໃດ​ແປນ​ເປົ່າ
ວັນ​ເດືອນ​ປີ​ຜ່ານ​ເຂົ້າ ສັງ​ຂານ​ກ້າວ​ປ່​ຽນ​ໄປ ແທ້ແລ້ວ
 
ຄິດ​ວ່າ​ເປັນ​ໃຫຍ່​ແລ້ວ ຈະ​ກັບ​ຕ່າວ​ເມືອງນອນ
ກັບຄືນຄອນຄັງເດີມ ຖິ່ນສະຖານດາເຄົ້າ
ລໍາເນົາເຄີຍລົງຫລິ້ນ ເຫລືອພຽງຝັນຄິດຮໍ່າ
ທໍາຈິດມີແຕ່ໂອ້ ຄະນຶງກໍ້າກ່ອນຫລັງ ແທ້ແລ້ວ
 
ອັນວ່າ ແນວນາມຄົນລຸ່ມຟ້າ ຕາຫລຽວເບິ່ງໃຈກາຍ
ມອງນອກລືມພາຍໃນ ແລ່ນນໍາ​ຄວາມ​ເຂົາເຍົ້າ
ຟັງຄົນໄກພາເວົ້າ ເອົາໃຈໄທທາງອື່ນ
ຝືນຈິດຄິດໃຫຍ່ຂຶ້ນ ເລີຍລືມແລ້ວຖິ່ນເດີມ ເຈົ້ານ່າ
 
ເວລາກາຍຜ່ານພົ້ນ ເຫລືອພຽງແຕ່ຄວາມຝັນ
ວັນເວລາຫມົດໄປ ບ່າວຮາມກາຍເປັນເຖົ້າ
ຟັງເອົາຄົນຍັງນ້ອຍ ຄໍາຄວນດູຄິດຮໍ່າ
ພາກັນທໍາແຕ່ຕົ້ນ ຕັດສິນໄວ້ຢ່າສວຍ ແທ້ເດີ້
 
ໃຜຈະຍືນຢູ່ຢັ້ງ ນານກ່ວາພັນວັດສາ
ຄິດເຖິງວັນເວລາ ຮໍ່າຄະນຶງຊົມໃຊ້
ຮຽນດີທໍາດີໄວ້ ບຸກເບີກໄປສືບຕໍ່
ຫາທາງແປງກໍ່ສ້າງ ບຸນຄໍ້າເຊື່ອມບໍ່ເປັນ ແທ້ແລ້ວ
 
@ວິມາດອກບົວແກ້ວ
ຮູບ​ພາບ​ທີ່​ບ້ານ​ເກິນ ເມືອງ​ທຸ​ລະ​ຄົມ ​ໃນ​ປີ 2007 ​ແຄມ​ງື່ມ​ບ້ານ​ນ້ຳ​ພະ​ນາຍ
2008 ນ້ຳ​ຖ້ວມ ເສັ້ນ​ທາງ​ເມືອ​ວຽງ​ຈັນ
 
​ເລີກ​ໂຮງ​ຮຽນ​ຕາມ​ເສັ້ນ​ທາງ​ແຄມ​ງື່ມ​ບ້ນ​ເກິນ