ນາລົກ ຫລື ສະຫວັນ ໂອ້ ແດນສະຫວັນ ພູເຂົາຄວາຍ ບ້ານເຣົາເອີ້ຍ

ນາລົກ ຫລື ສະຫວັນ ໂອ້ ແດນສະຫວັນ ພູເຂົາຄວາຍ ບ້ານເຣົາເອີ້ຍ (ກອນອ່ານປູ່ປາງຄໍາ ສໍາພັດໃນ) ເລາະລຽບຕາມປ່າໄມ້ ແຄມດົງໃຫຍ່ເນີນນາ ຫິມະຍັງຢຽດຢາຍ ສ່ອງປະກາຍແສງແຈ້ງ ຂາວງາມປະປົນພ້ອມ ສີຂຽວດອມຮຽງຮ່ວມ ອາກາດໜາວກ່ອມກຸ້ມ ລົມເຢັນຕຸ້ມຕ່ອຍມາ ເຈົ້າເອີ້ຍ ຕາມທາງເດີ່ນປ່າໄມ້ ກົກຢືນໃຫຍ່ລຽນກັນ ຮອຍເກີບເທິງຫິມະ ປ່ອຍປະຕາມກັນໄວ້ ຄົນເດີນດົງທຽວຫລິ້ນ ດູດດົມກິນອາຍອຸ່ນ ໃນດົງລົມບໍ່ຕ້ອງ ພົງໄພຊ້ອງຊ່ວຍບັງ ແທ້ແລ້ວ ເຖິງປາຍທາງທົ່ງກ້ວາງ ນາຫລວງເປົ່າແປນປະ ຕາມອງໄປແນມເຫັນ ໝູ່ໝອກເປັນຄວັນກ້ວາ ມີພູສູງສັບຊ້ອນ ຊອນລອນຄືດິນແມ່ ແທ້ເດ້ ພູເຂົາຄວາຍຢູ່ໄກ້ ບ້ານເກິນໄທ້ແມ່ເຮົາ ເຈົ້າເອີ້ຍ ຄະນຶງເຫັນຄົນກ່າວເວົ້າ ດິນແດນແຫ່ງພູເຂົາຄວາຍ ເປັນເຂດແດນສະຫວັນ ຊ່ຽງການພະນັນຫລິ້ນ ຄົນພາກັນເດີນຂຶ້ນ ວັນຄືນໄປເປັນກຸ່ມ ຫລາຍລາຍໄປຕ່າວແລ້ວ ຊັບສິນຫລ້ອຍແລ່ນໜີ ມີແລ້ວ ພູເຂົາຄວາຍຖືກກໍ່ສ້າງ ຂະຫຍາຍຊ່ວຍສາງໃຈ ມີວັດວາອາຮາມ ກໍ່ສວນຕາມທັມສ້າງ ມີສະຫວັນນາລົກພ້ອມ ຄອຍທອມໃຈຄົນທ່ຽວ ປະຈັກຕາຊ່ວຍໃຫ້ ຈິດໃສແຈ້ງສ່ອງທໍາ ແທ້ແລ້ວ…