ອວຍພອນເຂົ້າປີໃໝ່ສາກົນ ປີ 2021 – Guten Rutsch ins neue Jahr.

Guten Rutsch ins neue Jahr.   ອວຍພອນເຂົ້າປີໃໝ່ສາກົນ ປີ 2021 ປີໃໝ່ ຂໍໃຫ້ໝົດທຸກຄົນທຸກທ່ານ ຈົ່ງໂຊກດີມີໄຊ ສຸກສົມຫວັງ ສຸກສົມໃຈ ດັ່ງໝາຍປອງ ດ້ວຍເຖີ້ນ. ຄົນເຮົາຈະໃຫຍ່ນ້ອຍ ຄວາມຫວັງຕ່າງກັນໄປ ໃຜກໍຢາກພານພົບ ສິ່ງຄາດຝັນໝາຍໄວ້ ບາງຄົນຕົກທຸກໄຮ້ ໝົດປີໄປປີຕໍ່ ຫາພໍມີແຕ່ໄດ້ ອົດທົນສູ້ບໍ່ຖອຍ ແທ້ແລ້ວ ບາງຄົນໂຊກໃຫຍ່ລໍ້າ ສົມບູນດັ່ງໃຈຫວັງ ມີມູນມັງສືບກັນ ຢູ່ສະບາຍຫາຍຮ້ອນ ບາງຄົນສັນຈອນຍ້າຍ ຈໍາໃຈໄປໄກຫ່າງ ບາງຄົນຮັກຫ່າງຊູ້ ນອນດຽວເສົ້າເປົ່າດາຍ ແທ້ນ່າ ຫລາຍຄົນ ມີຄວາມຝັນເປົ່າຫວ້າງ ໂຊກໄຊຫ່າງກາຍໜີ ເໝືອນມີເວນມີກໍາ ຈ່ອງນໍາທາວດຶງໄວ້ ທໍາບຸນສິນຫວັງໄດ້ ຫລຸດໂພຍໄພທຸກຢ່າງ ໄປຕາມທາງບໍ່ຢັ້ງ ບຸກບືນສູ້ບໍ່ຍອມ ແທ້ແລ້ວ ປີໃໝ່ສາກົນ 2021 ທຸກຄົນເຮົາໃຫຍ່ນ້ອຍ ຂໍຈົ່ງພົບຄວາມຫວັງ ແດ່ເຖີ້ນ ຄວາມຝັນຍັງລໍຄອຍ ຈົ່ງເກີດມີຈິງໄດ້ ຄວາມທຸກໃຈອຸກເອົ້າ ໂພຍໄພໜີເຫີນຫ່າງ ເດີນທາງໃດຈົ່ງໄດ້ ໄປເຖິງເປົ້າທີ່ໝາຍ…

Merry Christma 2020

Merry Christmas – 24. Dec. ວັນເກີດພະເຢຊູ. ທີ່ຊາວສີ່ ຂ້ອນແຈ້ງ ແສງຮຸ່ງເທິງເວຫາ ເຢຊູເກີດໃນຄັງ ຢູ່ຫ່າງເມືອງໄກບ້ານ ມາຣີອາໂຢເຊັບນ້ອມ ທັງສັດສາວາສິ່ງ ພາກັນຊູຕ່ອມຕຸ້ມ ເຢຊູນ້ອຍຮົ່ມເຟືອງ ວັນເກີດເຢຊູເຈົ້າ ປວງຊົນຊື່ນທໍາບຸນ ແມຣີຄະຣິດສະມັສ ສົ່ງຂ່າວກັນສັນສ້າງ ໄກຄົນທາງຝາກຟ້າ ໄກຕາໃຈບໍ່ຫ່າງ ຂໍສົ່ງພອນພໍ່າດ້ວຍ ມະໂນແມ້ງຮ່ວມດອມ ແທ້ແລ້ວ ບກ@ວິມາ.ລາວ ໄມ້ຂັວດປີ 1995 ບ່ອນປະສູດເຢຊູ ແບບລາວ & Baiosphere – Holzschnitt die Krippe laotischer Art.

ໂອ້ ຫິມະຝອຍນ້ອຍໆ ທະຍອຍລັ່ງກັນລົງມາ

ໂອ້ ຫິມະຝອຍນ້ອຍໆ ທະຍອຍລັ່ງກັນລົງມາ ຈາກເວຫາແດນໄກ ເລື່ອນລອຍຕົກມາພື້ນ ຫວນຄືນທາງເດີນຜ້າຍ ກາຍເວຫາສຸດໄກຍິ່ງ ພາກັນຫລິງເລັ່ງຍ້າຍ ລົງເມືອງໄຕ້ຖິ່ນຄົນ ເຈົ້າເອີ້ຍ ເຖິງຈະໜາວລື່ນຫລົ້ນ ເກີນກວ່າທໍາມະດາ ຫິມະຝອຍຂາວງາມ ສົ່ງສີແສງໃສແຈ້ງ ແປງໃຈຄົນທົນສູ້ ຊູກາຍໃຈແຂງແກ່ນ ເປັນສາຍແມນກັນທ່ຽງແທ້ ແສນໄກລໍ້າກໍດົ່ງຫາ ເຈົ້າເອີ້ຍ @ວິມາດອກບົວແກ້ວ