ນາລົກ ຫລື ສະຫວັນ ໂອ້ ແດນສະຫວັນ ພູເຂົາຄວາຍ ບ້ານເຣົາເອີ້ຍ

ນາລົກ ຫລື ສະຫວັນ
ໂອ້ ແດນສະຫວັນ ພູເຂົາຄວາຍ ບ້ານເຣົາເອີ້ຍ
(ກອນອ່ານປູ່ປາງຄໍາ ສໍາພັດໃນ)
ເລາະລຽບຕາມປ່າໄມ້ ແຄມດົງໃຫຍ່ເນີນນາ
ຫິມະຍັງຢຽດຢາຍ ສ່ອງປະກາຍແສງແຈ້ງ
ຂາວງາມປະປົນພ້ອມ ສີຂຽວດອມຮຽງຮ່ວມ
ອາກາດໜາວກ່ອມກຸ້ມ ລົມເຢັນຕຸ້ມຕ່ອຍມາ ເຈົ້າເອີ້ຍ
ຕາມທາງເດີ່ນປ່າໄມ້ ກົກຢືນໃຫຍ່ລຽນກັນ
ຮອຍເກີບເທິງຫິມະ ປ່ອຍປະຕາມກັນໄວ້
ຄົນເດີນດົງທຽວຫລິ້ນ ດູດດົມກິນອາຍອຸ່ນ
ໃນດົງລົມບໍ່ຕ້ອງ ພົງໄພຊ້ອງຊ່ວຍບັງ ແທ້ແລ້ວ
ເຖິງປາຍທາງທົ່ງກ້ວາງ ນາຫລວງເປົ່າແປນປະ
ຕາມອງໄປແນມເຫັນ ໝູ່ໝອກເປັນຄວັນກ້ວາ
ມີພູສູງສັບຊ້ອນ ຊອນລອນຄືດິນແມ່ ແທ້ເດ້
ພູເຂົາຄວາຍຢູ່ໄກ້ ບ້ານເກິນໄທ້ແມ່ເຮົາ ເຈົ້າເອີ້ຍ
ຄະນຶງເຫັນຄົນກ່າວເວົ້າ ດິນແດນແຫ່ງພູເຂົາຄວາຍ
ເປັນເຂດແດນສະຫວັນ ຊ່ຽງການພະນັນຫລິ້ນ
ຄົນພາກັນເດີນຂຶ້ນ ວັນຄືນໄປເປັນກຸ່ມ
ຫລາຍລາຍໄປຕ່າວແລ້ວ ຊັບສິນຫລ້ອຍແລ່ນໜີ ມີແລ້ວ
ພູເຂົາຄວາຍຖືກກໍ່ສ້າງ ຂະຫຍາຍຊ່ວຍສາງໃຈ
ມີວັດວາອາຮາມ ກໍ່ສວນຕາມທັມສ້າງ
ມີສະຫວັນນາລົກພ້ອມ ຄອຍທອມໃຈຄົນທ່ຽວ
ປະຈັກຕາຊ່ວຍໃຫ້ ຈິດໃສແຈ້ງສ່ອງທໍາ ແທ້ແລ້ວ
ໃນແດນໃດຖິ່ນແຄ້ວນ ໂລກາໃຫຍ່ເມືອງຄົນ
ຫາກມີອັນປຽບປຸນ ກ່າຍເກາະກູນກັນຂຶ້ນ
ການກະທໍາເປັນເຄົ້າ ຄົນເຮົາຈະພຸດຜ່ອງ ໄດ້ນັ້ນ
ຈິດໃຈເປັນທີ່ຕັ້ງ ຕາມທັມເຈົ້າສັ່ງສອນ ຫັ້ນແລວ
ເພີນໃຈຈົນຄໍ່າຄ້ອຍ ຫັນກັບຕ່າວທາງເດີນ
ພູເຂົາຄວາຍຊວນຄິດ ທ່ຽງທໍາຈິດໃຈຕັ້ງ
ສະຫວັນເມືອງຄົນນີ້ ຫາກເກີດມີຫລາຍຢ່າງ
ທຸກຄົນຕົບແຕ່ງໄດ້ ຫາກໃຈຕັ້ງຫິ່ນຕອງ ແທ້ນ່າ
ພູເຂົາຄວາຍຈົ່ງຕັ້ງ ລືນາມຕໍ່ເຮືອງແສງ
ສັນຍາລັກຜູກພັນ ໝູ່ຄົນພົງພັນຂ້ອຍ
ບ້ານເກິນລືສຽງກ້ອງ ປອງດອງກັນອົບອຸ່ນ
ມີຫຍັງຈົ່ງຊ່ວຍຍູ້ ຊູກັນຂຶ້ນຮ່ວມແຮງ ເຈົ້າເອີ້ຍ
@ວິມາລາວດອກບົວແກ້ວ
ບົດກອນເທິງນັ້ນ ແມ່ນເອົາ ຫລັກການແຕ່ງກອນຂອງ ປູ່ປາງຄໍາມາເປັນພື້ນຖານໃນການແຕ່ງ ເປັນ​ກອນ​ສິບ ຄື ແຕ່​ລະ​ແຖວ ມີ​ສິບຄຳ ວາງເອກໂທ ແຕ່ບໍ່ແມ່ນ ກອນສໍາຜັດໃນ ຕາມແບບຂອງປູ່ປາງຄໍາຂອງເພິ່ນ.
ໃນບົດກອນນັ້ນ ຕົນເອງ ແຕ່ງແບບມີການສໍາຜັດ ລະ​ຫວ່າງນຶ່ງຄໍາໃນສ່ວນຫນ້າຂອງແຖວ ກັບນຶ່ງຄໍາໃນສ່ວນຫລັງຂອງແຖວ ທີ່ຄ້າຍຄືກັນກັບການສໍາຜັດນອກ ລະຫວ່າງນຶ່ງຄໍາສ່ວນຫລັງແຖວ ກັບ ນຶງຄໍາໃນສ່ວນຫນ້າ ຂອງແຖວຕາມມາ ທີ່​ຕົນ​ເອງ​ເຄີຍ​ແຕ່ງ​ມາ​ເຖິງ​ປະ​ຈຸ​ບັນ.
ທັງຫມົດແມ່ນເປັນການທົດລອງ ໄປຕາມຄວາມຮູ້ສຶກ. ດັ່ງນັ້ນ ບໍ່ໃຫ້ຜູ້ອ່ານເຂົ້າໃຈຜິດ ຄິດວ່າເປັນ ບົດກອນອ່ານ ຕາມແບບແທ້ ຂອງປູ່ປາງຄໍາ ແຕ່ຢ່າງໃດ. ຖ້າຜູ້ໃດສົນໃຈກັບຫລັກການການແຕກກອນຂອງປູ່ປາງຄໍາ ໃຫ້ຖືກຕ້ອງແທ້ນັ້ນ ຂໍໃຫ້ເຂົ້າໄປອ່ານ ໃນເຟດຂອງ ອາຈານ ພູທອນ ທີ່ເພິ່ນຂຽນໄດ້ຖືກຕ້ອງ ແລະ ນຽບ​ນຽນດີແທ້ Phouthone Ehkanha.
ບັນຍາຍຮູບພາບ
ຫາກອາກາດໜາວເລີ້ມລົດລົງ ຫິມະກໍຈະເລີ້ມເປື່ອຍ ແຕ່ສະຖານທີ່ຕິດກັບປ່າມັກຈະມີຫິມະເຫລືອຢູ່ເປັນສາຍໄປຕາມແຄມປ່າ ເພາະເປັນບ່ອນບໍ່ຖືກແສງແດດ ແລະ ເປັນບ່ອນທີ່ຄວາມເຢັນບັງປົກຄຸ້ມຢູ່ ຈຶ່ງເຮັດໃຫ້ຫິມະຢູ່ບ່ອນດັ່ງກ່າວນັ້ນເປື່ອຊ້າກວ່າບ່ອນອື່ນໝ ນັ້ນເອງ.
ຮູບພາບ ທາງຍ່າງຊົມທິວທັດທໍາມະຊາດຂອງບ້ານ