ໂອ້ເສັ້ນທາງ ອັນແສນຍາວໄກ ຄືເສັ້ນທາງໃໝ່ ວຽງຈັນ ວັງວຽງ!

ໂອ້ເສັ້ນທາງ ອັນແສນຍາວໄກ
ຄືເສັ້ນທາງໃໝ່ ວຽງຈັນ ວັງວຽງ!
Highway Vientiane – Vangvieng
Laos – China
ເຫັນເພິ່ນສ້າງ ທາງດ່ວນຍາວໄກ
ຈາກວຽງຈັນ ດ່ວນວັງວຽງແຄ້ວນ
ປູຢາງກວ້າງ ກັນຮາວສອງຝັ່ງ
ຂີດໃສ່ເສັ້ນ ມີປ້າຍທີ່ໄປ ແທ້ແລ້ວ
ທາງຜ່ານບ້ານ ກາຍທົ່ງດົງນາ
ທິວທັດງາມ ຜ່ານພູຮູຖໍ້າ
ໄປມາໄດ້ ສອງແລວກັບຕ່າວ
ໄວຍິ່ງແທ້ ເກີນກີ້ກ່ອນຫລັງ ແທ້ນ່າ
ຄົນລາວເຮົາ
ຊົມຊື່ນແມ້ງ ເດີນແລ່ນຍົນຍານ
ທົດລອງທາງ ແລ່ນໄວທຽວໄວ້
ໄວເກີນມຸ້ງ ເຖິງວັງວຽງຖິ່ນ
ຊອງລ່ອງແລ້ວ ກັບບ້ານກີ່ໂມງ ວ່ານ່າ
ລົດແລ່ນເຂົ້າ ເຖິງບ່ອນຂາຍບັດ
ການຈັດສັນ ຕໍ່ຄິວກັນເຂົ້າ
ຍັງຊັກຊ້າ ຫລາຍຄົນວອນວ່າ
ຂໍປ່ຽນແກ້ ດີຂຶ້ນຕໍ່ໄປ ວ່ານ່າ
ນາຍເພິ່ນເວົ້າ ບອກປ່າວເຕືອນກັນ
ມີຄວາມໄວ ແລ່ນໄປຕາມເສັ້ນ
ງົວຄວາຍພ້ອມ ສັດສາວາສິ່ງ
ຂັບຂີ່ນັ້ນ ລະວັງໄວ້ຊ່ວຍກັນ ແດ່ເນີ້
ທາງດ່ວນເຂົ້າ ໄວກວ່າໃຈຄົນ ບໍ່ນໍ?
ມັນມາໄວ ກວ່າຄົນພຽງພ້ອມ
ເຕັກນິກດ້ວຍ ຍົນຍານລົດແລ່ນ
ເກີດສິ່ງຮ້າຍ ໃຜແທ້ຈ່າຍແປງ ຄິດເດີ້
ຝົນລັ່ງຍ້ອຍ ຄວາມສ່ຽງມີຫລາຍ
ດິນຕົມຕິດ ທົ່ວທາງຕາມພື້ນ
ລົດເສືອກໄດ້ ຕໍາໄປຕີນໝື່ນ
ທຸກສິ່ງຮ້າຍ ກັນໄວ້ແມ່ນດີ ແທ້ແລ້ວ
ຝູງໝູ່ບ້ານ ຕິດຕໍ່ທາງໄວ
ງົວຄວາຍມີ ໝູ່ໝາສັດລ້ຽງ
ແນວໃດແທ້ ຮັກສາຈະທົ່ວ
ກໍາກໍ່ຮ້າຍ ໃຜຢ້ຽມລໍ່າແລ ເຈົ້າເອີ້ຍ
ບອກເລົ່າໄວ້ ເຕືອນຕໍ່ຕາມກັນ ດີແລ້ວ
ໄປເດີນທາງ ຢ່າເຜີໃຈຕັ້ງ
ໄວສົມມຸ້ງ ຊີບຍັງດີກວ່າ
ໄປເທື່ອນີ້ ເທື່ອນັ້ນ ກັບບ້ານສູ່ເຮືອນ ເຈົ້າເດີ້
ສຸກມ່ວນແມ້ງ ນໍາສິ່ງຂະຫຍາຍຕົວ ລາວເອີ້ຍ
ລົງທຶນຮອນ ກໍ່ແປງເມືອງບ້ານ
ທາງຫນາແຫນ້ນ ທົດທານນານຍິ່ງ
ຫາຊ່ວຍໄດ້ ທຶນເຂົ້າຕ່າວຄືນ ແດ່ທ້ອນ
@ວິມາລາວດອກບົວແກ້ວ