TATSU

TATSU 😊
ໝານ້ອຍຂ້ອຍ ນາມຊື່ຕັດສູ
ແປຄວາມເປັນ ໜໍ່ນາມແນວນາກ
ນິທານເວົ້າ ຂອງຄົນຍີ່ປຸ່ນ
ບອກຊື່ໃຫ້ ຄວາມກ້າໄຝ່ປອງ ເຈົ້າເອີ້ຍ
ໝານ້ອຍ ຄືເພື່ອນແທ້ ສັດຊື່ດອມກັນ
ໄປມາໃສ ແລ່ນນໍາຮຽງຂ້າງ
ເໝືອນແອນ້ອຍ ຍາມນອນຫລັບງ່າຍ
ຂອງເຄື່ອງຫລິ້ນ ຕິດເນື້ອບໍ່ໄລ ແທ້ແລ້ວ
ຕັດສູ ຮຽນເກັ່ງໄດ້ ສອນນັ່ງຟັງຄວາມ
ເຖິງຍາມກິນ ແລ່ນມາລໍເຝົ້າ
ກິນໝົດແລ້ວ ລົງເຮືອນຫາແລ່ນ
ກາງເດີ່ນບ້ານ ຂະໂຍງເຕັ້ນໄຫລ່ແມວ
ຕັດສູ ພາຫຍ່າງຍ້າຍ ເດີນແລ່ນກິລາ
ອອກແຮງກາຍ ເຄື່ອນໄຫວແລງເຊົ້າ
ອອນຊອນແທ້ ຕັດສູເຕີບໃຫຍ່
ຄຽງຄູ່ຂ້ອຍ ປົກປ້ອງຊ່ວຍແລ ແທ້ແລ້ວ
@ວິມາດອກບົວແກ້ວ