ເຖິງຈະຄາວກໍເປັນຢາ ໄດ້ໝັ້ນໝາຍມາຮ່ວມກັນ.

ເຖິງຈະຄາວກໍເປັນຢາ ໄດ້ໝັ້ນໝາຍມາຮ່ວມກັນ.
(ບົດກອນ ແບບກອນອ່ານປູ່ປາງຄໍ່ ກອນສິບ)
😊
ຜັກຄາວທອງແຜ່ຕົ້ນ ເກີດເຕັມຢູ່ໃນສວນ
ທັງມວນມີຫລາຍສີ ແຜ່ລາມໄປຕາມພື້ນ
ຢືນຊອນລອນເປັນຕົ້ນ ສີຂຽວປົນລາຍຕ່າງ
ບາງໃບສີພຸ່ງພົ້ນ ຕໍາແສງຕ້ອງສ່ອງມາ ງາມເດ້
ເພິ່ນວ່າ ຄາວທອງຄຸນຄ່າລໍ້າ ເປັນຢາຊ່ວຍຫລາຍອັນ
ວິຕາມີນມັນມີ ຊ່ວຍກັນມະເຫັງພ້ອມ
ເປັນຫອມກັບລາບກ້ອຍ ຫາຍຄາວປັບປຸງກິ່ນ
ເອົາມາບົດປິ່ນນໍ້າ ປະສົມເຂົ້າດື່ມກິນ ດີແລ້ວ
ເຢັຍລະມັນເພິ່ນເອີ້ນ ຊື່ຕ່າງ ຫາງຈິປອມຂາງ
ເອົາປູກວາງໃນໂຖ ຢັ່ງຢາຍໄປຕາມບ້ານ
ປະດັບການງາມເອ້ ກາຍເປັນພັນພືດໃໝ່
ທາງອອນລາຍສັ່ງໄດ້ ມີຂາຍໃຫ້ສົ່ງຫາ ແທ້ແລ້ວ
ຄາວທອງເກີດຮ່ວມຮົ້ວ ກາຍເປັນເພື່ອນຊູໃຈ
ເປັນມິດຄົນໄກແດນ ອຸ່ນໃນມະໂນເນື້ອ
ຍາມເມື່ອຄິດເຖິງບ້ານ ເຫັນຄາວທອງໃຈຊື່ນ
ຄາວທອງຢືນຮ່ວມຂ້າງ ດົມດອມເຈົ້າກິ່ນລາວ ຊື່ນໃຈເດ້
@ວິມາດອກບົວແກ້ວ