ມີໂຄວິດຈຶ່ງຮູ້ວ່າມີແຮງງານລາວຫລາຍແສນຂ້າມຂອງໄປບ້ານເພິ່ນ.

ມີໂຄວິດຈຶ່ງຮູ້ວ່າມີແຮງງານລາວຫລາຍແສນຂ້າມຂອງໄປບ້ານເພິ່ນ. (ບົດກອນຕາມແບບກອນອ່ານປູ່ປາງຄໍາກອນສິບ) ຄິດເຫັນປາງກ່ອນກີ້ ຄົນລາວຫ່າງດິນແດນ ຖືກກວດໜີໄປໄທ ຫ່າງໄກເມືອງບ້ານ ສົງຄາມພາລາວເສົ້າ ວຽງວັງຖືກເຜົາຜ່ານ ຄົນລາວເຈັບປ່ວຍຊໍ້າ ກາຍເປັນຂ້ອຍອ່ອນເຂົາ ເຈົ້າເອີ້ຍ ເຈົ້າອານຸຕໍ່ສູ້ ຫວັງປົດປ່ອຍຄົນລາວ ອອກຈາກການປົກຄອງ ເພື່ອລາວກາຍເປັນເຈົ້າ ເສັຍທີ ເສັຍໄຊໃຫ້ ຄົນໄທໃຈດໍາໃຫຍ່ ຄົນລາວ ຈໍາຂຸດຄອງຮ່ອງນໍ້າ ແສນແສບຊໍ້າບໍ່ລືມ ແທ້ແລ້ວ ຕົກມາໃນເມື່ອນີ້ ຄົນລາວແຂ່ງກັນໄປ ຊອກເຮັດອອກແຮງງານ ຢູ່ໄທມີຫລາຍຫລົ້ນ ອົດທົນທໍາງານສູ້ ຫາເງິນກັບຄືນຕ່າວ ພໍມີທຶນກໍ່ສ້າງ ເຮືອນຊານບ້ານເພິ່ງຕົນ ເຈົ້າເອີ້ຍ ສັງເປັນໄປປ່ຽນປີ້ນ ຄົນໄກຫ່າງເມືອງນອນ ຄວາມຈະເລີນລາວມີ ແຕ່ງານສັງມາເຟີ້ ແຮງງານໜີໄກບ້ານ ກາຍແສນໄປຫາເພິ່ນ ນາຍທຶນເຂົາຈ່າຍໃຊ້ ເປັນບຸນໄດ້ຊ່ວຍຄົນ ນັ້ນແລ້ວ ບັນຫາມີເດັ່ນຂຶ້ນ ຕົກໃນຊ່ວງໂຄວິດ ການໄປມາມີໄພ ແຜ່ລາມກັນຕິດເຊື້ອ ຫາກພາກັນກັບບ້ານ ຄືນມາຕາມເຂດດ່ານ ແດ່ເທີ້ນ ແພດໝໍຈະຊ່ວຍໃຫ້ ໃຜຕິດເຊື້ອເພິ່ນປົວ ວ່ານາ ເງິນຄືງານຕ່າງບ້ານ ໂອກາດເລັ່ງທາງໄປ ຄົນຊອກຫາເງິນຄໍາ ສ່ຽງໄພໜີຄົນກໍ້າ ຫາກມີງານເຕັມບ້ານ…