ຫລັງຝົນຈະມີແສງແຫ່ງຄວາມອົບອຸ່ນ!

ຫລັງຝົນຈະມີແສງແຫ່ງຄວາມອົບອຸ່ນ! ຟັງສຽງລົມຕ່ອຍຕ້ອງ ພັດແຮງຜ່ານກາຍມາ ຝົນໂຮຍຮໍາຕາມຫລັງ ຫລັ່ງລົງປານເທນໍ້າ ບົນເວຫາດັງກ້ອງ ເມກໄຫລນອງເປັນໝູ່ ຄວາມມືດມົວເລັ່ງເຂົ້າ ເໝືອນຟ້າທະລົ່ມດິນ ເຈົ້າເອີ້ຍ ຊີວິດເໝືອນດັ່ງຟ້າ ມີຍາມສ່ອງແສງສີ ບາງວັນເມກລອຍລົມ ແລ່ນຕັນຕາເວັນໄວ້ ຊີວິດມີທັງເສົ້າ ຫວານເຢັນແລະຂົມຂື່ນ ບາງຍາມມືດທົ່ວແຄ້ວນ ຈິດໃຈເສົ້າອ່ອນພະລັງ ແທ້ແລ້ວ ຝົນຕົກມີເທື່ອເອື້ອນ ລົມພັດຜ່ານກາຍໄປ ແສງສີໃສຫວນຄືນ ເມື່ອຍາມຕາເວັນແຈ້ງ ອາກາດເຢັນບານຊື້ນ ພາຍຸໄປໄກຜ່ານ ດິນດອນຊົມຊື່ນຂຶ້ນ ພຶກສາໄມ້ປົ່ງໃບ ແທ້ແລ້ວ ຊີວິດລອຍລ່ອງຍ້າຍ ປຽບເໝືອນດັ່ງສາຍລົມ ມີພະລັງໃນຕົວ ພຸ່ງແຮງເດີນໄປໜ້າ ຂໍພຽງໃຈໝາຍໝັ້ນ ບຸກບືນອົດທົນຜ່ານ ລົມຈະພັດສົ່ງໃຫ້ ໄປເຖິງເທົ້າທີ່ໝາຍ ເຈົ້າເອີ້ຍ @ວິມາດອກບົວແກ້ວ