ການສໍ້ລາດບັງຫຼວງແມ່ນການສວຍໃຊ້ອຳນາດ

ການສໍ້ລາດບັງຫຼວງແມ່ນການສວຍໃຊ້ອຳນາດທີ່ໄດ້ຮັບມອບຫມາຍເພື່ອຜົນປະໂຫຍດຫຼືການໄດ້ປຽບສ່ວນຕົວ.ຖ້າເວົ້າເຖິງຄໍາວ່າສໍ້, ຈະສໍ້ແນວໃດ ແລະ ຜູ້ໃດເປັນຜູ້ສໍ້ ລ້ວນແຕ່ບົ່ງບອກເຖິງຄຸນລັກຊະນະຂອງຄົນບໍ່ດີທັງນັ້ນ ຈະຢູ່ໃນສັງຄົມໃດ ແລະ ໃນສະໃຫມໃດກໍຕາມ. ຄືດັ່ງທ່ານໄດ້ເວົ້ານັ້ນ ມັນບໍ່ສະເພາະແຕ່ສ້າງຄວາມເສັຍຫາຍໃຫ້ແກ່ຊັບສິນຂອງຊາດ ແລະ ຂອງປະຊາຊົນເທົ່ານັ້ນ ມັນເປັນການກົດຫນ່ວງຄວາມຈະເລີນຂອງຊາດ ຂາດຄວາມເປັນທໍາ ທັງເປັນແບບຢ່າງອັນບໍ່ດີໃຫ້ແກ່ຄົນໃນການນໍາວຽກງານລັດຫາທາງສວຍໃຊ້ຫນ້າທີ່ແລະອໍານາດເພື່ອສິດຜົນປະໂຫຍດຂອງຕົນເອງ ແຕ່ບໍ່ຖືກລົງໂທດ ກາຍເປັນສາຍຄະນວນໄຟລາມໃໝ້ໄປຕໍ່ ຮ້າຍແຮງໄປກ່ວານັ້ນ ຜູ້ສໍ້ໂກງ ມັນບໍ່ແມ່ນຄົນທໍາມະດາເຮັດ ແມ່ນຄົນໄດ້ຮຽນຮູ້ ມີຫນ້າທີ່ ມີອໍານາດ ຖືວ່າດື້ດ້ານເຮັດເພາະເຖິງຈະຖືກກ່າວປະນາມ ແລະ ມີການອົບຮົມບົ່ມສອນກັນທາງດ້ານການເມືອງແນວຄິດມາຕະຫລອດກໍຕາມ. ສັງຄົມມີແຕ່ໄດ້ຕັ້ງຄໍາຖາມໄດ້ວ່າ ເປັນຫຍັງມາເຖິງປະຈຸບັນມັນຍັງບໍ່ສາມາດແກ້ໄດ້ ແລະ ຄົງຈໍາເປັນຕ້ອງໄດ້ລໍຖ້າໄປ ໃຫ້ທ້ອງຂອງພວກເຂົາເບັງແຕກຕາຍເອງ ຄືທ້ອງພາມນັ້ນແລ້ວນໍທ່ານ.