ສິ່ງທີ່ທ່າທາຍທີ່ສຸດໃຫ້ແກ່ DB ໃນຫລາຍປີຜ່ານມາ

ສິ່ງທີ່ທ່າທາຍທີ່ສຸດໃຫ້ແກ່ DB ໃນຫລາຍປີຜ່ານມາຕົ້ນຕໍແມ່ນບັນຫາໄພທໍາມະຊາດ ເປັນຕົ້ນ ໄຟນໍ້າຖ້ວມ, ພາຍຸ ແລະ ຫິມະຕົກຫນັກ ເຮັດໃຫ້ ທາງລົດໄຟຖືກທໍາລາຍເສັຍຫາຍຫນັກໃນແຕ່ລະປີຕ້ອງໄດ້ມີການສ້ອມແປງຄືນໃນມູນຄ່າເປັນຫລາຍໆຕື້ຢູໂຣ ທັງເຮັດໃຫ້ເສັຍລາຍໄດ້ຈາກຜົນກະທົບໃສ່ການສັນຈອນບໍ່ໄດ້. ອາກາດລະດູຮ້ອນສູງຂຶ້ນ ແລະ ອາກາດຫນາວຫິມະແຂງ ທັງໝົດລ້ວນແລ້ວແຕ່ສ້າງບັນຫາໃຫ້ແກ່ DB ທັງນັ້ນຄື: ອາກາດຮ້ອນທະວີຂຶ້ນໃນແຕ່ລະປີເຮັດໃຫ້ DB ຕ້ອງໄດ້ປັບປຸງ ແລະ ຕິດຕັ້ງລະບົບປັບອາກາດ ແລະ ແອເຢັນໃນບັນດາຕູ້ລົດໄຟໂດຍສານທັງຫມົດໃນຊຸມປີຜ່ານມາ ກໍເປັນມູນຄ່າອັນມາຫາສານ. ອາກາດໜາວຫິມະ ແລະ ນໍ້າແຂງ ກີດກັ້ນການສັນຈອນ ຈໍາເປັນເຮັດໃຫ້ DB ຕ້ອງໄດ້ປັບປຸງລະບົບປົດປ່ອຍຫິມະ ແລະທໍາລາຍນໍ້າແຂງໃນລາງລົດໄຟດ້ວຍລະບົບຄວາມຮ້ອນເຮັດໃຫ້ຫິມະແລະນໍ້າແຂງເປື່ອຍກໍຈໍາເປັນຕ້ອງໄດ້ລົງທຶນໃສ່ການຄົ້ນຄ້ວາວິຊາການນໍາໃຊ້ເຕັກນິກອັນທັນສະໄໝທີ່ຈໍາຕ້ອງໄດ້ໃຊ້ທຶນຮອນເຂົ້າໃສ່. ຄວາມຮຽກຮ້ອງຂອງສັງຄົມຕໍ່ການເດີນທາງ ຕ້ອງໃຫ້ສະດວກ ໄວຂຶ້ນ ຮັບປະກັນຂຶ້ນ ແລະ ຊື່ຕົງຕໍ່ເວລາ ແມ່ນໄດ້ກາຍເປັນບັນຫານໍາໄປສູ່ການຫັນເປັນທັນສະໄໝຂອງ DB ອັນສໍາຄັນເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າກໍຄືຜູ້ໂດຍສານ, ຊຶ່ງໃນຫລາຍປີຜ່ານມາ ຈະສັງເກດເຫັນໄດ້ວ່າ ສະຖານີລົດໄຟຫລາຍແຫ່ງໄດ້ຖືກປັບປຸງໃຫ້ທັນສະໄຫມ ແລະ ງົດງາມຂຶ້ນ ຫລືສ້າງຂຶ້ນໃໝ່ໃຫ້ຕິດພັນໂດຍກົງກັບສະໜາມບິນໃຫຍ່ສາກົນເຊັ່ນທີ່ເມືອງຟະຣັງຟວດອໍາມາຍແບກລິນ ມູນເຈີນ ແລະອື່ນໆ. ການຕິດຕໍ່ລະຫວ່າງຕົວເມືອງໃຫຍ່ ເຊັ່ນ ແອກຟອດ ແບກລີນ ໂຄ່ນ…