ສິ່ງທີ່ທ່າທາຍທີ່ສຸດໃຫ້ແກ່ DB ໃນຫລາຍປີຜ່ານມາ

ສິ່ງທີ່ທ່າທາຍທີ່ສຸດໃຫ້ແກ່ DB ໃນຫລາຍປີຜ່ານມາຕົ້ນຕໍແມ່ນບັນຫາໄພທໍາມະຊາດ ເປັນຕົ້ນ ໄຟນໍ້າຖ້ວມ, ພາຍຸ ແລະ ຫິມະຕົກຫນັກ ເຮັດໃຫ້ ທາງລົດໄຟຖືກທໍາລາຍເສັຍຫາຍຫນັກໃນແຕ່ລະປີຕ້ອງໄດ້ມີການສ້ອມແປງຄືນໃນມູນຄ່າເປັນຫລາຍໆຕື້ຢູໂຣ ທັງເຮັດໃຫ້ເສັຍລາຍໄດ້ຈາກຜົນກະທົບໃສ່ການສັນຈອນບໍ່ໄດ້.
ອາກາດລະດູຮ້ອນສູງຂຶ້ນ ແລະ ອາກາດຫນາວຫິມະແຂງ ທັງໝົດລ້ວນແລ້ວແຕ່ສ້າງບັນຫາໃຫ້ແກ່ DB ທັງນັ້ນຄື:
ອາກາດຮ້ອນທະວີຂຶ້ນໃນແຕ່ລະປີເຮັດໃຫ້ DB ຕ້ອງໄດ້ປັບປຸງ ແລະ ຕິດຕັ້ງລະບົບປັບອາກາດ ແລະ ແອເຢັນໃນບັນດາຕູ້ລົດໄຟໂດຍສານທັງຫມົດໃນຊຸມປີຜ່ານມາ ກໍເປັນມູນຄ່າອັນມາຫາສານ.
ອາກາດໜາວຫິມະ ແລະ ນໍ້າແຂງ ກີດກັ້ນການສັນຈອນ ຈໍາເປັນເຮັດໃຫ້ DB ຕ້ອງໄດ້ປັບປຸງລະບົບປົດປ່ອຍຫິມະ ແລະທໍາລາຍນໍ້າແຂງໃນລາງລົດໄຟດ້ວຍລະບົບຄວາມຮ້ອນເຮັດໃຫ້ຫິມະແລະນໍ້າແຂງເປື່ອຍກໍຈໍາເປັນຕ້ອງໄດ້ລົງທຶນໃສ່ການຄົ້ນຄ້ວາວິຊາການນໍາໃຊ້ເຕັກນິກອັນທັນສະໄໝທີ່ຈໍາຕ້ອງໄດ້ໃຊ້ທຶນຮອນເຂົ້າໃສ່.
ຄວາມຮຽກຮ້ອງຂອງສັງຄົມຕໍ່ການເດີນທາງ ຕ້ອງໃຫ້ສະດວກ ໄວຂຶ້ນ ຮັບປະກັນຂຶ້ນ ແລະ ຊື່ຕົງຕໍ່ເວລາ ແມ່ນໄດ້ກາຍເປັນບັນຫານໍາໄປສູ່ການຫັນເປັນທັນສະໄໝຂອງ DB ອັນສໍາຄັນເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າກໍຄືຜູ້ໂດຍສານ, ຊຶ່ງໃນຫລາຍປີຜ່ານມາ ຈະສັງເກດເຫັນໄດ້ວ່າ ສະຖານີລົດໄຟຫລາຍແຫ່ງໄດ້ຖືກປັບປຸງໃຫ້ທັນສະໄຫມ ແລະ ງົດງາມຂຶ້ນ ຫລືສ້າງຂຶ້ນໃໝ່ໃຫ້ຕິດພັນໂດຍກົງກັບສະໜາມບິນໃຫຍ່ສາກົນເຊັ່ນທີ່ເມືອງຟະຣັງຟວດອໍາມາຍແບກລິນ ມູນເຈີນ ແລະອື່ນໆ.
ການຕິດຕໍ່ລະຫວ່າງຕົວເມືອງໃຫຍ່ ເຊັ່ນ ແອກຟອດ ແບກລີນ ໂຄ່ນ ມູນເຈີນ ແລ່ນຫາກັນໄດ້ໄວຂຶ້ນ ດ້ວຍການສ້າງ ແລະປັບປຸງເສັ້ນທາງລົດໄຟໃຫ້ ລົດໄຟດ່ວນ ICE ແລ່ນໄດ້ແລ່ນໄວ ຫລຸດເວລາການສັນຈອນລົງໄດ້ແບບບໍ່ເຄີຍມີມາກ່ອນ ຫມາຍຄວາມວ່າ ທັງເສັ້ນທາງລົດໄຟ ແລະ ຄຸນນະພາບຂອງລົດໄຟໄວ ໄດ້ນັບມື້ນັບໄດ້ມີການປັບປຸງຂຶ້ນ ດ້ວຍການລົງທຶນອັນມະຫາສານ.
ການປິດເປີດ ເສັ້ນທາງລົດໄຟຜ່ານເສັ້ນທາງລົດແລ່ນ ແບບອັດຕະໂນມັດ ບໍ່ມີຄົນຍາມຄືໃນເມື່ອກ່ອນ
ການສົດເຊີຍຕໍ່ຜູ້ໂດຍສານໃນເວລາມີບັນຫາໃນການເດີນທາງຊັກຊ້າ ໄປບໍ່ຕົງເວລາມີການຄ້າງທາງ ຫລື ໃນເວລາມີໄຟທໍາມະຊາດ DB ຕ້ອງໄດ້ສົດເຊີຍ ຫລື ຈ່າຍຄ່າພັກເຊົາໂຮງແຮມ ແລະ ຄ່າສັນຈອນພິເສດຕັກຊີ້ ແລະ ອື່ນໆ ໃຫ້ຜູ້ເດີນທາງ ໃນແຕ່ລະປີ ເປັນຫລາຍລ້ານຢູ່ໂຣ. ດັ່ງນັ້ນບັນຫາເຮັດໃຫ້ການເດີນທາງຂອງລົດໄຟໄປຕົງເວລາ ແມ່ນ ບັນຫາແຕະຕ້ອງໂດຍກົງຕໍ່ຊື່ສຽງຂອງບໍລິສັດ ອິມມິດ ນຶ່ງສໍາຄັນຂອງ DB ຕໍ່ລູກຄ້າຜູ້ເດີນທາງ ເວົ້າລວມ ການໄປບໍ່ຕົງເວລາ ພາສາເຢັຍລະມັນທີ່ເວົ້າວ່າ ແຟກສະເປດຕຸງ ແມ່ນເປັນບັນຫາອິມມິດ ແລະ ສ້າງຄວາມສິນເປືອງໃຫ້ແກ່ DB ທີ່ເປັນພາລະຫນັກໃນການຫາທາງແກ້ໄຂໃນແຕ່ລະປີ.
ເລື້ອງຮັກສາຄວາມສະອາດໃນລົດໄຟ ເລື້ອງຄວາມປອດໄຟ ມີ DB Security ກວດໃນລົດໄຟ ແລະ ໃນສະຖານີລົດໄຟ