ຕາມແນວຄິດໂຕເອງ ຢູ່ບ້ານເຮົາອາດຈະພາກັນຢ້ານຫລາຍໂພດບໍ?

ຕາມແນວຄິດໂຕເອງ ຢູ່ບ້ານເຮົາອາດຈະພາກັນຢ້ານຫລາຍໂພດບໍ? ມີແຕ່ຄວາມຢ້ານກໍເຮັດໃຫ້ຄົນບໍ່ສະບາຍໃຈໄດ້. ແນ່ນອນການປ້ອງກັນແມ່ນສໍາຄັນໃນເມື່ອການສັກຢາບ້ານເຮົາຍັງບໍ່ທົ່ວເຖິງກັນ. ໂຊກດີທີ່ສະພາບບ້ານເຮົາແຕກຕ່າງຫລາຍຈາກຕ່າງປະເທດ ເປັນຕົ້ນບໍ່ແອອັດກັນຫລາຍ. ການແຜ່ເຊື່ອສາມາດປ້ອງກັນໄດ້ ຖ້າທຸກຄົນເອົາໃຈໃສ່ ແລະ ເປັນເຈົ້າການໃນການປ້ອງກັນຕົວເອງ ແລະ ລັດຕ້ອງສ້າງເງື່ອນໄຂໃຫ້ຄົນສາມາດປ້ອງກັນຕົນເອງໄດ້ ເຊັ່ນຜ້າອັດປາກອັດດັງທີ່ເຊື່ອຖືໄດ້. ຕົວຢ່າງໃນເຢັຍລະມັນ ໃນເບື້ອງຕົ້ນລັດໄດ້ແຈກຢາຍຟີ ຜ່ານທາງໄປສະນີສົ່ງໃຫ້ ທຸກຄົນທີ່ມີອາຍຸນັບແຕ່ຫົກສິບປີຂຶ້ນໄປ ຕໍ່ມາລາຄາບໍ່ແພງທີ່ທຸກຄົນສາມາດຊື້ໄດ້ໃນຮ້າງຮ້ານຕ່າງໆ. ບັນຫາຕົ້ນຕໍໃນການຕ້ານຄວາມຢ້ານ ແມ່ນຊ່ວຍອະທິບາຍໃຫ້ຄົນທົ່ວໄປເຂົ້າໃຈວ່າ ການຕິດເຊື້ອມັນເກີດຂຶ້ນໄດ້ແນວໃດກັນແທ້? ແຕ່ລະຄົນ ຈະຕ້ອງເຮັດຫຍັງ? ເພື່ອບໍ່ໃຫ້ຕິດເຊື້ອ ແລະ ບໍ່ນໍາເຊື້ອໄປແຜ່ໃສ່ຜູ້ອື່ນ ກໍຄືຍາດຕິພີ້ນ້ອງຂອງຕົນເອງ. ເປັນທີ່ຮູ້ດີກັນວ່າ ການຕິດເຊື້ອໃນບ້ານເຮົາແມ່ນເກີດຂຶ້ນໃນການພົບປະຊຸມແຊວ ຮ່ວມສົ່ງສະການ ແລະ ອື່່ນໆ ແບບບໍ່ມີການປ້ອງກັນຕົວຢ່າງຖືກຕ້ອງ. ອັນທີ່ຮັບປະກັນແມ່ນ ຖ້າໃຊ້ຜ້າອັດປາກອັດດັງ ແລະ ຢູ່ຫ່າງກັນ ລ້າງມືລ້າງຫນ້າ ເຊື້ອມັນຕິດບໍ່ໄດ້. ດັ່ງນັ້ນທຸກຄົນຕ້ອງປະຕິບັດ ຖ້າອອກຈາກບ້ານໄປບ່ອນຊື້ຂາຍຕ້ອງໃສ່ຜ້າອັດປາກອັດດັງ ຕ້ອງຢູ່ຫ່າງກັນ ສອງແມດຂຶ້ນໄປ. ໃນບ່ອນຊື້ບ່ອນຂາຍ ເຈົ້າຂອງຮ້ານຕ້ອງເປັນເຈົ້າການ ໃຜບໍ່ປະຕິບັດບໍໃຫ້ເຂົ້າຮ້ານ ໃນຮ້ານມີຂີດເສັ້ນໃຫ້ຢືນຫ່າງກັນ. ຖ້າຮ້ານໃດບໍ່ປະຕິບັດຕ້ອງຮັບຮູ້ວ່າ ຫາກມີການກວດພົບຮ້ານນັ້ນຕ້ອງຖືກປັບໃຫມແລະສັ່ງປິດ ເຂັ່ງຄັດເຊັ່ນນີ້ຈຶ່ງຈະຮັບປະກັນ. ການສັກຢາທີ່ມີຕ້ອງໃຫ້ຖືກຢຸດເລັ່ງ ແລະ ປ້ອງກັນໃຫ້ຖືກຢຸດ ເຊັ່ນການກັກຫ້າມກວດກັນຕາມທ້ອງຖະຫນົນເຮັດໃຫ້ລົດແອອັດ ບໍ່ແມ່ນຈຸດເລັ່ງໃນການປ້ອງກັນການແຜ່ເຊື້ອ…

ຢູ່ນະຄອນຫລວງໂຄວິດຍັງແຂງຕົວແຜ່ລາມ.

ຢູ່ນະຄອນຫລວງໂຄວິດຍັງແຂງຕົວແຜ່ລາມ. ຈົນຕາແຈເພິ່ນເວົ້າ ໂຄວິດລ່ວງດິນແດນ ມັນມາແຮງແຜງລິດ ແຜ່ກະຈາຍໄວຂຶ້ນ ວຽງຈັນນະຄອນກ້ວາງ ອັນຕະລາຍແຮງເຮັ່ງ ໄປມາປິດທົ່ວດ້ານ ຢາກກັນເຊື້ອແຜ່ລາມ ວ່າເດ້ ໂຄວິດມັນພົ່ນເຊື້ອ ຕິດກັນຕໍ່ຕາມຄົນ ຄວາມຖືເບົາເປັນໄພ ໃສ່ຊຸມຊົນໂຊມເນື້ອ ຊຸດໂຊມໃຈໄປພ້ອມ ການງານລາຍໄດ້ຕໍ່າ ໄປມາໄກບໍ່ໄດ້ ຈໍາເປັນຕ້ອງຢູ່ເຮືອນ ນັ້ນແລ້ວ ເໝືອນດັ່ງ ສົງຄາມເຢັນກ່ອນກີ້ ລະບອບຕ່າງແນວທາງ ຄົນກັບຄົນຜິດກັນ ແຂ່ງຂັນຢາກເປັນເຈົ້າ ຕົກມາໃນຄາວນີ້ ສັດຕູມີຮູບໃຫມ່ ໂຄວິດແຜ່ເຊື້ອໃຫ້ ຝູງຄົນໄດ້ຢ່ອນກົວ ແທ້ລ້ວ ມີທາງໃດຊ່ວຍແກ້ ປວງຊົນຜ່ານໂຄວິດ ເດ້ນໍ ຕີເສິກເຢັນປາບມານ ຜ່ານຄວາມກັງວົນຮ້ອນ ຂໍວອນວານຫາເຈົ້າ ປວງຊົນລາວອົດຜ່ານ ການນໍາຊູຊ່ວຍປ້ອງ ບັນເທົ່າຮ້ອນຜ່ອນເຢັນ ແດ່ທ້ອນ @ວິມາດອກບົວແກ້ວ ຮູບພາບຈາກ Update ບ້ານເມືອງ

ໄປທາງໄວຫ່າງບ້ານ ມີລົດແລ່ນເປັນສາຍ

ໄປທາງໄວຫ່າງບ້ານ ມີລົດແລ່ນເປັນສາຍ ກາຍກັນໄປເຕັມທາງ ຫ່າງກັນຖັນແຖວກ້ວາງ ລວງໃຜລວງມັນຂຶ້ນ ຕາມຄວາມໄວບອກກ່າວ ເຖິງຄາວລົງຜ່ານບ້ານ ມີທາງໂງ້ງຄ່ອຍໄປ @ວິມາດອກບົວແກ້ວ

ສຸກສັນວັນແຫ່ງຄວາມຮັກ

ສຸກສັນວັນແຫ່ງຄວາມຮັກ Einen Lieben Valentinsgruß! ໝັ້ນໃຈ ແນມສົ່ງຍິ້ມ ຕາຊື່ນຫວານໃນ ໃຈແຂງເດັດ ດັ່ງຈົງອາງເຈົ້າ ເອົາຫົວຕັ້ງ ຍໍຄໍພຶງໃສ່ ໃຈບໍ່ຫລ້ຽວ ຕຽມພ້ອມຊ່ວຍປອງ ແທ້ແລ້ວ ໝັ້ນໃຈ ລົງລ່ອງນໍ້າ ເຮືອໃສ່ໃບລົມ ມືງົມຫາ ຈ່ອງບົວບາງໄມ້ ໃນຫນອງນໍ້າ ປູປາລອຍລ່ອງ ລົມຊ່ວຍຕ້ອງ ເຮືອຍ້າຍອ່ວຍຫາ ເຈົ້າແລ້ວ ໝັ້ນໃຈ ປີນໄຕ່ຂຶ້ນ ຈອມໃຫຍ່ພູສູງ ຍຸງຍາງຢືນ ຕໍ່ລໍາລຽນຕົ້ນ ວົນວຽນຂຶ້ນ ຕາມຜາລຽບປ່າ ຫາບ່ອນຊົ້ນ ບືນຫນ້າບໍ່ຖອຍ ແທ້ນ່າ ຫມັ້ນໃຈ ມີແຈ່ມເຈົ້າ ເປັນຄູ່ຄຽງຄອງ ສອງແນວຄິດ ຕື່ມກັນສັນສ້າງ ທາງໄປໜ້າ ຕຶບໜາດົງໃຫຍ່ ໃຈບໍ່ຖໍ້ ສອງກ້າຕື່ມແຮງ ແທ້ແລ້ວ ໝັ້ນໃຈ ວາລັນທາຍຊ່ວຍເຕື້ອງ ວັນແຫ່ງຄວາມຮັກ ຈົງພັກດີ ບໍ່ມີຍາມເສົ້າ ຍິງລາວກ້າວ ເປັນຍິງລາວເກັ່ງ ເລັງສູ່ໜ້າ ໄຊກ້າຊື່ນໃຈ ເຈົ້າເຖີ້ນ @ວິມາດອກບົວແກ້ວ

ຟັງຄໍາກອນກ່ອມກ້ຽວ ສາວແຄມງື່ມທາງໃດ ເດ້ນໍ

ຟັງຄໍາກອນກ່ອມກ້ຽວ ສາວແຄມງື່ມທາງໃດ ເດ້ນໍ ສໍານວນແສນຕໍາໃຈ ຊ່າງວາດຄວາມຫມາຍເວົ້າ ສາວຫນຸ່ມທັງສາວເຖົ້າ ຄົງເປັນລົມປອງໃສ່ ຮັກໃຜຂໍຈົ່ງໄດ້ ກາຍເປັນເຜິ້ງປ່ຽງດຽວ ເຈົ້າເອີ້ຍ

ໄດ້ອ່ານຂ່າວກໍມີຄວາມສົນໃຈຢູ່ວ່າອາດຈະແມ່ນມາດຕາການນຶ່ງໃນວາລະແຫ່ງຊາດຢາກແກ້ໄຂບັນຫາເສດທະກິດ.

ໄດ້ອ່ານຂ່າວກໍມີຄວາມສົນໃຈຢູ່ວ່າອາດຈະແມ່ນມາດຕາການນຶ່ງໃນວາລະແຫ່ງຊາດຢາກແກ້ໄຂບັນຫາເສດທະກິດ. ການບໍລິການຕະກຸນເງິນດິຈິຕອນໃນເຄືອຄ່າຍບະລອກເຍ້ງແມ່ມີການດໍາເນີນໄປຢ່າງກ້ວາງຂວາງໃນປະຈຸບັນ ແລະ ມີຫລາຍຮູບແບບ ທີ່ທຸກຄົນທີ່ມີເງື່ອນໄຂແລະມີຄວາມສາມາດນໍາໃຊ້ອິນເຕິແນດສາມາດເຂົ້າຊື້ໃນເເວດໄຊທີ່ໃຫ້ການບໍລິກາໄດ້. ເຕັກໂນໂລຊີບະລອກເຍ້ງໄດ້ກາຍເປັນພື້ນຖານໃຫ້ແກ່ການທໍາທຸລະກິດໃນການຊື້ ແລະ ຂາຍແລກປ່ຽນເງິນດີຈິຕອນ ທີ່ໃນເບື້ອງຕົ້ນ ແມ່ນ ບິດຄອຍທີ່ເປັນຕະກຸນເງິນດິຈິຕອນທໍາອິດ ຈາກນັ້ນກໍມີຫລາຍຕະກຸນເງິນດິຈິຕອນເກີດຂຶ້ນ ແລະ ເກີດມີຫລາຍຜູ້ບໍລິການສ້າງປະລັດຟອມທໍາທຸລະກິດເງິນດິຈິຕອນນັບມື້ນັບຫລາຍຂຶ້ນ. ທຸກຄົນທີ່ມີອິນເຕີເນັດສາມາດພົວພັນທາງເຄືອຄ່າຍກໍສາມາເຂົ້າໄປເວັບໃຊ ຍ້ອນຕົນເອງບໍ່ຮູ້ໄດ້ເຖິງຈຸດປະສົງຕົນຕໍຂອງລັດຕໍ່ການອານຸມັດໃຫ້ທະນາຄານເຮັດທຸລະກິດກັບບິດຄອຍຊຶ່ງຫມາຍຄວາມວ່າໃຫ້ທະນະຄານໃຊ້ທຶນຫລືລົງທຶນຊື່ບິດຄອຍນັ້ນເອງ ຈະຢູ່ໃນຈໍານວນເທົ່າໃດ ແລະ ກໍຫມາຍຄວາມວ່າ ຕ້ອງໃຊ້ເງິນຕາຕ່າງປະເທດເຊັ່ນເງິນໂດລາຊື້ທີ່ເຂົາຮັບຮູ້. cryptocurrency ແມ່ນຫຍັງ? Cryptocurrencies (cryptos) ແມ່ນສະກຸນເງິນ virtual ທີ່ໂດຍປົກກະຕິໃຊ້ເຄືອຂ່າຍແບ່ງຂັ້ນຄຸ້ມຄອງເພື່ອດໍາເນີນທຸລະກໍາດ້ານການເງິນທີ່ປອດໄພ. ແພລະຕະຟອມການຄ້າຂອງ Plus500 ອະນຸຍາດໃຫ້ເຈົ້າສາມາດຊື້ຂາຍ crypto CFDs ເຊັ່ນ Bitcoin, Ripple XRP, Ethereum ແລະອື່ນ more ໂດຍການຄາດເດົາການເຄື່ອນໄຫວລາຄາຂອງເຂົາເຈົ້າໂດຍບໍ່ມີເຈົ້າຂອງເປັນເຈົ້າຂອງ. ຖືວ່າເປັນບັນຫານຶ່ງທີ່ສໍາຄັນຂອງຊາດ. ຫລາຍທ່ານອາດຈະມີຄໍາເຫັນເຊັ່ນດຽວກັບທ່ານນາຍົກ ແລະ ຕັ້ງຄໍາຖາມຂຶ້ນອີກວ່າ ປະເທດເຮົາໃຫ້ເຂົາຂຸດຄົ້ນຫລາຍບໍ່ແຮ່ມາຕັ້ງຫລາຍປີແລ້ວ ກໍເຊັ່ນດຽວກັນກັບການສ້າງເຂື່ອນຈະຮອດຮ້ອຍແລ້ວເປັນຫຍັງປະເທດຊາດກໍຄືປະຊາຊົນລາວເຮົາຍັງບໍ່ພົ້ນທຸກ? ໃນຜ່ານມາອົງການຈັດຕັ້ງສາກົນໄດ້ຕີລາລາມາດຖານຈະໃຫ້ລາວພົ້ນອອກຈາກຄວາມທຸກຫຍາກ ກໍແມ່ນບັນຫາເສດທະກິດທີ່ເອື່ອຍອີງໃສ່ການຂຸດຄົ້ນແຮ່ທາດນີ້ເປັນບັນຫານຶ່ງທີ່ເຂົາເຈົ້າເປັນຫ່ວງນໍາ. ຄົນລາວເຮົາຜູ້ຮູ້ເຫດການຄືນ້ອງສຸລັດຂຽນອອກນີ້ກໍຄົງມີຄວາມເປັນຫ່ວງນໍາ ຖ້າຊັບສິນຂອງຊາດຫມົດໄປແລ້ວໂດຍທີ່ຜົນ່ໄດ້ຮັບບໍ່ສົມເຫດສົມຜົນ ບໍ່ມີການກໍ່ສ້າງຄົນຕົນເອງໃຫ້ເປັນເຈົ້າການຊ່ຽວຊານປອດໃສ ແລ້ວທ່າແຮງຂອງຕົນເອງໃນຕໍ່ຫນ້າ ກໍຄືປະເທດຊາດຈະມີທ່າກ້າວຄືໄດ້ດີຄືແນວໃດ? ທ່ານນາຍົກຄົງສາມາດຮູ້ໄດ້ແລ້ວວ່າຈຸດຄົງຄ້າງມັນຢູ່ບ່ອນໃດແລະ ຈໍາເປັນບໍ່ທີ່ຈະຕ້ອງຂຸດຄົ້ນໃຫມ່ຕໍ່ໆໄປໃນເມື່ອຄວາມສາມາດຂອງຕົນເອງຍັງບໍ່ທັນພຽງພໍ…

ຊວນຄຶດ ບໍ່ຮູ້ໃຫ້ຖາມ ບໍ່ງາມໃຫ້ແຕ່ງ ນໍາທັນຄົນກັ່ນແກ້ງ ໃຫ້ເປັນເຈົ້າເພິ່ງຕົນ ເຈົ້າເອີ້ຍ.

ຊວນຄຶດ ບໍ່ຮູ້ໃຫ້ຖາມ ບໍ່ງາມໃຫ້ແຕ່ງ ນໍາທັນຄົນກັ່ນແກ້ງ ໃຫ້ເປັນເຈົ້າເພິ່ງຕົນ ເຈົ້າເອີ້ຍ. ຄຶດວ່າ ເຮືອຮອດຝັ່ງແລ້ວ ເອົາຕີນຢັ່ງລົງດິນ ມືທາວຈັບ ຈ່ອງດຶງເຄືອໄມ້ ຕາແລຈ້ອງ ແນມທາງຕາມຝັ່ງ ໜາມໜໍ່ຕັ່ງ ທາງຂຶ້ນຕໍ່ຕັນ ແທ້ເດ້ ຄຶດວ່າ ເພິ່ນພາ ປູກປ່າໄມ້ ລໍາສູງໃຫຍ່ໃບດົກ ກົກມັນແຂງ ໜໍ່ແໜງເຕັມຕົ້ນ ສັນໃດ ລົມມາຕ້ອງ ຫັກລົງໝົດງ່າ ໝາກບໍ່ໄດ້ ເສັຍຕົ້ນໃຫຍ່ລໍາ ສິເປັນບໍ່? ຄຶດວ່າ ລົດແລ່ນຫຍ້າຍ ໄປຖືກປ່ອງທາງເດີນ ຄົນພາຂັບ ເຊື່ອຈົງໃຈໄດ້ ໄກໄປໜ້າ ທາງຕັນປິດດ່ານ ກັບບໍ່ໄດ້ ເສັຍທ້ຽວຮ່ວມທາງ ອຸກອັ່ງເດ້ ທຸກຄົນ ຄວນຕໍ່ຕັ້ງ ອາໃສເພິ່ງຕົນເອງ ຟັງຄວາມຄົນ ຮິ່ນຕອງຖາມຮູ້ ຍ້ອນວ່າ ຄົນວິຊາປູ້ ພາເຮົາຕົກຕໍ່າ ທຸກແມ່ນເຈົ້າແມ່ນຂ້ອຍ ຄວນຮູ້ໃສ່ໃຈ ເຈົ້າເອີ້ຍ ຫາກບໍ່ຮູ້ ຄວນຕໍ່ຕັ້ງ ຟັງຄວາມເພິ່ນຫລາຍຄົນ ມີຄວາມຄິດ ຕ່າງກັນຄວນຄົ້ນ ຫລາຍຄວາມຮູ້…

ເວົ້າສູ່ກັນຟັງ: ປະເທດເດນມາກ ໄດ້ປະກາດການເອົາຊະນະຢຸດຕິວິກິດການໂຄວິດແລ້ວ. ປະກອບບາງຄວາມເຫັນບົດຮຽນຕໍ່ສະພາບການໂຄວິດໃນລາວເຮົາ:

ເວົ້າສູ່ກັນຟັງ: ປະເທດເດນມາກ ໄດ້ປະກາດການເອົາຊະນະຢຸດຕິວິກິດການໂຄວິດແລ້ວ. ປະກອບບາງຄວາມເຫັນບົດຮຽນຕໍ່ສະພາບການໂຄວິດໃນລາວເຮົາ: ໃນວັນທີ 10.09.2021 ປະເທດເດນມາກ ເປັນປະເທດທໍາອິດໃນຢູໂຣບ ທີ່ໄດ້ປະກາດການຢຸດຕິວິກິດການໂຄວິດ ຖືວ່າເອົາຊະນະຄວາມເປັນອັນຕະລາຍຂອງການແຜ່ເຊື້ອໂຄວິດໄດ້ແລ້ວ. ເດນມາກ ເອົາຊະນະຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ແມ່ນຍ້ອນຈໍານວນພົນລະເມືອງຫລາຍກ່ວາ ເຈັດສິບຫາແປດສິບເປີເຊັນ ໄດ້ຖືກສັກຢາປ້ອງກັນເຊື້ອໂຄວິດຢ່າງສົມບູນ ແລະ ໃນຜ່ານມາໄດ້ຊີ້ໃຫ້ເຫັນວ່າຢູ່ເດນມາກ ເຖິງຈະມີການປະເຊີນກັບໂຄວິດເຊື້ອພັນໃຫມ່ ເປັນຕົ້ນເຊື້ອພັນເດນຕາກໍຕາມ ແຕ່ກໍບໍ່ໄດ້ມີເຫດການຫຍັງຮ້າຍແຮງເກີດຂຶ້ນໃນສັງຄົມ ແລະ ຜູ້ທີ່ຕິດເຊື້ອໃຫມ່ກໍບໍມີອາການຫຍັງຮ້າຍແຮງສະແດງອອກ. ປະເທດເດນມາກ ມີພົນລະເມືອງປະມານ ຫ້າລ້ານປາຍ 5,82 ລ້ານຄົນ ທີ່ມີຄວາມຕັດສິນໃຈສູງເຂົ້າຮ່ວມໃນການສັກຢາຕ້ານໂຄວິດ. ການນໍາທຸກພາກສ່ວນໄດ້ມີວິທີການອັນດີ ອະທິບາຍໃຫ້ຄວາມເຊື່ອຫມັ້ນຕໍ່ການສັກຢາຕ້ານເຊື່ອໃຫ້ປະຊາຊົນຮັບຮູ້ ແລະ ດໍາເນີນການສັກຢາແບບກ້ວາງຂວາງ ໃນສະຖານທີ່ສາທາລະນະຕ່າງໆໄດ້ແບບງ່າຍດາຍ, ຊຶ່ງເຫັນວ່າໃນຫລາຍປະເທດຍັງບໍ່ສາມາດເຮັດໄດ້. ຕາມຄວາມເຫັນທາງດ້ານວິທະຍສາດຕ້ານເຊື້ອ ສັນນິຖານໃຫ້ຮູ້ວ່າ ການຈະເອົາຊະນະວິກິດການ ແລະ ຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ມີແຕ່ທິດທາງດຽວ ຄື ການສັກຢາປ້ອງກັນນັ້ນເອງ. ປະເທດໃດນຶ່ງ ຈະສາມາດເອົາຊະນະຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ປະຊາຊົນໃນປະເທດນັ້ນໆ ຕ້ອງໄດ້ຖືກສັກຢາປ້ອງກັນ ກາຍຈໍານວນ ເຈັດສິບເປີເຊັນ ຂອງພົນລະເມືອງທັງຫມົດ ຂຶ້ນໄປ. ນອກຈາກນັ້ນ ເພື່ອຈະສາມາດຕ້ານຕໍ່ການແຜ່ເຊື້ອໂຄວິດໄດ້ໃນທົ່ວໂລກ ຫລາຍປະເທດ ຫລື ທຸກປະເທດໃນທົ່ວໂລກຕ້ອງພ້ອມກັນເອົາຊະນະ…

ເວົ້າສູ່ກັນຟັງ: ກ່ຽວກັບການເລືອກຕັ້ງ ນາຍົກ ແລະ ລັດທະບານຊຸດໃຫມ່ຂອງເຢັຍລະມັນ.

ເວົ້າສູ່ກັນຟັງ: ກ່ຽວກັບການເລືອກຕັ້ງ ນາຍົກ ແລະ ລັດທະບານຊຸດໃຫມ່ຂອງເຢັຍລະມັນ. ໃນວັນທີ 26.09.2021 ທີ່ຈະມາເຖິງນີ້ ແມ່ນມື້ເລືອກຕັ້ງພັກການນໍາປະເທດຊຸດໃໝ່ ຊຶ່ງເປັນການເລືອກຕັ້ງລັດຖະບານ ແລະ ນາຍົກ ໃໝ່ ໄປໃນຕົວຂອງເຢັຍລະມັນ. ການເລືອກຕັ້ງດັ່ງກ່າວນີ້ ແມ່ນຖືກຈັດຂຶ້ນ ສີ່ປີໃດເທື່ອນຶ່ງ. ລັດທະບານເຢັຍລະມັນຊຸດປະຈຸບັນ ແມ່ນໄດ້ປະກອບຂຶ້ນດ້ວຍສອງພັກການເມືອງ ທີ່ເອີ້ນວ່າພັນທະມິດໃຫຍ່ຂອງສອງພັກ ຄື ພັກສະຫະພັນປະຊາທິປະໄຕຄຣິສຕຽນ ແລະ ພັກສັງຄົມປະຊາທິປະໄຕເຢັຍລະມັນ ຊຶ່ງແມ່ນ ທ່ານນາງ ແມກແກ່ນ ຂອງພັກສະຫະພັນປະຊາທິປະໄຕຄຣິສຕຽນ ເປັນນາຍົກ ມາໄດ້ສີ່ສະໄໝແລ້ວ ຈາກການຊະນະການເລືອກຕັ້ງໃນຜ່ານມາແຕ່ລະຊຸດ. ປະເທດເຢັຍລະມັນ ມີລະບົບການປົກຄອງ ປະກອບມີຫລາຍພັກ. ທັງຫມົດມີເຖິງ 45 ພັກ ນ້ອຍໃຫຍ່ ທີ່ມີສິດໄດ້ເຂົ້າຮ່ວມການເລືອກຕັ້ງ ຊຶ່ງແຕ່ລະພັກລ້ວນແຕ່ມີເປົ້າຫມາຍຈຸດພິເສດຂອງພັກໃຜມັນ ແຕກຕ່າງກັນ ທາງດ້ານການນໍາພາການເມືອງ, ເສດທະກິດ, ສັງຄົມ, ສະພາບເວດລ້ອມ ແລະ ອື່ນໆ. ປະຊາຊົນເປັນຜູ້ເລືອກຕັ້ງ ໃຊ້ສິດປະຊາທິປະໄຕຂອງຕົນເອງ ໃຫ້ຄະແນນສຽງ ໂດຍກົງ ເລືອກພັກການເມືອງ ທີ່ຕົນມັກ ແລະ ເຫັນວ່າ…

ຊວນຄຶດ ບໍ່ຮູ້ໃຫ້ຖາມ ບໍ່ງາມໃຫ້ແຕ່ງ

ຊວນຄຶດ ບໍ່ຮູ້ໃຫ້ຖາມ ບໍ່ງາມໃຫ້ແຕ່ງ ນໍາທັນຄົນກັ່ນແກ້ງ ໃຫ້ເປັນເຈົ້າແຫ່ງຕົນ ເຈົ້າເອີ້ຍ ຄຶດວ່າ ເຮືອຮອດຝັ່ງແລ້ວ ເອົາຕີນຢັ່ງລົງດິນ ມືທາວຈັບ ຈ່ອງດຶງເຄືອໄມ້ ຕາແລຈ້ອງ ແນມທາງຕາມຝັ່ງ ໜາມໜໍ່ຕັ່ງ ທາງຂຶ້ນຕໍ່ຕັນ ແທ້ເດ້ ຄຶດວ່າ ເພິ່ນພາ ປູກປ່າໄມ້ ລໍາສູງໃຫຍ່ໃບດົກ ກົກມັນແຂງ ໜໍ່ແໜງເຕັມຕົ້ນ ສັນໃດ ລົມມາຕ້ອງ ຫັກລົງໝົດງ່າ ໝາກບໍ່ໄດ້ ເສັຍຕົ້ນໃຫຍ່ລໍາ ສິເປັນບໍ່? ຄຶດວ່າ ລົດແລ່ນຫຍ້າຍ ໄປຖືກປ່ອງທາງເດີນ ຄົນພາຂັບ ເຊື່ອຈົງໃຈໄດ້ ໄກໄປໜ້າ ທາງຕັນປິດດ່ານ ກັບບໍ່ໄດ້ ເສັຍທ້ຽວຮ່ວມທາງ ອຸກອັ່ງເດ້ ທຸກຄົນ ຄວນຕໍ່ຕັ້ງ ອາໃສເພິ່ງຕົນເອງ ຟັງຄວາມຄົນ ຮິ່ນຕອງຖາມຮູ້ ຍ້ອນວ່າ ຄົນວິຊາປູ້ ພາເຮົາຕົກຕໍ່າ ທຸກແມ່ນເຈົ້າແມ່ນຂ້ອຍ ຄວນຮູ້ໃສ່ໃຈ ເຈົ້າເອີ້ຍ ຫາກບໍ່ຮູ້ ຄວນຕໍ່ຕັ້ງ ຟັງຄວາມເພິ່ນຫລາຍຄົນ ມີຄວາມຄິດ ຕ່າງກັນຄວນຄົ້ນ ຫລາຍຄວາມຮູ້…

ຂໍໃຫ້ດວງວິນຍານຂອງນ້ອງຄໍາເມັດ ຈົ່ງໄປສູ່ທີ່ສຸຄະຕິເຖິງສຸກດ້ວຍເທີ້ນ!

ຂໍໃຫ້ດວງວິນຍານຂອງນ້ອງຄໍາເມັດ ຈົ່ງໄປສູ່ທີ່ສຸຄະຕິເຖິງສຸກດ້ວຍເທີ້ນ! ບ້ານເກິນ ໂພນແຮ່ ເມືອງທຸລະຄົມ ແຂວງວຽງຈັນ. ໄດ້ຍິນຂ່າວວ່ານ້ອງ ຈໍາເປັນຫ່າງໄລລາ ນໍ້າຕານອງຕົກໃນ ອັ່ງຊວງຕັນເຕັມເນື້ອ ສຸດທີເຫລືອໃຈເສົ້າ ນ້ອງຊາຍເຮົາບໍ່ໄດ້ສັ່ງ ຄວາມເຈັບພັງຜ່າມ້າງ ດັບຊີບໃຫ້ຫ່າງກັນ ເຈົ້າເອີ້ຍ ຢາກເດ້ ຢາກມີມົນເກັ່ງກ້າ ຈະເສກເປົ່າຄາຖາ ຫັນເວລາກັບຄືນ ໄຫລ່ຫນີໂພຍໄພຮ້າຍ ໃຫ້ມັນກາຍຫາຍພົ້ນ ຊີວິດຄົນກັບຕ່າວ ສຸກຄືຄາວກ່ອນກີ້ ໂຣຄາຮ້າຍບໍ່ມີ ແທ້ແລ້ວ ແມ່ນບໍ່? ຊີວິດຄືເພິ່ນເວົ້າ ເຖິງຍາມດ່ວນຕາມມາ ຫມົດເວລາໃຜມັນ ທີ່ຫ້າງຫາມາໄວ້ ຈໍາເປັນໄປທາງຫນ້າ ຕາມຊາຕາຕົບແຕ່ງ ດັ່ງ ອິນທາແປງກໍ່ໄວ້ ທຸກຄົນໄດ້ໄຕ່ຕາມ ນັ້ນແລ້ວ ຂໍໃຫ້ ດວງວິນຍານແຈ່ມເຈົ້າ ຈົ່ງໄປສູ່ສຸຄະຕິ ເຖິງສະຫວັນມີສຸກ ຢູ່ສະບາຍຫາຍຮ້ອນ ຊາດຫນ້າມີໃຫ້ຢ້ອນ ພົບພານກັນອີກໃຫມ່ ໄດ້ເປັນໃສ້ຮ່ວມທ້ອງ ໂຮມເຕົ້າພໍ່ແມ່ດຽວ ອີກເທີ້ນ ຂໍສົ່ງ ພະລັງໃຈຊ່ວຍໃຫ້ ຄອບຄົວຢູ່ແດນໄກ ຈິດໃຈແສນຕິດພັນ ຫ່ວງນໍາບັນທອນເສົ້າ ຜູ້ເປັນເມັຍຂອງເຈົ້າ ທັງວົງວານຫມູ່ຄູ່ ຂໍຈົ່ງ ອົບອຸ່ນກັນຊ່ວຍຍູ້…