ເວົ້າສູ່ກັນຟັງ: ກ່ຽວກັບການເລືອກຕັ້ງ ນາຍົກ ແລະ ລັດທະບານຊຸດໃຫມ່ຂອງເຢັຍລະມັນ.

ເວົ້າສູ່ກັນຟັງ:
ກ່ຽວກັບການເລືອກຕັ້ງ ນາຍົກ ແລະ ລັດທະບານຊຸດໃຫມ່ຂອງເຢັຍລະມັນ.
ໃນວັນທີ 26.09.2021 ທີ່ຈະມາເຖິງນີ້ ແມ່ນມື້ເລືອກຕັ້ງພັກການນໍາປະເທດຊຸດໃໝ່ ຊຶ່ງເປັນການເລືອກຕັ້ງລັດຖະບານ ແລະ ນາຍົກ ໃໝ່ ໄປໃນຕົວຂອງເຢັຍລະມັນ. ການເລືອກຕັ້ງດັ່ງກ່າວນີ້ ແມ່ນຖືກຈັດຂຶ້ນ ສີ່ປີໃດເທື່ອນຶ່ງ.
ລັດທະບານເຢັຍລະມັນຊຸດປະຈຸບັນ ແມ່ນໄດ້ປະກອບຂຶ້ນດ້ວຍສອງພັກການເມືອງ ທີ່ເອີ້ນວ່າພັນທະມິດໃຫຍ່ຂອງສອງພັກ ຄື ພັກສະຫະພັນປະຊາທິປະໄຕຄຣິສຕຽນ ແລະ ພັກສັງຄົມປະຊາທິປະໄຕເຢັຍລະມັນ ຊຶ່ງແມ່ນ ທ່ານນາງ ແມກແກ່ນ ຂອງພັກສະຫະພັນປະຊາທິປະໄຕຄຣິສຕຽນ ເປັນນາຍົກ ມາໄດ້ສີ່ສະໄໝແລ້ວ ຈາກການຊະນະການເລືອກຕັ້ງໃນຜ່ານມາແຕ່ລະຊຸດ.
ປະເທດເຢັຍລະມັນ ມີລະບົບການປົກຄອງ ປະກອບມີຫລາຍພັກ.
ທັງຫມົດມີເຖິງ 45 ພັກ ນ້ອຍໃຫຍ່ ທີ່ມີສິດໄດ້ເຂົ້າຮ່ວມການເລືອກຕັ້ງ ຊຶ່ງແຕ່ລະພັກລ້ວນແຕ່ມີເປົ້າຫມາຍຈຸດພິເສດຂອງພັກໃຜມັນ ແຕກຕ່າງກັນ ທາງດ້ານການນໍາພາການເມືອງ, ເສດທະກິດ, ສັງຄົມ, ສະພາບເວດລ້ອມ ແລະ ອື່ນໆ.
ປະຊາຊົນເປັນຜູ້ເລືອກຕັ້ງ ໃຊ້ສິດປະຊາທິປະໄຕຂອງຕົນເອງ ໃຫ້ຄະແນນສຽງ ໂດຍກົງ ເລືອກພັກການເມືອງ ທີ່ຕົນມັກ ແລະ ເຫັນວ່າ ຈະເປັນຕົວອັນແທ້ຈິງ ໃກ້ແກ່ຕົນເອງ ໃນການປົກຄອງປະເທດຊາດ ໄປສູ່ຄວາມກ້າວຫນ້າ ແລະ ເປັນທໍາ.
ພັກໃດ ໄດ້ຮັບຄະແນນສຽງຈາກການເລືອກຕັ້ງ ກາຍ5ເປີເຊັນຂຶ້ນໄປ ຈຶ່ງສາມາດໄດ້ຮັບສິດ ແລະ ໄດ້ຈໍານວນທີ່ນັ່ງໃນສະພາ ຕາມສັດສ່ວນຈາກຈໍານວນຄະແນນຂອງການເລືອກຕັ້ງ.
ພັກໃດ ຫາກໄດ້ຄະແນນສູງຂາດຕົວ ສາມາດປະກອບລັດທະບານ ມີນາຍົກເປັນຂອງຕົນເອງ ຖືກຮັບຮູ້ຈາກປະທານປະເທດ ໃຫ້ປົກຄອງປະເທດ ໃນຊ່ວງລະຍະສີ່ປີ ຈົນກ່ວາຈະເຖິງການເລືອກຕັ້ງຊຸດໃຫມ່.
ຖ້າບໍ່ມີພັກໃດ ໄດ້ຄະແນນສູງຂາດຕົວຫລາຍກ່ວາພັກອື່ນໆ ແຕ່ໄດ້ຄະແນນສູງກ່ວາພັກອື່ນໆແບບໄລ່ລຽງກັນ ພັກນັ້ນຈະມີສິດເຈລະຈາກັບພັກອື່ນໆ ທີ່ໄດ້ຄະແນນໄຫລ່ລຽງລົງມາ ເພື່ອຫາທາງປະກອບເຂົ້າກັນໃຫ້ໄດ້ຫາງສຽງ ຫລື ທີ່ນັ່ງສູງໃນສະພາ ຫລາຍກ່ວາພັກອື່ນໆ ທີ່ຈະກາຍເປັນພັກຝ່າຍຄ້ານໃນສະພາ.
ມາເຖິງປະຈຸບັນ ຈົນເຖິງວັນເລືອກຕັ້ງ ຄືໃນວັນທີ 26.09.2021 ການດໍາເນີນການຫາສຽງ ຂອງແຕ່ລະພັກໄດ້ເປັນໄປຢ່າງຂ້ຽວຂອດ ອອກຂ່າວໃນສື່ມວນຊົນຕ່າງໆ ແລະ ມີການໂຄສະນາຕິດຮູບພາບຫາສຽງ ໃນຕົວເມືອງ ຕາມການອານຸຍາດ ແລະ ມີລະບຽບດີ.
ໂດຍສະເພາະ ໃນການຫາສຽງເລືອກຕັ້ງໃນເທື່ອນີ້ ແມ່ນມີ ສາມພັກໃຫຍ່ ທີ່ມີສະຖິຕິຄະແນນສູງ ຈາກການຢັ່ງສຽງຈາກມວນຊົນ ຄື ພັກສະຫະພັນປະຊາທິປະໄຕຄຣິສຕຽນ, ພັກປະຊາທິປະໄຕເຢັຍລະມັນ ແລະ ພັກຂຽວ(ສັນຍາລັກສະພາບແວດລ້ອມ) ຊຶ່ງງທັງສາມພັກດັ່ງກ່າວນີ້ ໄດ້ມີການສະເຫນີຜູ້ສະມັກເປັນນາຍົກຂອງພັກຕົນເອງ ຫາສຽງ ແລະ ມີການພົບປະ ໂຕ້ຄວາມເຫັນຕໍ່ຫນ້າກັນ ທາງໂທລະພາບ ໃນສອງລາຍການ ອອກຄວາມເຫັນ ຕອບຄໍາຖາມ ແລະ ຂໍ້ຂ້ອງໃຈຂອງນັກຂ່າວ ແລະ ປວງຊົນ ຊີ້ໃຫ້ເຫັນທິດທາງການຈະນໍາພາປະເທດ ຖ້າຕົນເອງຊະນະການເລືອກຕັ້ງ ໄດ້ເປັນນາຍົກ.
ນອກຈາກນັ້ນ ກໍມີລາຍການທາງໂທລະພາບ ກ່ຽວກັບພົບປະ ແຕ່ລະຜູ້ສະມັກເປັນນາຍົກຂອງແຕ່ລະພັກ ກັບຕາງຫນ້າມວນຊົນອີກຕື່ມ.
ທັງຫມົດຖືວ່າ ການຫາສຽງໃນການເລືອກຕັ້ງຂອງແຕ່ລະພັກການເມືອງ ແມ່ນຍັງດໍາເນີນໄປຢ່າງເຜັດຮ້ອນ ເພື່ອສ້າງຄວາມເຊື່ອຫມັ້ນ ໃຫ້ແກ່ຜູ້ຈະປ່ອນບັດ ຕັດສິນໃຈໃຫ້ຄະແນນສຽງ ແກ່ພັກຂອງຕົນເອງໃນມື້ເລືອກຕັ້ງ.
ຫົວຂໍ້ໃຫຍ່ໆ ທີ່ປວງຊົນສົນໃຈ ແລະ ຈະກາຍເປັນ ຍຸດທະສາດໃນການປົກຄອງປະເທດໃນຕໍ່ຫນ້າ ແມ່ນ ບັນຫາສະພາບແດລ້ອມຊຶ່ງເປັນບັນຫາໃຫຍ່ໃນຕໍ່ຫນ້າ, ບັນຫາການຫັນເປັນທັນສະໄຫມ ເປັນຕົ້ນໃນວຽກງານດິຊິຕອນແລະການສຶກສາ, ບັນຫາແກ້ໄຂພັນເດມີໂຄວິດ, ບັນຫາຄວາມຫມັ້ນຄົງທາງດ້ານການຂະຫຍາຍຕົວຂອງວຽກງານເສດທະກິດອຸດສາຫະກໍາວຽກເຮັດງານທໍາແລະລາຍຮັບຂອງປວງຊົນເງິນເດືອນແລະເງິນບໍານານ, ບັນຫາຈະຂຶ້ນພາສີ ຫລື ບໍ່ຂຶ້ນ?, ບັນຫາຄວາມເປັນທໍາໃນສັງຄົຄວາມທຸກຄວາມຮັ່ງການເງິນຕ້ານການຫນີພາສາແລະການຊັກຟ້ອງເງິນ, ບັນຫາການກໍ່ສ້າງເຮືອນທີ່ຢູອາໃສ, ບັນຫາຄວາມປອດໄພພາຍໃນ, ບັນຫາການຮັບເອົາຊາວອົບພະຍົບທີ່ຫນີຮ້ອນມາເພິ່ງເຢັນ, ບັນຫາການຮ່ວມມືໃນຢູໂຮບແລະໃນໂລກ ແລະ ອື່ນໆ
ໂດຍແຕ່ລະພັກ ລ້ວນແຕ່ໄດ້ອະທິບາຍ ຢັ້ງຢືນຄວາມເຫັນ ແລະ ວິທີການຂອງຕົນເອງ ວ່າຈະເຮັດແນວໃດ ແລະ ຈະສາມາດເອົາເງິນມາຈາກໃສ ເພື່ອໃຊ້ເຂົ້າໃນການຈະແກ້ໃຂບັນຕ່າງໆໃນຕໍ່ຫນ້າ.
ຈົນຮຶດ ວັນທີ 26.09.2021 ປະຊາຊົນເຢັຍລະມັນ ຜູ້ມີສິດເລືອກຕັ້ງ ຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນເອງຢ່າງເຕັມປ່ຽມ ລົງຄະແນນສຽງ ເລືອກການນໍາຊຸດໃຫມ່ ໄປຕາມການຕັດສິນໃຈຂອງຕົນເອງຢ່າງສົມເຫດສົມຜົນໃຫ້ໄດ້ການນໍາດີປົກຄອງປະເທດໃນສີ່ປີຂ້າງຫນ້າຕໍ່ໄປ.
ຕາມສະຖິຕິ ມາເຖິງປະຈຸບັນ ຊີ້ໃຫ້ເຫັນວ່າ ຈະມີການປ່ຽນແປງພັກການນໍາຊຸດໃຫມ່ເກີດຂຶ້ນ ຕ່າງຈາກໃນຜ່ານມາ ໂດຍຈະແມ່ນ ພັກປະຊາທິປະໄຕເຢັຍລະມັນຈະໄດ້ຮັບຄະແນນສູງ ຫລາຍກ່ວາ ພັກສະຫະພັນປະຊາທິປະໄຕຄຣິສຕຽນ ທີ່ເຄີຍຊະນະການເລືອກຕັ້ງ ໃນຜ່ານມາ.
ເຖິງແນວໃດກໍຕາມ ເຫດການເລືອກຕັ້ງໃນວັນທີ 26.09.2021 ຄະແນນສຽງຈະເປັນສິ່ງສໍາຄັນຕັດສິນອານາຄົດ ຕໍ່ຫນ້າໄປຂອງປະຊາຊົນເຢັຍລະມັນ.