ເວົ້າສູ່ກັນຟັງ: ປະເທດເດນມາກ ໄດ້ປະກາດການເອົາຊະນະຢຸດຕິວິກິດການໂຄວິດແລ້ວ. ປະກອບບາງຄວາມເຫັນບົດຮຽນຕໍ່ສະພາບການໂຄວິດໃນລາວເຮົາ:

ເວົ້າສູ່ກັນຟັງ: ປະເທດເດນມາກ ໄດ້ປະກາດການເອົາຊະນະຢຸດຕິວິກິດການໂຄວິດແລ້ວ. ປະກອບບາງຄວາມເຫັນບົດຮຽນຕໍ່ສະພາບການໂຄວິດໃນລາວເຮົາ: ໃນວັນທີ 10.09.2021 ປະເທດເດນມາກ ເປັນປະເທດທໍາອິດໃນຢູໂຣບ ທີ່ໄດ້ປະກາດການຢຸດຕິວິກິດການໂຄວິດ ຖືວ່າເອົາຊະນະຄວາມເປັນອັນຕະລາຍຂອງການແຜ່ເຊື້ອໂຄວິດໄດ້ແລ້ວ. ເດນມາກ ເອົາຊະນະຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ແມ່ນຍ້ອນຈໍານວນພົນລະເມືອງຫລາຍກ່ວາ ເຈັດສິບຫາແປດສິບເປີເຊັນ ໄດ້ຖືກສັກຢາປ້ອງກັນເຊື້ອໂຄວິດຢ່າງສົມບູນ ແລະ ໃນຜ່ານມາໄດ້ຊີ້ໃຫ້ເຫັນວ່າຢູ່ເດນມາກ ເຖິງຈະມີການປະເຊີນກັບໂຄວິດເຊື້ອພັນໃຫມ່ ເປັນຕົ້ນເຊື້ອພັນເດນຕາກໍຕາມ ແຕ່ກໍບໍ່ໄດ້ມີເຫດການຫຍັງຮ້າຍແຮງເກີດຂຶ້ນໃນສັງຄົມ ແລະ ຜູ້ທີ່ຕິດເຊື້ອໃຫມ່ກໍບໍມີອາການຫຍັງຮ້າຍແຮງສະແດງອອກ. ປະເທດເດນມາກ ມີພົນລະເມືອງປະມານ ຫ້າລ້ານປາຍ 5,82 ລ້ານຄົນ ທີ່ມີຄວາມຕັດສິນໃຈສູງເຂົ້າຮ່ວມໃນການສັກຢາຕ້ານໂຄວິດ. ການນໍາທຸກພາກສ່ວນໄດ້ມີວິທີການອັນດີ ອະທິບາຍໃຫ້ຄວາມເຊື່ອຫມັ້ນຕໍ່ການສັກຢາຕ້ານເຊື່ອໃຫ້ປະຊາຊົນຮັບຮູ້ ແລະ ດໍາເນີນການສັກຢາແບບກ້ວາງຂວາງ ໃນສະຖານທີ່ສາທາລະນະຕ່າງໆໄດ້ແບບງ່າຍດາຍ, ຊຶ່ງເຫັນວ່າໃນຫລາຍປະເທດຍັງບໍ່ສາມາດເຮັດໄດ້. ຕາມຄວາມເຫັນທາງດ້ານວິທະຍສາດຕ້ານເຊື້ອ ສັນນິຖານໃຫ້ຮູ້ວ່າ ການຈະເອົາຊະນະວິກິດການ ແລະ ຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ມີແຕ່ທິດທາງດຽວ ຄື ການສັກຢາປ້ອງກັນນັ້ນເອງ. ປະເທດໃດນຶ່ງ ຈະສາມາດເອົາຊະນະຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ປະຊາຊົນໃນປະເທດນັ້ນໆ ຕ້ອງໄດ້ຖືກສັກຢາປ້ອງກັນ ກາຍຈໍານວນ ເຈັດສິບເປີເຊັນ ຂອງພົນລະເມືອງທັງຫມົດ ຂຶ້ນໄປ. ນອກຈາກນັ້ນ ເພື່ອຈະສາມາດຕ້ານຕໍ່ການແຜ່ເຊື້ອໂຄວິດໄດ້ໃນທົ່ວໂລກ ຫລາຍປະເທດ ຫລື ທຸກປະເທດໃນທົ່ວໂລກຕ້ອງພ້ອມກັນເອົາຊະນະ…