ຫລັງຝົນຈະມີແສງແຫ່ງຄວາມອົບອຸ່ນ!

ຫລັງຝົນຈະມີແສງແຫ່ງຄວາມອົບອຸ່ນ! ຟັງສຽງລົມຕ່ອຍຕ້ອງ ພັດແຮງຜ່ານກາຍມາ ຝົນໂຮຍຮໍາຕາມຫລັງ ຫລັ່ງລົງປານເທນໍ້າ ບົນເວຫາດັງກ້ອງ ເມກໄຫລນອງເປັນໝູ່ ຄວາມມືດມົວເລັ່ງເຂົ້າ ເໝືອນຟ້າທະລົ່ມດິນ ເຈົ້າເອີ້ຍ ຊີວິດເໝືອນດັ່ງຟ້າ ມີຍາມສ່ອງແສງສີ ບາງວັນເມກລອຍລົມ ແລ່ນຕັນຕາເວັນໄວ້ ຊີວິດມີທັງເສົ້າ ຫວານເຢັນແລະຂົມຂື່ນ ບາງຍາມມືດທົ່ວແຄ້ວນ ຈິດໃຈເສົ້າອ່ອນພະລັງ ແທ້ແລ້ວ ຝົນຕົກມີເທື່ອເອື້ອນ ລົມພັດຜ່ານກາຍໄປ ແສງສີໃສຫວນຄືນ ເມື່ອຍາມຕາເວັນແຈ້ງ ອາກາດເຢັນບານຊື້ນ ພາຍຸໄປໄກຜ່ານ ດິນດອນຊົມຊື່ນຂຶ້ນ ພຶກສາໄມ້ປົ່ງໃບ ແທ້ແລ້ວ ຊີວິດລອຍລ່ອງຍ້າຍ ປຽບເໝືອນດັ່ງສາຍລົມ ມີພະລັງໃນຕົວ ພຸ່ງແຮງເດີນໄປໜ້າ ຂໍພຽງໃຈໝາຍໝັ້ນ ບຸກບືນອົດທົນຜ່ານ ລົມຈະພັດສົ່ງໃຫ້ ໄປເຖິງເທົ້າທີ່ໝາຍ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ສິ່ງທີ່ທ່າທາຍທີ່ສຸດໃຫ້ແກ່ DB ໃນຫລາຍປີຜ່ານມາ

ສິ່ງທີ່ທ່າທາຍທີ່ສຸດໃຫ້ແກ່ DB ໃນຫລາຍປີຜ່ານມາຕົ້ນຕໍແມ່ນບັນຫາໄພທໍາມະຊາດ ເປັນຕົ້ນ ໄຟນໍ້າຖ້ວມ, ພາຍຸ ແລະ ຫິມະຕົກຫນັກ ເຮັດໃຫ້ ທາງລົດໄຟຖືກທໍາລາຍເສັຍຫາຍຫນັກໃນແຕ່ລະປີຕ້ອງໄດ້ມີການສ້ອມແປງຄືນໃນມູນຄ່າເປັນຫລາຍໆຕື້ຢູໂຣ ທັງເຮັດໃຫ້ເສັຍລາຍໄດ້ຈາກຜົນກະທົບໃສ່ການສັນຈອນບໍ່ໄດ້. ອາກາດລະດູຮ້ອນສູງຂຶ້ນ ແລະ ອາກາດຫນາວຫິມະແຂງ ທັງໝົດລ້ວນແລ້ວແຕ່ສ້າງບັນຫາໃຫ້ແກ່ DB ທັງນັ້ນຄື: ອາກາດຮ້ອນທະວີຂຶ້ນໃນແຕ່ລະປີເຮັດໃຫ້ DB ຕ້ອງໄດ້ປັບປຸງ ແລະ ຕິດຕັ້ງລະບົບປັບອາກາດ ແລະ ແອເຢັນໃນບັນດາຕູ້ລົດໄຟໂດຍສານທັງຫມົດໃນຊຸມປີຜ່ານມາ ກໍເປັນມູນຄ່າອັນມາຫາສານ. ອາກາດໜາວຫິມະ ແລະ ນໍ້າແຂງ ກີດກັ້ນການສັນຈອນ ຈໍາເປັນເຮັດໃຫ້ DB ຕ້ອງໄດ້ປັບປຸງລະບົບປົດປ່ອຍຫິມະ ແລະທໍາລາຍນໍ້າແຂງໃນລາງລົດໄຟດ້ວຍລະບົບຄວາມຮ້ອນເຮັດໃຫ້ຫິມະແລະນໍ້າແຂງເປື່ອຍກໍຈໍາເປັນຕ້ອງໄດ້ລົງທຶນໃສ່ການຄົ້ນຄ້ວາວິຊາການນໍາໃຊ້ເຕັກນິກອັນທັນສະໄໝທີ່ຈໍາຕ້ອງໄດ້ໃຊ້ທຶນຮອນເຂົ້າໃສ່. ຄວາມຮຽກຮ້ອງຂອງສັງຄົມຕໍ່ການເດີນທາງ ຕ້ອງໃຫ້ສະດວກ ໄວຂຶ້ນ ຮັບປະກັນຂຶ້ນ ແລະ ຊື່ຕົງຕໍ່ເວລາ ແມ່ນໄດ້ກາຍເປັນບັນຫານໍາໄປສູ່ການຫັນເປັນທັນສະໄໝຂອງ DB ອັນສໍາຄັນເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າກໍຄືຜູ້ໂດຍສານ, ຊຶ່ງໃນຫລາຍປີຜ່ານມາ ຈະສັງເກດເຫັນໄດ້ວ່າ ສະຖານີລົດໄຟຫລາຍແຫ່ງໄດ້ຖືກປັບປຸງໃຫ້ທັນສະໄຫມ ແລະ ງົດງາມຂຶ້ນ ຫລືສ້າງຂຶ້ນໃໝ່ໃຫ້ຕິດພັນໂດຍກົງກັບສະໜາມບິນໃຫຍ່ສາກົນເຊັ່ນທີ່ເມືອງຟະຣັງຟວດອໍາມາຍແບກລິນ ມູນເຈີນ ແລະອື່ນໆ. ການຕິດຕໍ່ລະຫວ່າງຕົວເມືອງໃຫຍ່ ເຊັ່ນ ແອກຟອດ ແບກລີນ ໂຄ່ນ…

ຮັກສາໜອງປາຂອງໂຕເອງຢ່າໃຫ້ໃຜມາຄອບຄອງ.

ຮັກສາໜອງປາຂອງໂຕເອງຢ່າໃຫ້ໃຜມາຄອບຄອງ. (ບົດກອນ ແບບກ່ອນອ່ານປູ່ປາງຄໍາ ກອນເຈັດ) ຟ້າບໍ່ຮ້ອງ ຝົນຄ່ອຍໂຮຍຮໍາ ກົບຂຽດຈໍ ສົ່ງສຽງດັງກ້ອງ ນໍ້າໄຫລເຂົ້າ ລາມໄປຕາມທົ່ງ ປາໃຫຍ່ບ້ອນ ໂຕນເຕັ້ນຕື່ນຝົນ ເຈົ້າເອີ້ຍ ນໍ້າຍຶ່ງຂຶ້ນ ປາໄຫລ່ແມງປໍ ກົບຂຽດຢັນ ຕໍ່ຫົວກັນຂຶ້ນ ພຸ້ງເຕັມເປົ້າ ຈັບປໍເປັນເຫຍື່ອ ກົບເບັ່ງທ້ອງ ຟູນໍ້າລ່ອງໄຫລ ແທ້ແລ້ວ ຟ້າຮໍ່າຮ້ອງ ຝົນບໍ່ໂຮຍຮໍາ ກົບຂຽດຫິວ ສົ່ງສຽງບົນຮ້ອງ ປາໃຫຍ່ດີ້ນ ຕິດຕົມໂຕດ່າງ ປໍຢູ່ໝົ້ນ ຫາຊົ້ນຊ່ອນຕົວ ເຈົ້າເອີ້ຍ ກົບເຮັ່ງຮ້ອງ ຂຽດຕື່ມເສີມສຽງ ພຸງມັນບາງ ເປົ່າລົມເຕັມທ້ອງ ປາລອຍດີ້ນ ເລືອຕົມຊອກເຫຍື່ອ ຝົນບໍ່ເຕື້ອງ ຫາຍຈ້ອຍຜ່ານໄປ ແທ້ແລ້ວ ເຂົາປ່ອຍນໍ້າ ກາຍທົ່ງລົງໜອງ ກົບ ຂຽດ ປາ ຍື່ນຫົວຊໍຊ້ອງ ເບັດເຂົາເຫລື້ອມ ແຂນປໍລົງໃສ່ ປາໃຫຍ່ບ້ອນ ປານ້ອຍແລ່ນໃສ່ປໍ ເວນເອີ້ຍ ປານ້ອຍ ຕາຍກ່ອນແລ້ວ ປາໃຫຍ່ຍັງບືນ ເຂົາເອົາປໍ…

ຄືເພິ່ນວ່າ ຊີວິດຄືການຕໍ່ສູ້ ມີປະລາໄຊ ມີໄຊຊະນະປະປົນກັນໄປ

ຄືເພິ່ນວ່າ ຊີວິດຄືການຕໍ່ສູ້ ມີປະລາໄຊ ມີໄຊຊະນະປະປົນກັນໄປ ບາງຄັ້ງອາດທໍາໄດ້ແລະບາງຄັ້ງ ມັນຕ້ອງການເງື່ອນໄຂແລະວັນເວລາ ສິ່ງທີ່ຜ່ານມາເປັນບົດຣຽນໃຫ້ສໍານຶກໄດ້ໃນການກ້າວຕໍ່ໄປໃຫ້ດີຂຶ້ນ. ທຸກຄົນລ້ວນແຕ່ມີພອນສະຫວັນແຕກຕ່າງກັນໄປ ພາລະແລະໂອກາດ ຂອງລູກຍັງມີຫລາຍ ພໍ່ເຂົ້າໃຈໃນຄວາມຮູ້ສຶກຂອງລູກ ທີ່ມີຕໍ່ພໍ່ຕໍ່ແມ່ ໃນນາມອ້າຍກົກຂອງຄອບຄົວ ແຕ່ຕ້ອງມອງໄປຂ້າງຫນ້າ ແລະ ພາລະຂອງລູກໃນປະຈຸບັນ ຄື ຊ່ວຍແມ່ໃນການ ກໍ່ສ້າງເຮືອນໃຫ້ສໍາເຫລັດ ນັ້ນແມ່ນພາລະອັນສູງສົ່ງແລ້ວ ທີ່ພໍ່ບຸດຈະສາມາດພູມໃຈຢ່າງແນ່ນອນ. ພໍ່ແມ່ຢູ່ພຸ້ນໄດ້ບອກກັບແມ່ຂອງລູກແລ້ວວ່າ ຈະພ້ອມກັນກັບຍາດພີ່ນ້ອງ ແລະຫມູ່ຄູ່ຫາທາງໃຫ້ການຊ່ວຍເຫລືອ ນ້ອງທັງສອງຂອງລູກຢູ່ວຽດນາມໃຫ້ໄດ້ຮຽນຈົບ ຕາມຄວາມຕ້ອງການເງິນທີ່ພໍ່ແມ່ໄດ້ຈ່າຍມາເດືອນນຶ່ງ ນຶ່ງລ້ານກີບ ຫມາຍຄວາມວ່າ ນັບແຕ່ເດືອນນຶ່ງເປັນຕົ້ນໄປ ພໍ່ຈະເລີ້ມໂອນເງິນໃຫ້ລູກທັງສອງນັ້ນ ເດືອນນຶ່ງ ຮ້ອຍຢູໂຣ ໄປໃນແຕ່ລະເດືອນ ຊ່ວຍແບ່ງເບົາພາລະຂອງແມ່ລູກ. ສໍາລັບການປຸກເຮືອນເດ້ ພໍ່ກໍບໍ່ຮູ້ໄດ້ວ່າ ທາງດ້ານການເງິນເປັນແນວໃດ ມີບັນຫາຫບັງບໍ່ ພໍໄດ້ປຶກສາຫາລືກັນ ເພື່ອຈະສາມາດເຮັດໃຫ້ການປຸກສ້າງສາມາດດໍາເນີນໄປໄດ້ໂດຍດີ? ແນ່ນອນການປຸກສ້າງຈໍາເປັນຕ້ອງການເງິນ ຕາມທີ່ລູກບອກໃຫ້ຮູ້ ຖືວ່າຍັງປະມານ70ເປີເຊັນ. ຖ້າເວົ້າເຖິງການຈະຢືມເງິນ 30 ລ້ານ ໃນເປີເຊັນ 3%ຕໍ່ເດືອນ ລູກຕ້ອງໄດ້ຄິດໄຫລ່ ຄືຕ້ອງໄດ້ຈ່າຍສິນເຊື້ອຄືນ ໃນ3% ເປັນ 900.000ກີບຕໍ່ເດືອນ. ດັ່ງນັ້ນຄໍາຖາມແມ່ນ ລາຍຮັບຂອງພວກລູກຈະພຽງພໍບໍ່ໃນແຕ່ລະເດືອນ…

TATSU

TATSU ໝານ້ອຍຂ້ອຍ ນາມຊື່ຕັດສູ ແປຄວາມເປັນ ໜໍ່ນາມແນວນາກ ນິທານເວົ້າ ຂອງຄົນຍີ່ປຸ່ນ ບອກຊື່ໃຫ້ ຄວາມກ້າໄຝ່ປອງ ເຈົ້າເອີ້ຍ ໝານ້ອຍ ຄືເພື່ອນແທ້ ສັດຊື່ດອມກັນ ໄປມາໃສ ແລ່ນນໍາຮຽງຂ້າງ ເໝືອນແອນ້ອຍ ຍາມນອນຫລັບງ່າຍ ຂອງເຄື່ອງຫລິ້ນ ຕິດເນື້ອບໍ່ໄລ ແທ້ແລ້ວ ຕັດສູ ຮຽນເກັ່ງໄດ້ ສອນນັ່ງຟັງຄວາມ ເຖິງຍາມກິນ ແລ່ນມາລໍເຝົ້າ ກິນໝົດແລ້ວ ລົງເຮືອນຫາແລ່ນ ກາງເດີ່ນບ້ານ ຂະໂຍງເຕັ້ນໄຫລ່ແມວ ຕັດສູ ພາຫຍ່າງຍ້າຍ ເດີນແລ່ນກິລາ ອອກແຮງກາຍ ເຄື່ອນໄຫວແລງເຊົ້າ ອອນຊອນແທ້ ຕັດສູເຕີບໃຫຍ່ ຄຽງຄູ່ຂ້ອຍ ປົກປ້ອງຊ່ວຍແລ ແທ້ແລ້ວ @ວິມາດອກບົວແກ້ວ

ເຖິງຈະຄາວກໍເປັນຢາ ໄດ້ໝັ້ນໝາຍມາຮ່ວມກັນ.

ເຖິງຈະຄາວກໍເປັນຢາ ໄດ້ໝັ້ນໝາຍມາຮ່ວມກັນ. (ບົດກອນ ແບບກອນອ່ານປູ່ປາງຄໍ່ ກອນສິບ) ຜັກຄາວທອງແຜ່ຕົ້ນ ເກີດເຕັມຢູ່ໃນສວນ ທັງມວນມີຫລາຍສີ ແຜ່ລາມໄປຕາມພື້ນ ຢືນຊອນລອນເປັນຕົ້ນ ສີຂຽວປົນລາຍຕ່າງ ບາງໃບສີພຸ່ງພົ້ນ ຕໍາແສງຕ້ອງສ່ອງມາ ງາມເດ້ ເພິ່ນວ່າ ຄາວທອງຄຸນຄ່າລໍ້າ ເປັນຢາຊ່ວຍຫລາຍອັນ ວິຕາມີນມັນມີ ຊ່ວຍກັນມະເຫັງພ້ອມ ເປັນຫອມກັບລາບກ້ອຍ ຫາຍຄາວປັບປຸງກິ່ນ ເອົາມາບົດປິ່ນນໍ້າ ປະສົມເຂົ້າດື່ມກິນ ດີແລ້ວ ເຢັຍລະມັນເພິ່ນເອີ້ນ ຊື່ຕ່າງ ຫາງຈິປອມຂາງ ເອົາປູກວາງໃນໂຖ ຢັ່ງຢາຍໄປຕາມບ້ານ ປະດັບການງາມເອ້ ກາຍເປັນພັນພືດໃໝ່ ທາງອອນລາຍສັ່ງໄດ້ ມີຂາຍໃຫ້ສົ່ງຫາ ແທ້ແລ້ວ ຄາວທອງເກີດຮ່ວມຮົ້ວ ກາຍເປັນເພື່ອນຊູໃຈ ເປັນມິດຄົນໄກແດນ ອຸ່ນໃນມະໂນເນື້ອ ຍາມເມື່ອຄິດເຖິງບ້ານ ເຫັນຄາວທອງໃຈຊື່ນ ຄາວທອງຢືນຮ່ວມຂ້າງ ດົມດອມເຈົ້າກິ່ນລາວ ຊື່ນໃຈເດ້ @ວິມາດອກບົວແກ້ວ

ອົດທົນເຫັນໃຈ ຈຶ່ງຊ່ວຍກັນແກ້ໄຂບັນຫາໄດ້.

ອົດທົນເຫັນໃຈ ຈຶ່ງຊ່ວຍກັນແກ້ໄຂບັນຫາໄດ້. ນາຍົກເພິ່ນກ່າວເວົ້າ ຄົນລາວເບິ່ງແຍງກັນ ແຮງງານກັບຈາກໄທ ແມ່ນລູກລາວທັງນັ້ນ ຫລາຍຄົນມີລູກນ້ອຍ ຖືພາມານທ້ອງໃຫຍ່ ມີທັງເດັກນຸ່ມນ້ອຍ ເປັນຫລາຍຮ້ອຍກ່ວາຄົນ ແທ້ແລ້ວ ແຮງງານກັບຫລື່ນຫລົ້ນ ຕາມເຂດປ່ອງຊາຍແດນ ບາງຄົນເອກະສານມີ ຄ່ອງຕາມທາງການແກ້ ເສັຍທີບາງຄົນຫຍຸ້ງ ໜີໄປບໍ່ຖືກປ່ອງ ຈໍາເປັນລັດຊ່ວຍແກ້ ໃຜຜິດແລ້ວຮິ່ນຕອງ ນັ້ນແລ້ວ ພັກລັດເປັນຫ່ວງແທ້ ຫາທາງຊ່ວຍຈັດຮັບ ພະນັກງານຊາຍແດນ ຮ່ວມແພດໝໍຄຽງຂ້າງ ຈັດສັນສູນໂຮມເຕົ້າ ກັກກັນຕົວຄວາມຫ່າງ ມັນຈໍາເປັນທ່ຽງແທ້ ກົວຜີເຊື້ອແຜ່ລາມ ເຈົ້າເອີ້ຍ ອົດເອົາເດີ້ພີ່ນ້ອງ ກັບເຖິງຖິ່ນດິນລາວ ເຮົາແລ້ວ ຫາກມີຫຍັງຂາດເຂີນ ບໍ່ທ່ວງທັນພຽງພ້ອມ ຄືນມາຫລາຍເປັນຮ້ອຍ ກາຍພັນມັນໜັກໜ໋ວງ ເຫັນໃຈເພິ່ນຊ່ວຍຄໍ້າ ມີຫຍັງແກ້ຊ່ວຍກັນ ນັ້ນແລ້ວ @ວິມາດອກບົວແກ້ວ

ການສໍ້ລາດບັງຫຼວງແມ່ນການສວຍໃຊ້ອຳນາດ

ການສໍ້ລາດບັງຫຼວງແມ່ນການສວຍໃຊ້ອຳນາດທີ່ໄດ້ຮັບມອບຫມາຍເພື່ອຜົນປະໂຫຍດຫຼືການໄດ້ປຽບສ່ວນຕົວ.ຖ້າເວົ້າເຖິງຄໍາວ່າສໍ້, ຈະສໍ້ແນວໃດ ແລະ ຜູ້ໃດເປັນຜູ້ສໍ້ ລ້ວນແຕ່ບົ່ງບອກເຖິງຄຸນລັກຊະນະຂອງຄົນບໍ່ດີທັງນັ້ນ ຈະຢູ່ໃນສັງຄົມໃດ ແລະ ໃນສະໃຫມໃດກໍຕາມ. ຄືດັ່ງທ່ານໄດ້ເວົ້ານັ້ນ ມັນບໍ່ສະເພາະແຕ່ສ້າງຄວາມເສັຍຫາຍໃຫ້ແກ່ຊັບສິນຂອງຊາດ ແລະ ຂອງປະຊາຊົນເທົ່ານັ້ນ ມັນເປັນການກົດຫນ່ວງຄວາມຈະເລີນຂອງຊາດ ຂາດຄວາມເປັນທໍາ ທັງເປັນແບບຢ່າງອັນບໍ່ດີໃຫ້ແກ່ຄົນໃນການນໍາວຽກງານລັດຫາທາງສວຍໃຊ້ຫນ້າທີ່ແລະອໍານາດເພື່ອສິດຜົນປະໂຫຍດຂອງຕົນເອງ ແຕ່ບໍ່ຖືກລົງໂທດ ກາຍເປັນສາຍຄະນວນໄຟລາມໃໝ້ໄປຕໍ່ ຮ້າຍແຮງໄປກ່ວານັ້ນ ຜູ້ສໍ້ໂກງ ມັນບໍ່ແມ່ນຄົນທໍາມະດາເຮັດ ແມ່ນຄົນໄດ້ຮຽນຮູ້ ມີຫນ້າທີ່ ມີອໍານາດ ຖືວ່າດື້ດ້ານເຮັດເພາະເຖິງຈະຖືກກ່າວປະນາມ ແລະ ມີການອົບຮົມບົ່ມສອນກັນທາງດ້ານການເມືອງແນວຄິດມາຕະຫລອດກໍຕາມ. ສັງຄົມມີແຕ່ໄດ້ຕັ້ງຄໍາຖາມໄດ້ວ່າ ເປັນຫຍັງມາເຖິງປະຈຸບັນມັນຍັງບໍ່ສາມາດແກ້ໄດ້ ແລະ ຄົງຈໍາເປັນຕ້ອງໄດ້ລໍຖ້າໄປ ໃຫ້ທ້ອງຂອງພວກເຂົາເບັງແຕກຕາຍເອງ ຄືທ້ອງພາມນັ້ນແລ້ວນໍທ່ານ.

ພາສິດບູຮານລາວສ່ອງແສງຄວາມເປັນຈິງແຕ່ໃດໆມາ!

ພາສິດບູຮານລາວສ່ອງແສງຄວາມເປັນຈິງແຕ່ໃດໆມາ! ບາງຄັ້ງ ເປັນຄືຄວາມເພິ່ນເວົ້າ ໂບຮານກ່າວນານມາ ຍາມນາເອົາຄວາຍເຖິກ ແກ່ໄຖຈົນຄໍຊໍ້າ ນໍາເອົາເຟືອງອອຍລໍ້ ກິນໄປພໍພຽງຢູ່ ລະດູນາຜ່ານແລ້ວ ຄວາຍເຖິກສິ້ນຄ່າຄຸນ ວ່າເດ້ ແນວນາມຄົນຕໍ່າຕ້ອຍ ອາໃສເພິ່ງນາຍພະຍາ ບູຊາຫາຍໍຍົກ ແຫ່ແຫນນໍາຕີນຊ້າງ ຕາມທາງເດີນມັນຮ້ອນ ຄົນຢືນໄປໄກຮົ່ມ ແດດຂາດລົມເຮັ່ງຮ້ອນ ພະຍາພຸ້ນຊຸ່ມເຢັນ ເຈົ້າເອີ້ຍ ເຈົ້າຜູ້ຫານເກັ່ງກ້າ ເສິກກາຍຜ່ານນານໄປ ອາວຸດໃນກໍາມື ປ່ອຍວາງມາດົນແລ້ວ ແນວສິງໂຕຄົມແຂ້ວ ກໍາລັງມີຕົກຕໍ່າ ຈໍາເຮັດຕາມຄໍາສັ່ງເວົ້າ ສິງໂຕເຖົ້າອ່ອນແຮງ ນັ້ນແລ້ວ ແນວຄົນສັດຊື່ແລ້ວ ໄປຫາຮົ່ມແຮງຕົນ ສູ້ຊົນ ດົນໄປຄົງມີສຸກ ຮົ່ມລູກຫລານເອງໄວ້ ໄປທາງໃດມີກັ້ງ ວົງວານມີບອກສັ່ງ ຟັງພະຍາເປົ່າແລ້ງ ມັນສິແຫ້ງແຫ່ວຕົນ ທໍ່ນັ້ນແລ້ວ @ວິມາດອກບົວແກ້ວ

ມີໂຄວິດຈຶ່ງຮູ້ວ່າມີແຮງງານລາວຫລາຍແສນຂ້າມຂອງໄປບ້ານເພິ່ນ.

ມີໂຄວິດຈຶ່ງຮູ້ວ່າມີແຮງງານລາວຫລາຍແສນຂ້າມຂອງໄປບ້ານເພິ່ນ. (ບົດກອນຕາມແບບກອນອ່ານປູ່ປາງຄໍາກອນສິບ) ຄິດເຫັນປາງກ່ອນກີ້ ຄົນລາວຫ່າງດິນແດນ ຖືກກວດໜີໄປໄທ ຫ່າງໄກເມືອງບ້ານ ສົງຄາມພາລາວເສົ້າ ວຽງວັງຖືກເຜົາຜ່ານ ຄົນລາວເຈັບປ່ວຍຊໍ້າ ກາຍເປັນຂ້ອຍອ່ອນເຂົາ ເຈົ້າເອີ້ຍ ເຈົ້າອານຸຕໍ່ສູ້ ຫວັງປົດປ່ອຍຄົນລາວ ອອກຈາກການປົກຄອງ ເພື່ອລາວກາຍເປັນເຈົ້າ ເສັຍທີ ເສັຍໄຊໃຫ້ ຄົນໄທໃຈດໍາໃຫຍ່ ຄົນລາວ ຈໍາຂຸດຄອງຮ່ອງນໍ້າ ແສນແສບຊໍ້າບໍ່ລືມ ແທ້ແລ້ວ ຕົກມາໃນເມື່ອນີ້ ຄົນລາວແຂ່ງກັນໄປ ຊອກເຮັດອອກແຮງງານ ຢູ່ໄທມີຫລາຍຫລົ້ນ ອົດທົນທໍາງານສູ້ ຫາເງິນກັບຄືນຕ່າວ ພໍມີທຶນກໍ່ສ້າງ ເຮືອນຊານບ້ານເພິ່ງຕົນ ເຈົ້າເອີ້ຍ ສັງເປັນໄປປ່ຽນປີ້ນ ຄົນໄກຫ່າງເມືອງນອນ ຄວາມຈະເລີນລາວມີ ແຕ່ງານສັງມາເຟີ້ ແຮງງານໜີໄກບ້ານ ກາຍແສນໄປຫາເພິ່ນ ນາຍທຶນເຂົາຈ່າຍໃຊ້ ເປັນບຸນໄດ້ຊ່ວຍຄົນ ນັ້ນແລ້ວ ບັນຫາມີເດັ່ນຂຶ້ນ ຕົກໃນຊ່ວງໂຄວິດ ການໄປມາມີໄພ ແຜ່ລາມກັນຕິດເຊື້ອ ຫາກພາກັນກັບບ້ານ ຄືນມາຕາມເຂດດ່ານ ແດ່ເທີ້ນ ແພດໝໍຈະຊ່ວຍໃຫ້ ໃຜຕິດເຊື້ອເພິ່ນປົວ ວ່ານາ ເງິນຄືງານຕ່າງບ້ານ ໂອກາດເລັ່ງທາງໄປ ຄົນຊອກຫາເງິນຄໍາ ສ່ຽງໄພໜີຄົນກໍ້າ ຫາກມີງານເຕັມບ້ານ…