ຄືເພິ່ນວ່າ ຊີວິດຄືການຕໍ່ສູ້ ມີປະລາໄຊ ມີໄຊຊະນະປະປົນກັນໄປ

ຄືເພິ່ນວ່າ ຊີວິດຄືການຕໍ່ສູ້ ມີປະລາໄຊ ມີໄຊຊະນະປະປົນກັນໄປ ບາງຄັ້ງອາດທໍາໄດ້ແລະບາງຄັ້ງ ມັນຕ້ອງການເງື່ອນໄຂແລະວັນເວລາ ສິ່ງທີ່ຜ່ານມາເປັນບົດຣຽນໃຫ້ສໍານຶກໄດ້ໃນການກ້າວຕໍ່ໄປໃຫ້ດີຂຶ້ນ. ທຸກຄົນລ້ວນແຕ່ມີພອນສະຫວັນແຕກຕ່າງກັນໄປ ພາລະແລະໂອກາດ ຂອງລູກຍັງມີຫລາຍ ພໍ່ເຂົ້າໃຈໃນຄວາມຮູ້ສຶກຂອງລູກ ທີ່ມີຕໍ່ພໍ່ຕໍ່ແມ່ ໃນນາມອ້າຍກົກຂອງຄອບຄົວ ແຕ່ຕ້ອງມອງໄປຂ້າງຫນ້າ ແລະ ພາລະຂອງລູກໃນປະຈຸບັນ ຄື ຊ່ວຍແມ່ໃນການ ກໍ່ສ້າງເຮືອນໃຫ້ສໍາເຫລັດ ນັ້ນແມ່ນພາລະອັນສູງສົ່ງແລ້ວ ທີ່ພໍ່ບຸດຈະສາມາດພູມໃຈຢ່າງແນ່ນອນ.
ພໍ່ແມ່ຢູ່ພຸ້ນໄດ້ບອກກັບແມ່ຂອງລູກແລ້ວວ່າ ຈະພ້ອມກັນກັບຍາດພີ່ນ້ອງ ແລະຫມູ່ຄູ່ຫາທາງໃຫ້ການຊ່ວຍເຫລືອ ນ້ອງທັງສອງຂອງລູກຢູ່ວຽດນາມໃຫ້ໄດ້ຮຽນຈົບ ຕາມຄວາມຕ້ອງການເງິນທີ່ພໍ່ແມ່ໄດ້ຈ່າຍມາເດືອນນຶ່ງ ນຶ່ງລ້ານກີບ ຫມາຍຄວາມວ່າ ນັບແຕ່ເດືອນນຶ່ງເປັນຕົ້ນໄປ ພໍ່ຈະເລີ້ມໂອນເງິນໃຫ້ລູກທັງສອງນັ້ນ ເດືອນນຶ່ງ ຮ້ອຍຢູໂຣ ໄປໃນແຕ່ລະເດືອນ ຊ່ວຍແບ່ງເບົາພາລະຂອງແມ່ລູກ.
ສໍາລັບການປຸກເຮືອນເດ້ ພໍ່ກໍບໍ່ຮູ້ໄດ້ວ່າ ທາງດ້ານການເງິນເປັນແນວໃດ ມີບັນຫາຫບັງບໍ່ ພໍໄດ້ປຶກສາຫາລືກັນ ເພື່ອຈະສາມາດເຮັດໃຫ້ການປຸກສ້າງສາມາດດໍາເນີນໄປໄດ້ໂດຍດີ?
ແນ່ນອນການປຸກສ້າງຈໍາເປັນຕ້ອງການເງິນ ຕາມທີ່ລູກບອກໃຫ້ຮູ້ ຖືວ່າຍັງປະມານ70ເປີເຊັນ. ຖ້າເວົ້າເຖິງການຈະຢືມເງິນ 30 ລ້ານ ໃນເປີເຊັນ 3%ຕໍ່ເດືອນ ລູກຕ້ອງໄດ້ຄິດໄຫລ່ ຄືຕ້ອງໄດ້ຈ່າຍສິນເຊື້ອຄືນ ໃນ3% ເປັນ 900.000ກີບຕໍ່ເດືອນ. ດັ່ງນັ້ນຄໍາຖາມແມ່ນ ລາຍຮັບຂອງພວກລູກຈະພຽງພໍບໍ່ໃນແຕ່ລະເດືອນ ຫມາຍຄວາມວ່າ ແຕ່ລະເດືອນ 900.000 ກີບ ສົມໃສ່ຄ່າຄອງຊີບການກິນການຢູ່ຄ່ານໍ້າຄ່າໄຟແລະຕ່າງໆ ນອກນັ້ນໃຫ້ເຫລືອຈໍານວນໃດນຶ່ງໃຫ້ໄດ້ຈ່າຍຫນີ້ນັ້ນຄືນໄປເທື່ອເຫລັກເທື່ອນ້ອຍ. ພໍ່ຖາມວ່າ ພວກລູກຈະມີລາຍຮັບຕາມການຄິດໄຫລ່ນັ້ນໄດ້ບໍ່ໃນແຕ່ລະເດືອນ?