ສະຫວັນເມືອງຄົນ ຈົນຫລືທຸກ ສຸກໄດ້ ຢູ່ທີ່ໃຈ ນັ້ນແລ້ວ.

ສະຫວັນເມືອງຄົນ ຈົນຫລືທຸກ ສຸກໄດ້ ຢູ່ທີ່ໃຈ ນັ້ນແລ້ວ. Herbst – Natur Impression ໂອ້ ສະຖານແຫ່ງນີ້ ສຸດທີ່ງາມຕາ ນໍາພາສຸກ ຜ່ອນຄາຍໃຈຊຶ້ງ ເໝືອນມີ ແຮງດຶງໄວ້ ທໍາໃຈຫາຍຊ່ວງ ເປັນສຸກ ຄວງຢູ່ໄດ້ ໝົດມື້ເບື່ອບໍ່ເປັນ ແທ້ແລ້ວ ງາມແທ້ ເໝືອນດັ່ງແຄ້ວນ ອິນແຕ່ງເນລະມິດ ບັນດິດເຄີຍຂຽນມາ ກ່າວຈານິທານໄວ້ ສະໃໝ ນົງນາງຟ້າ ກິນນາລີລົງທ່ຽວ ລືມທາງທຽວສູ່ຟ້າ ຄາຄ້າງບໍ່ຕ່າວຄືນ ນັ້ນແລ້ວ ຄວາມງາມ ປັບປ່ຽນປີ້ນ ເໝືອນດັ່ງແປງກາຍ ຄົນເຮົາ ຍິງຫລືຊາຍ ແຕ່ງກາຍສຸບເບົ້າ ໄກ່ງາມ ເອົາຂົນເອ້ ຄົນງາມ ເກຊົງເຄື່ອງ ເຖິງຍາມ ປັບປ່ຽນເປື້ອງ ຄີງເນື້ອປ່ຽນໄປ ເຈົ້າເອີ້ຍ ທໍາມະຊາດປ່ຽນເຂົ້າ ຕາມຕໍ່ລະດູການ ກັບກາຍ ເປັນສັນຍານ ປ່ຽນສັງຂານດ້ວຍ ມີຄວາມສວຍຄວາມເສົ້າ ເປັນນໍາເຮົາແຕ່ງ ແທ້ແລ້ວ ໃຫ້ເຈົ້າ…

ບ່າວລາວ-ສາວຈີນ – ລົດໄຟ ລາວ-ຈີນ

ບ່າວລາວ-ສາວຈີນ – ລົດໄຟ ລາວ-ຈີນ ຢ່າໃຫ້ຜິດການເມືອງ ຢ່າໃຫ້ເຄືອງຫູຄົນ (ແບບກອນອ່ານປູ່ປາງຄໍາ ກອນສິບ) Lao China Schnellbahn   ອ້າຍນີ້ ຢາກເດີນທາງຄູ່ນ້ອງ ຮຽງຕັ່ງລົດໄຟລາວ ເຖິງຄາວລາວຈີນມີ ທ່າແຮງຈະເລີນກ້າວ ອອກລາວເຖິງຈີນພຸ້ນ ຂຸນໝິງແດນດິນໃຫຍ່ ໄປມາໄວຍິ່ງລໍ້າ ສໍາພັນເຂົ້າເຊື່ອມກັນ ແທ້ແລ້ວ   ດຽວນີ້ ລາວຈີນຮັກຫໍ່ຕຸ້ມ ສືບຕໍ່ໄມຕີຈິດ ເປັນມິດຮັກແພງກັນ ຕໍ່ຕາມສາຍໃໝກ້ຽວ ທຽວທາງດຽວໝາຍໝັ້ນ ໃຈຕົງກັນເປັນຄູ່ ບ່າວລາວ-ສາວຈີນ ຮັກຊ່ວຍສູ້ ສໍາພັນກ້ຽວຮ່ວມທາງ ນັ້ນແລ້ວ   ອ້າຍນີ້ ຢາກຈະຮຽນຮໍ່າເວົ້າ ປາກເກັ່ງພາສາຈີນ ສຶກສາດິນແດນໄກ ໃສ່ໃຈດິນແດນນ້ອງ ຢາກນໍາປອງເມືອເວົ້າ ຈາດອມກັບພໍ່ແມ່ ຢາກເມືອແລລໍ່າຢ້ຽມ ດິນນາກ້ວາງທົ່ງງາມ ນ້ອງເດ້   ໄດ້ຍິນຄົນຊ່າເວົ້າ ດິນໄຮ່ນ້ອງເຕັມກວນຢາ ຄົນພາກັນລືຊາ ທົ່ງນານ້ອງເຕັມກົກຫວ້ານ ໃຜມາພານຊອກເລື້ອງ ເຄືອງຫູຕາເປັນຫລ່ອຍ ຕິດໝາກຕອຍດ່າວດີ້ນ ຕາຍເສັຍຖິ້ມບໍ່ຍັງ ວານ່າ…

ໜີເຢັນ ໄປເພິ່ງຮ້ອນ.

ໜີເຢັນ ໄປເພິ່ງຮ້ອນ. Es ist wieder so weit, in den Süden zu fliegen. Guten Flug! ຟັງສຽງດັງກັ່ນກ້ອງ ນອງທົ່ວບົນເວຫາ ສາລິກາພາກັນບິນ ຕໍ່ຕາມຕົວລຽນກົ້ນ ສຽງສົນເສເຫຫ້ອງ ປະສານກັນກ້ອງສົ່ງ ດັງລົງນັນທົ່ວບ້ານ ຄົນຂານເວົ້າຕື່ນຕາ ແທ້ແລ້ວ ສັນຊາດຍານຊ່າງຮູ້ ຝູງໝູ່ສາລິກາ ພາກັນບິນໜີໄປ ຊູ່ເຂດໄກແດນຮ້ອນ ແສນອອນຊອນຕາຈ້ອງ ມອງສາລິກາບິນເວີ່ນ ທາງເດີນໄກຊົ່ວຟ້າ ໃຈແຂງກ້າດ່ວນຫາ ເຈົ້າເອີ້ຍ ບາງຝູງບິນເວີ່ນຟ້າ ລໍໝູ່ມາໂຮມກັນ ຈັດສັນກາຍເປັນແລວ ເລັ່ງບິນເປັນແຖວຊ້ອງ ສຽງຫອງຄືອວນເວົ້າ ເອົາໃຈກັນຊູຊ່ວຍ ຕາມຫລັງກັນຄ່ອງດ້ວຍ ຫາລວງເຂົ້າປ່ອງລົມ ນັ້ນແລ້ວ ເຖິງວ່າ ຈຸດປະສົງບົ່ງໄວ້ ແສນຫ່າງໃນແດນໄກ ກາຍພູຜາພົງໄພ ຜ່ານອັນຕະລາຍຮ້າຍ ແຮງໃຈໝາຍປອງໝັ້ນ ບິນຮວມກັນແຮງສົ່ງ ຂໍລົມແຮງຈົ່ງຊ້ວນ ຊູຝູງເຈົ້າເວີ່ນໄປ ເຖິງທີ່ໝາຍເທີ້ນ @ວິມາດແກບົວແກ້ວ

ທົດລອງ ຕົ້ມເຝີ ຕາມສູດ ຂອງຮ້ານ ແມ່ຂອງ.

ທົດລອງ ຕົ້ມເຝີ ຕາມສູດ ຂອງຮ້ານ ແມ່ຂອງ. Die Laotische Reisnudelsuppe hat den Name „Phoe“. So ähnlich gibt es auch thailändische , vietnamesische Suppe bzw. japanische Rahmen. In Düsseldorf gibt es ein Lao-Thai Restaurant Mekong und bietet solche leckere Suppe. Hier ist mein Versuch mit dem Mekong-Rezept nach zu kochen. ໃນເວລາໄປທ່ຽວທີ່ເມືອງ ດູແຊນດອບ ໄດ້ໄປກິນອາຫານຢູ່ຮ້ານ Mekong ໄດ້ກິນເຝີ ທີ່ເຈົ້າຂອງຮ້ານເພິ່ນໄດ້ເຮັດໃຫ້ກິນເປັນພິເສດ. ເຝີໃສ່ລູກຊີ້ນເຮັດເອງ ໃສ່ຊີ້ນງົວຊອຍບາງໆ…

ອອກພັນສາບໍ່ແມ່ນລາພະເຈົ້າ ຈິດໃຈໃຫ້ທ່ຽງເດີມ

ອອກພັນສາບໍ່ແມ່ນລາພະເຈົ້າ ຈິດໃຈໃຫ້ທ່ຽງເດີມ Lichtfest ein Symbol der Hoffnung ແນມເຫັນໄກ ແສງເດືອນໃສສ່ອງແຈ້ງ ເຮືອງຮຸ່ງກາງເວຫາ ຕາເຮົາແນມນໍາໄປ ສ່ອງທາງເດືອນເດີນຫຍ້າຍ ສາຍທາງໄປມີເຝື້ອ ມືດບັງແສງຫລາຍບ່ອນ ຄິດຮອດຕອນຢູ່ບ້ານ ຄືນນີ້ປ່ອຍກະໂທງ ແທ້ແລ້ວ ໃນເຟສເຫັນເພື່ອນຂ້ອຍ ໂພສຂ່າວອອກພັນສາ ພາກັນລອຍກະໂທງ ໝູ່ປະຊາຊົມຊື້ນ ເປັນຄືນສີໃສແຈ້ງ ແສງທຽນປະດັບຮຸ່ງ ລຸງອາວອາແມ່ປ້າ ລູກຫລານເຕົ້າມ່ວນກັນ ເຈົ້າເອີ້ຍ ຄົນລາວໃຈທ່ຽງໝັ້ນ ສືບຕໍ່ວັດທະນາທໍາ ມີນໍາມາຄົນເຮົາ ແກ່ຍາວມານານແລ້ວ ຮັກສາແນວດີໄວ້ ປະດັບໃຈລາວຮຸ່ງ ແສງໄຟໃສພຸ່ງພົ້ນ ເຍືອງລາວໃຫ້ຮຸ່ງຈະເລີນ ແດ່ທ້ອນ ຈູດຖູບທຽນວ່ອນໄຫວ້ ຍົກມືໃສ່ຖີສະ ພະວັນນາຄຸນທໍາ ຈົ່ງຄວບງໍາເມືອໜ້າ ໂຄໂຣນາຫາຍສິ້ນ ເມືອງລາວເຮົາເຮືອງຮຸ່ງ ຄວາມຈະເລີນພຸ່ງພົ້ນ ໝາກແຕງຊ້າງໜ່ວຍປາຍ ນັ້ນແລ້ວ ອອກພັນສາ ບໍ່ແມ່ນລາພະເຈົ້າ ເຫີນຫ່າງຄອງທັມ ເດີນຕາມນໍາຄວາມດີ ຊ່ວຍກັນຄົນລາວຄໍ້າ ຈະນໍາພາລາວກ້າວ ຍາວເໝືອນລົດໄຟແລ່ນ ເຖິງເຂດແດນທີ່ຕັ້ງ ປະສົງໄວ້ຮ່ວມກັນ ພີ້ນ້ອງເອີ້ຍ @ວິມາດອກບົວແກ້ວ…

ອາກາດໜາວ ໃບໄມ້ປ່ຽນສີຄົນເຮົາໜີໄກກັນ ຢ່າປ່ຽນໃຈ.

ອາກາດໜາວ ໃບໄມ້ປ່ຽນສີຄົນເຮົາໜີໄກກັນ ຢ່າປ່ຽນໃຈ. ບົນຊາຍ ແມ່ນຕົ້ນໄມ້ນ້ອຍຖືກບົວລະບັດຮັກສາດ້ວຍສິນລະປະຈໍາລອງຄືຕົ້ນໄມ້ໃຫຍ່. ດຽວນີ້ ກາງເດີ່ນບ້ານ ໃບໄມ້ປ່ຽນແປງສີ “ບົນຊາຍ“ງາມ ຕໍ່າສູງຊອນຕັ້ງ ລຽງລາຍລ້ອມ ຢາຍໄປຕາມເດີ່ນ ໃບລົ່ນພື້ນ ປິວຫຍ້າຍຄ່ອຍລົງ ເຈົ້າເອີ້ຍ ແນວຕ່າງຕົ້ນ ແຕກຕ່າງກັນໄປ ສີໃບປົກ ຕ່າງກັນຕາມເຊື້ອ ພູມທານຕ້ານ ໄກກັນຄົນຢ່າງ ບາງຕົ້ນ ໃບລົ່ນແລ້ວ ເຫລືອຮ້າງງ່າມັນ ທໍ່ນັ້ນແລ້ວ ໜາວເຮັ່ງເຂົ້າ ບົນຊາຍຢູ່ທົນທານ ລົງກາຍລົບ ຄ່ອຍຕຽມໄປມ້ຽນ ຮັກສາໄວ້ ໃນເຮືອນພຽງອຸ່ນ ບົນຊາຍ ພັກຜ່ອນຕົ້ນ ຕຽມຂ້າມຜ່ານໜາວ ຍາມນີ້ ທຸກແຫ່ງຫ້ອງ ພຶກສາປ່ຽນແປງສີ ລົມພານຜັດ ອ່ອນມາຕໍາຕ້ອງ ຄວາມເຢັນຈ້ອຍ ໜາວກາຍໃຈອຸ່ນ ຄົນແລະໝູ່ໄມ້ ຫາຊ້ວງຜ່ອນຄາຍ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ເດີນໄກ ໄດ້ກັບເຖິງບ້ານ ສຸດແທ້ຊ່ວງໃຈ.

ເດີນໄກ ໄດ້ກັບເຖິງບ້ານ ສຸດແທ້ຊ່ວງໃຈ. Eine Reise – Reiche Erfahrung Es ist aber schön wieder zu Hause zu sein. ເຖິງເຮືອນ ກັບສູ່ບ້ານ ຫລັງທ່ຽວເດີນໄກ ໃຈເປັນສຸກ ຢູ່ໃສ ບໍ່ຄືບ້ານ ເຮືອນຊານແກ້ວ ຫໍໂຮງເຄິຍຢູ່ ອົບອຸ່ນຍູ້ ຊູຄໍ້າຊື່ນມະໂນ ແທ້ແລ້ວ ໄປທ່ຽວ ເມືອງເພິ່ນນັ້ນ ງາມຍິ່ງໜັກໜາ ພັນລະນາ ບໍ່ຫວນຫາໄດ້ ໄຟສີແຈ້ງ ກາງຄືນແສງຮຸ່ງ ຫໍພຸ່ງພົ້ນ ສູງຟ້າຕໍ່ບົນ ແທ້ນ່າ ບ້ານເພິ່ນ ການກໍ່ສ້າງ ຖືກປ່ອງລຽງລາຍ ຢຽດຢາຍໄປ ຕໍ່ເຕີມກັນເຂົ້າ ເສົາເຮືອນຕັ້ງ ພັນປີຄົງແກ່ນ ແຜນກໍ່ສ້າງ ເຂົານັ້ນຄ່ອງຄື ແທ້ເດ້ ທາງເດີນຫຍ້າຍ ຄົນທ່ຽວທາງທຽວ ຫລຽວແນມເຫັນ ບ່ອນເຊົາສວນກ້ວາງ ປວງຊົນເຕົ້າ ເບີຍກາຍພັກຜ່ອນ ບ່າວສາວ…

ງູເຫລືອມໃຫຍ່ເຂົ້າລາວ ເຫດການປະຫວັດສາດແຫ່ງການກ້າວໄປ.

ງູເຫລືອມໃຫຍ່ເຂົ້າລາວ ເຫດການປະຫວັດສາດແຫ່ງການກ້າວໄປ. Die erste Laos-China Schnellbahn ist in der Hauptstadt Vientiane angekommen. ຄົນລາວເຮົາ ຄວາມຕື່ນເຕັ້ນ ໃຈຊື່ນບານໃນ ລົດໄຟລາວຈີນ ແລ່ນເຖິງວຽງວັງແລ້ວ ສຽງແຊວຮ້ອງ ໄປຕາມທາງຜ່ານ ເໝືອນງູໃຫຍ່ເຂົ້າບ້ານ ເລືອລ້ຽວລ່ວງໄປ ເຈົ້າເອີ້ຍ ຄົນຊ່າເວົ້າ ອອກຂ່າວກັນໄປ ໃນລາວເຮົາ ແມ່ນຄາວພວມກ້າວ ເມືອງລາວລິ້ງ ກາຍເປັນເມືອງຜ່ານ ຕິດຕໍ່ບ້ານ ສາກົນກ້າວຕໍ່ໄປ ແທ້ແລ້ວ ລາວ-ຈີນ ໂຮມຮ່ວມສ້າງ ປະກອບສ່ວນລົງທຶນ ບຸກບືນທໍາ ເພື່ອຄວາມຈະເລີນກ້າວ ລາວກາຍເຂົ້າ ສາຍໃໝຈີນໃໝ໋ ຂໍຈົ່ງໄດ້ ຜົນໃຊ້ຊ່ວຍລາວ ເຈົ້າເອີ້ຍ ອີກບໍ່ຊ້າ ວັນຊາດໃໝ່ທັນວາ ເເລ້ວນ່າ ລົດໄຟ ພາຄົນລາວ ແລ່ນເໜືອເຖິງໃຕ້ ຄົນລາວ ໄທ ຈີນ ດ້ວຍ ສາກົນມາທ່ຽວ ລົດໄຟທຽວບໍ່ຢັ້ງ ລາຍໄດ້ແລ່ນໄວ ດ້ວຍເຖີ້ນ…

ມາຜັກຜ່ອນຢ່ອນອາລົມຢູ່ເຮືອນຕົ້ນໄມ້.

ມາຜັກຜ່ອນຢ່ອນອາລົມຢູ່ເຮືອນຕົ້ນໄມ້. Wir sind in unserem Baumhaus angekommen. Entspannung pur. ໂອ້ລົມເຢັນ ພັດຄ່ອຍເຂົ້າ ຕໍາງ່າໃບເລືອງ ຕາແລມອງ ສ່ອງຕາມປະຕູກ້ວາງ ແສນສຸດຊຶ້ງ ເເສງສີຊົມຊື່ນ ສັບເຊື່ອມຊ້ອນ ໃບໄມ້ຢັ່ງຢາຍ ງາມເດ້ ຍິນສຽງ ນົກຮໍ່າຮ້ອງ ສຸດທີ່ອອນຊອນ ໝອກຂາວມົວ ແຜ່ຕາມດົງກ້ວາງ ຄວາມຄຶດຂ້ອຍ ກາຍດົງເທິງປ່າ ບິນເວີ່ນຟ້າ ຫາເຈົ້າໝູ່ເຮົາ ແທ້ແລ້ວ ຍາມນີ້ອາກາດ ປັບປ່ຽນຫຍ້າຍ ໄປສູ່ຄວາມຫນາວ ແລ້ວເດ້ ໃບໄມ້ເຫລືອງ ຄ່ອຍທະຍອຍລົງພື້ນ ແສງສີກົ້ວ ມົວໄປເໝືອນກ່ອນ ນອນຄືນ ເຢັນຕ່າງກີ້ ຈໍາຕ້ອງຮົ່ມກາຍ ແທ້ແລ້ວ ໝູ່ເອີ້ຍ ການເວລາປ່ຽນຫຍ້າຍ ສັງຂານລ່ວງກາຍໄປ ຄວາມຮັກແພງເຮົາມີ ເຊື່ອມສາຍສໍາພັນໄວ້ ຈະໜາວເຢັນຫລືຮ້ອນ ໂຮມໃຈກັນເດີ້ເພື່ອນ ທຸກສຸກ ຮັກຮ່ວມເວົ້າ ມີຫຍັງແກ້ຊ່ວຍກັນ ໝູ່ເອີ້ຍ @ວິມາດອກບົວແກ້ວ

ປ່ຽນເນື້ອ ຢ່າປ່ຽນໃຈ ຄົນລາວເຮົາເອີ້ຍ!

ປ່ຽນເນື້ອ ຢ່າປ່ຽນໃຈ ຄົນລາວເຮົາເອີ້ຍ! der lange Weg einer Zeitreise… (ກອນເຈັດ ແບບກອນອ່ານປູ່ປາງຄໍາ) ເມື່ອກ່ອນ ເຄີຍຢູ່ບ້ານ ໄກຫ່າງເມືອງຫລວງ ຄົນຫລາຍພັນ ຮ່ວມກັນຫລາຍບ້ານ ໄປມາຢື້ ຢາມກັນຖາມຂ່າວ ຂອງເຄື່ອງໃຊ້ ມີໄວ້ປ່ຽນຢືມ ແທ້ແລ້ວ ໃນເມື່ອນັ້ນ ຄົນທົ່ວບ້ານ ເໝືອນດັ່ງຄົວດຽວ ເຮືອນຊານໄຂ ທ່ອງທຽວຄົນເຂົ້າ ມີໃຫນໍ້າ ເຊີນຊວນກິນດື່ມ ປາຄໍ່ປີ້ງ ປິປ້ອນແບ່ງປັນ ເຈົ້າເອີ້ຍ ດິນລ່ວງບ້ານ ເຮືອນຕໍ່ຕິດກັນ ລູກຫລານມີ ແລ່ນໄປມາຫລິ້ນ ລຸງອາປ້າ ຊຸມແຊວຫົວມ່ວນ ຮັກຕໍ່ຕຸ້ມ ເປັນເຜິ້ງແຜ່ນດຽວ ແທ້ແລ້ວ ມີຫຍັງ ຕົບແຕ່ງຕ້ອນ ຂອງຢູ່ຂອງກິນ ຜົນປູກຝັງ ມ່ວງຜູຜາງພ້າວ ອຸດົມແທ້ ກິນດີມີຢູ່ ຄົນທົ່ວບ້ານ ຈາເວົ້າອ່ອນຫວານ ແທ້ນ່າ ບັດນີ້ ປັບປ່ຽນປີ້ນ ຫລາຍສິ່ງເປັນໄປ ເຮືອນຕິດກັນ ກໍ່ກໍາແພງຮົ້ວ ສວນຄົວມ້າງ…

ເນື່ອງໃນໂອກາດ ວັນຄູແຫ່ງຊາດ 7 ຕຸລາ. ຢາກໃຫ້ ປະຊາຊົນ ຄົນລາວ ທຸກຄົນ ຮັ່ງ

ເນື່ອງໃນໂອກາດ ວັນຄູແຫ່ງຊາດ 7 ຕຸລາ. ຢາກໃຫ້ ປະຊາຊົນ ຄົນລາວ ທຸກຄົນ ຮັ່ງ. zum laotischen Lehrertag 7.10. ມີການຮຽນວັນນັ້ນ ຄູສອນສັ່ງປວງຊົນ ຄົນລາວປັນຍາຊົນ ຈຶ່ງເກີດມີວັນນີ້ ຄູສອນດີຄຸນຫລົ້ນ ເປີດຕາຄົນລາວໃໝ່ ຂາດຄູ ປວງຊົນຄົງແຕ່ໄດ້ ກາຍເປັນຂ້ອຍອື່ນເຂົາ ແທ້ແລ້ວ ມື້ນີ້ ຂໍຊວນເຊີນປ່າວຮ້ອງ ຂານສົ່ງພອນໃຊ ຄູຄື ແມ່ພິມໃນດວງໃຈ ຈົ່ງເຂັ້ມແຂງແຮງກ້າ ວັນຄູ ເຈັດຕຸລາມາເຖິງແລ້ວ ເຕືອນສະຕິຄິດຮໍ່າ ມີແຕ່ ການສຶກສາຊ່ວຍຄໍ້າ ນໍາພາບ້ານຈຶ່ງຈະເລີນ ແທ້ນ່າ ຢາກໃຫ້ ລາວເຮົາຫລຸດຜ່ານພົ້ນ ເຫີນຫ່າງໄກຄວາມຈົນ ຫລາຍຍຸກດົນນານມາ ຊື່ລາວຄອງຄວາມດ້ອຍ ຕີຖອຍຄວາມນ້ອຍຫນ້າ ເປັນພາລະຄົນລາວໃໝ່ ຄູອາຈານສອນສັ່ງໃຫ້ ພາກັນຫ້າວຮໍ່າຮຽນ ເຈົ້າເອີ້ຍ ຢາກໃຫ້ ປວງຊົນລາວຮັ່ງແທ້ ປັນຍາເກັ່ງເຕັມປູມ ພູມຄັງຄວາມແນວຄິດ ເກັ່ງສະແຫວງຮຽນຮູ້ ມີຄູອາຈານກ້າ ວິຊາການສອນເກັ່ງ ເລັງຫາການກໍ່ສ້າງ ລາວເປັນເຈົ້າຊ່ວຍກັນ…

Die Ernte ist vorbei.

Die Ernte ist vorbei. ເຖິງຍາມ ເກັບກ່ຽວແລ້ວ ນາທົ່ງແຄມດົງ ເຟືອງເປັນມັດ ຢັ່ງຢາຍລຽງລ້າຍ ຕໍມັນແຫ້ງ ສີເຫລືອງເຮືອງເຮື່ອ ຕາມທົ່ງກ້ວາງ ແປນກ້ຽງຊື່ນຕາ ເຈົ້າເອີ້ຍ ນາໃຫຍ່ກ້ວາງ ແຕກຕ່າງນາເຮົາ ເປັນນາໂນນ ບໍ່ຊໍາຢືນນໍ້າ ລໍາແຂງຕົ້ນ ຮວງເຕັມເມັດໃຫຍ່ ລົດກ່ຽວຊ້ວນ ເຟືອງກິ້ງຕໍ່ຫລັງ ແທ້ແລ້ວ ແນວຕ່າງເຂົ້າ ຄົນຕ່າງແນວຄິດ ປົນເຈືອກັນ ເກັ່ງດີຄົນກໍ້າ ໂຮມກັນເຂົ້າ ແປງເມືອງເຮືອງຮຸ່ງ ຂັນແຂ່ງສ້າງ ໃຈນັ້ນຄ່ອງກັນ ເຈົ້າເອີ້ຍ ຝົນລັ່ງພຸ້ນ ແດດເຮັ່ງທາງໄກ ມີຫຍັງຖາມ ສົ່ງຄວາມກັນໄວ້ ຝົນລົມປີ້ນ ໜັກເບົາບອກຂ່າວ ແຕກຕ່າງເຊື້ອ ພັນກ້ຽວຄ່ອງກັນ ດີແລ້ວ @ວິມາດອກບົວແກ້ວ

ເປັນຂີດຫມາຍປະຫວັດສາດນຶ່ງທີ່ສໍາຄັນ

ເປັນຂີດຫມາຍປະຫວັດສາດນຶ່ງທີ່ສໍາຄັນ ຊີ້ໃຫ້ຊາວໂລກໄດ້ເຫັນເຖິງພະລັງແຮງຂອງປະຊາຊົນ ໃນການຕໍ່ສູ້ປົດປ່ອຍຕົນເອງ ກ້າວໄປສູ່ຄວາມເປັນອິດສະລະພາບ ທີ່ບໍ່ມີກໍາລັງປໍລະປັກໃດໆ ຈະສາມາດຕ້ານຢັນໄວ້ໄດ້ ຈົນຊົ່ວຟ້າດິນຈະສະຫລາຍ.