ເດີນໄກ ໄດ້ກັບເຖິງບ້ານ ສຸດແທ້ຊ່ວງໃຈ.

ເດີນໄກ ໄດ້ກັບເຖິງບ້ານ ສຸດແທ້ຊ່ວງໃຈ.
Eine Reise – Reiche Erfahrung
Es ist aber schön wieder zu Hause zu sein.
😊😘🥰
ເຖິງເຮືອນ ກັບສູ່ບ້ານ ຫລັງທ່ຽວເດີນໄກ
ໃຈເປັນສຸກ ຢູ່ໃສ ບໍ່ຄືບ້ານ
ເຮືອນຊານແກ້ວ ຫໍໂຮງເຄິຍຢູ່
ອົບອຸ່ນຍູ້ ຊູຄໍ້າຊື່ນມະໂນ ແທ້ແລ້ວ
ໄປທ່ຽວ
ເມືອງເພິ່ນນັ້ນ ງາມຍິ່ງໜັກໜາ
ພັນລະນາ ບໍ່ຫວນຫາໄດ້
ໄຟສີແຈ້ງ ກາງຄືນແສງຮຸ່ງ
ຫໍພຸ່ງພົ້ນ ສູງຟ້າຕໍ່ບົນ ແທ້ນ່າ
ບ້ານເພິ່ນ ການກໍ່ສ້າງ ຖືກປ່ອງລຽງລາຍ
ຢຽດຢາຍໄປ ຕໍ່ເຕີມກັນເຂົ້າ
ເສົາເຮືອນຕັ້ງ ພັນປີຄົງແກ່ນ
ແຜນກໍ່ສ້າງ ເຂົານັ້ນຄ່ອງຄື ແທ້ເດ້
ທາງເດີນຫຍ້າຍ ຄົນທ່ຽວທາງທຽວ
ຫລຽວແນມເຫັນ ບ່ອນເຊົາສວນກ້ວາງ
ປວງຊົນເຕົ້າ ເບີຍກາຍພັກຜ່ອນ
ບ່າວສາວ ອີງເອື່ອຍຊ້ອນ ຄຽງຂ້າງອຸ່ນກັນ ເຈົ້າເອີ້ຍ
ທຸກຖິ່ນແຄ້ວນ ເຂົາສົ່ງເສີມກັນ
ທັງດຸດັນ ຜ່ອນກາຍຫາຍຮ້ອນ
ມີຕອນເຕົ້າ ຄົວເຮືອນອອກທ່ຽວ
ຮັກກ່ອມກ້ຽວ ກາຍເນື້ອຄ່ອງໃຈ ສຸກແລ້ວ
ການທ່ຽວບ້ານ ໄປຕ່າງແດນໄກ
ຈິດສົດໃສ ເບິ່ງເມືອງເຫັນບ້ານ
ການທໍາສ້າງ ບົດຮຽນແນວໃໝ່
ນໍາຊ່ວຍໃຊ້ ດີໄດ້ເກັ່ງເຮົາ ເຈົ້າເອີ້ຍ
ພູມໃຈ ຍັງບໍ່ແລ້ວ ຮັກຮ່ວມຄົນລາວ
ຄາວພານພົບ ຊື່ນຊົມລົມເວົ້າ
ມີພາເຂົ້າ ຂອງກິນທຸກຢ່າງ
ອອກທາງ ຈັດແຈ່ງໃຫ້ ເມືອຕ້ອນຜູ້ຢູ່ເຮືອນ
ບັດນີ້ ກັບສູ່ບ້ານ ແດນຖິ່ນເຄີຍນອນ
ອອນຊອນໃຈ ຢູ່ເຮືອນເຮົາສ້າງ
ທາງໃດລໍ້າ ຈະຄື ເຮືອນເຮົາຢູ່
ຈິດຮໍ່າຮູ້ ບໍຄື ບ້ານແມ່ເຮົາ ແທ້ແລ້ວ
@ວິມາດອກບົວແກ້ວ
ລວບລວມພາບການທ່ອງທ່ຽວ