ອອກພັນສາບໍ່ແມ່ນລາພະເຈົ້າ ຈິດໃຈໃຫ້ທ່ຽງເດີມ

ອອກພັນສາບໍ່ແມ່ນລາພະເຈົ້າ ຈິດໃຈໃຫ້ທ່ຽງເດີມ Lichtfest ein Symbol der Hoffnung ແນມເຫັນໄກ ແສງເດືອນໃສສ່ອງແຈ້ງ ເຮືອງຮຸ່ງກາງເວຫາ ຕາເຮົາແນມນໍາໄປ ສ່ອງທາງເດືອນເດີນຫຍ້າຍ ສາຍທາງໄປມີເຝື້ອ ມືດບັງແສງຫລາຍບ່ອນ ຄິດຮອດຕອນຢູ່ບ້ານ ຄືນນີ້ປ່ອຍກະໂທງ ແທ້ແລ້ວ ໃນເຟສເຫັນເພື່ອນຂ້ອຍ ໂພສຂ່າວອອກພັນສາ ພາກັນລອຍກະໂທງ ໝູ່ປະຊາຊົມຊື້ນ ເປັນຄືນສີໃສແຈ້ງ ແສງທຽນປະດັບຮຸ່ງ ລຸງອາວອາແມ່ປ້າ ລູກຫລານເຕົ້າມ່ວນກັນ ເຈົ້າເອີ້ຍ ຄົນລາວໃຈທ່ຽງໝັ້ນ ສືບຕໍ່ວັດທະນາທໍາ ມີນໍາມາຄົນເຮົາ ແກ່ຍາວມານານແລ້ວ ຮັກສາແນວດີໄວ້ ປະດັບໃຈລາວຮຸ່ງ ແສງໄຟໃສພຸ່ງພົ້ນ ເຍືອງລາວໃຫ້ຮຸ່ງຈະເລີນ ແດ່ທ້ອນ ຈູດຖູບທຽນວ່ອນໄຫວ້ ຍົກມືໃສ່ຖີສະ ພະວັນນາຄຸນທໍາ ຈົ່ງຄວບງໍາເມືອໜ້າ ໂຄໂຣນາຫາຍສິ້ນ ເມືອງລາວເຮົາເຮືອງຮຸ່ງ ຄວາມຈະເລີນພຸ່ງພົ້ນ ໝາກແຕງຊ້າງໜ່ວຍປາຍ ນັ້ນແລ້ວ ອອກພັນສາ ບໍ່ແມ່ນລາພະເຈົ້າ ເຫີນຫ່າງຄອງທັມ ເດີນຕາມນໍາຄວາມດີ ຊ່ວຍກັນຄົນລາວຄໍ້າ ຈະນໍາພາລາວກ້າວ ຍາວເໝືອນລົດໄຟແລ່ນ ເຖິງເຂດແດນທີ່ຕັ້ງ ປະສົງໄວ້ຮ່ວມກັນ ພີ້ນ້ອງເອີ້ຍ @ວິມາດອກບົວແກ້ວ…