ໜີເຢັນ ໄປເພິ່ງຮ້ອນ.

ໜີເຢັນ ໄປເພິ່ງຮ້ອນ. Es ist wieder so weit, in den Süden zu fliegen. Guten Flug! ຟັງສຽງດັງກັ່ນກ້ອງ ນອງທົ່ວບົນເວຫາ ສາລິກາພາກັນບິນ ຕໍ່ຕາມຕົວລຽນກົ້ນ ສຽງສົນເສເຫຫ້ອງ ປະສານກັນກ້ອງສົ່ງ ດັງລົງນັນທົ່ວບ້ານ ຄົນຂານເວົ້າຕື່ນຕາ ແທ້ແລ້ວ ສັນຊາດຍານຊ່າງຮູ້ ຝູງໝູ່ສາລິກາ ພາກັນບິນໜີໄປ ຊູ່ເຂດໄກແດນຮ້ອນ ແສນອອນຊອນຕາຈ້ອງ ມອງສາລິກາບິນເວີ່ນ ທາງເດີນໄກຊົ່ວຟ້າ ໃຈແຂງກ້າດ່ວນຫາ ເຈົ້າເອີ້ຍ ບາງຝູງບິນເວີ່ນຟ້າ ລໍໝູ່ມາໂຮມກັນ ຈັດສັນກາຍເປັນແລວ ເລັ່ງບິນເປັນແຖວຊ້ອງ ສຽງຫອງຄືອວນເວົ້າ ເອົາໃຈກັນຊູຊ່ວຍ ຕາມຫລັງກັນຄ່ອງດ້ວຍ ຫາລວງເຂົ້າປ່ອງລົມ ນັ້ນແລ້ວ ເຖິງວ່າ ຈຸດປະສົງບົ່ງໄວ້ ແສນຫ່າງໃນແດນໄກ ກາຍພູຜາພົງໄພ ຜ່ານອັນຕະລາຍຮ້າຍ ແຮງໃຈໝາຍປອງໝັ້ນ ບິນຮວມກັນແຮງສົ່ງ ຂໍລົມແຮງຈົ່ງຊ້ວນ ຊູຝູງເຈົ້າເວີ່ນໄປ ເຖິງທີ່ໝາຍເທີ້ນ @ວິມາດແກບົວແກ້ວ