ງູເຫລືອມໃຫຍ່ເຂົ້າລາວ ເຫດການປະຫວັດສາດແຫ່ງການກ້າວໄປ.

ງູເຫລືອມໃຫຍ່ເຂົ້າລາວ
ເຫດການປະຫວັດສາດແຫ່ງການກ້າວໄປ.
Die erste Laos-China Schnellbahn ist in der Hauptstadt Vientiane angekommen.
👍👍👍
ຄົນລາວເຮົາ
ຄວາມຕື່ນເຕັ້ນ ໃຈຊື່ນບານໃນ
ລົດໄຟລາວຈີນ ແລ່ນເຖິງວຽງວັງແລ້ວ
ສຽງແຊວຮ້ອງ ໄປຕາມທາງຜ່ານ
ເໝືອນງູໃຫຍ່ເຂົ້າບ້ານ ເລືອລ້ຽວລ່ວງໄປ ເຈົ້າເອີ້ຍ
ຄົນຊ່າເວົ້າ ອອກຂ່າວກັນໄປ
ໃນລາວເຮົາ ແມ່ນຄາວພວມກ້າວ
ເມືອງລາວລິ້ງ ກາຍເປັນເມືອງຜ່ານ
ຕິດຕໍ່ບ້ານ ສາກົນກ້າວຕໍ່ໄປ ແທ້ແລ້ວ
ລາວ-ຈີນ
ໂຮມຮ່ວມສ້າງ ປະກອບສ່ວນລົງທຶນ
ບຸກບືນທໍາ ເພື່ອຄວາມຈະເລີນກ້າວ
ລາວກາຍເຂົ້າ ສາຍໃໝຈີນໃໝ໋
ຂໍຈົ່ງໄດ້ ຜົນໃຊ້ຊ່ວຍລາວ ເຈົ້າເອີ້ຍ
ອີກບໍ່ຊ້າ ວັນຊາດໃໝ່ທັນວາ ເເລ້ວນ່າ
ລົດໄຟ ພາຄົນລາວ ແລ່ນເໜືອເຖິງໃຕ້
ຄົນລາວ ໄທ ຈີນ ດ້ວຍ ສາກົນມາທ່ຽວ
ລົດໄຟທຽວບໍ່ຢັ້ງ ລາຍໄດ້ແລ່ນໄວ ດ້ວຍເຖີ້ນ
@ວິມາດອກບວແກ້ວ