ເປັນໜໍ່ໄມ້ ແຂງໄດ້ອ່ອນໃນ ນັ້ນແລ້ວ

ເປັນໜໍ່ໄມ້ ແຂງໄດ້ອ່ອນໃນ ນັ້ນແລ້ວ (ກອນເຈັດ ແບບກອນອ່ານປູ່ປາງຄໍາ) ເມືອງຕ່າງບ້ານ ຄົນເພິ່ນຄົນໂຕ ຄົນໄທໄກ ຕ່າງຄົນໄທບ້ານ ໃຜເຫັນພ້ອມ ຫົວເຢັນຕີນອຸ່ນ ໃຜບໍ່ພ້ອມ ຫວານຍ້ອຍວ່າຂົມ ແທ້ແລ້ວ ຕົກໝູ່ແຮ້ງ ກິນເນົ່າກິນເໝັນ ຕົກຝູງກາ ປົ່ງສີດໍາຊ້ອນ ເຂົາພາຮ້ອງ ໂຮເຮຕາມຕໍ່ ດັງບໍ່ກ້ອງ ເອົາຄ້ອງຕ່ອຍຕີ ເຈົ້າເອີ້ຍ ມີຜູ່ທ້ວງ ເຫັນໝູ່ຫລົງຜິດ ເຂົາຊໍານານ ກໍ່ໂກງກິນໄດ້ ໃຜຈະເວົ້າ ເອົາຫຍັງມາປ່ຽນ ຜິດບໍ່ຮ້ອນ ຄືດັ້ງແຕ່ເດີມ ນັ້ນແລ້ວ ແນວໜໍ່ໄມ້ ເກີດຢູ່ໃນສຸມ ສູງກາຍດິນ ໝູ່ຝູງຢືນລ້ອມ ຕາເຂົາກຶ້ງ ແນມນໍາຕາມເບິ່ງ ເປັນໜໍ່ໄມ້ ແຂງໄດ້ອ່ອນໃນ ນັ້ນແລ້ວ @ວິມາດອກບົວແກ້ວ ຮູບປັ້ນປູ່ປາງຄໍາ ນັກກະວີຜູ້ນຶ່ງທີ່ລືຊື່ຂອງລາວ

ຄວາມຊົງຈໍານຶ່ງປີ. ຊີວິດເຮົາ ເປັນຂອງເຮົາເອງ.

ຄວາມຊົງຈໍານຶ່ງປີ. ຊີວິດເຮົາ ເປັນຂອງເຮົາເອງ. ຕ້ອງສ້າງຄວາມເຂັ້ມແຂງໃຫ້ຕົນເອງ. Eine Reise durch Leben ເພິ່ນວ່າ ຊີວິດຄື ການຕໍ່ສູ້ ຊອກຫາຢູ່ທໍາກິນ ເກີດມາເລືອຄານຫລຸກ ຫຍ່າງເດີນບຸກໄປໜ້າ ທຸກຈົນອົດໃຈສູ້ ໜັກເບົາທົນທານຜ່ານ ບັນຫາມີບໍ່ທໍ້ ຂໍພຽງໄດ້ຢູ່ກິນ ວ່ານາ ຊີວິດຄື ການຕໍ່ສູ້ ເດີນທາງສູ່ຈຸດຫມາຍ ທາງໄປຍາວສັບສົນ ຕ່າງກັນມີຫລາຍເປົ້າ ບາງຄົນບຸກບືນໄດ້ ໄປໄກໃຈແຂງແກ່ນ ເຖິງຈຸດໝາຍບົ່ງໄວ້ ບາງຄົນຫລົ້ມເຄິ່ງທາງ ແທ້ແລ້ວ ຊີວິດ ຈະມີຄຸນຄ່າໄດ້ ກາຍເປັນແວ່ນເຍືອງທາງ ເປັນບົດຮຽນອັນດີ ເພື່ອລູກຫລານເມືອໜ້າ ສັງຄົມຈາລຶກໄວ້ ຄົນດີເປັນແບບຢ່າງ ແປງທາງປະປ່ອຍໄວ້ ລູກຫລານໄດ້ໄຕ່ຕາມ ເຈົ້າເອີ້ຍ ເພິ່ນວ່າ ເຮົາເລືອກເກີດບໍ່ໄດ້ ໄປຕາມທີ່ໃຈໝາຍ ພອນສະຫວັນທຸກຄົນມີ ເຊື່ອງຊອນໃນໂຕຊ້ອນ ອາໃສຕົນເອງໄດ້ ອານາຄົດໄກເຮືອງຮຸ່ງ ຫາກອາໃສແຕ່ເພີ່ນຕຸ້ມ ກາຍເປັນຂ້ອຍຊົ່ວຊີບວາຍ ແທ້ນາ @ວິມາດອກບົວແກ້ວ

ວັນເພັງ ຂາດເດືອນ ແຕ່ບໍ່ຂາດຄວາມມຸ້ງຫວັງ ຍັງລໍຄອຍ ວັນໃຫມ່ເລື້ອຍໆໄປ.

ວັນເພັງ ຂາດເດືອນ ແຕ່ບໍ່ຂາດຄວາມມຸ້ງຫວັງ ຍັງລໍຄອຍ ວັນໃຫມ່ເລື້ອຍໆໄປ. Der Mond bei den Wolken ຫລາຍຄໍ່າ ຄືນຜ່ານຂ້າມ ລໍເບິ່ງດວງເດືອນ ພຽງພໍເຫັນ ແຕ່ເງົາເທິງຟ້າ ເມກໝອກກົ້ວ ຕັນແສງທາງສ່ອງ ໄດ້ແຕ່ຈ້ອງ ເດືອນຂ້າມຜ່ານຄືນ ເຈົ້າເອີ້ຍ ວັນເພັງ ມືດອຶ່ມຂຶ້ມ ເດືອນບໍ່ໃສແສງ ຮຽມນີ້ ໜາວຢືນລໍ ເບິ່ງເດືອນເທິງຟ້າ ແສງຕາຂ້ອຍ ຊອກເດືອນຫາໝູ່ ໄດ້ແຕ່ເພີ້ ເທິງຟ້າມົ່ນມົວ ແທ້ເດ້ ຄືນຜ່ານແລ້ວ ວັນໃໝ່ຫວນມາ ແສງຍັງມົວ ເບິ່ງເຫັນໝອກກົ້ວ ອາລົມຄ້ອຍ ຂາດແສງໃຈອ່ອນ ເມກໝູ່ເຝື້ອ ຄືກ້າກ່ວາແສງ ແທ້ນໍ ຄວາມຫວັງ ຍັງບໍ່ເອື້ອນ ຝາກຕໍ່ເດືອນດາວ ທັງຕາເວັນ ຢູ່ເທິງບົນຟ້າ ເມກໝອກຫຸ້ມ ພຽງຄືນຄົງຜ່ານ ແສງເດືອນ ແສງຕາເວັນ ຄົງຜ່ານພົ້ນ ລົງພື້ນຕ່າວມາ ເຈົ້າເອີ້ຍ @ວິມາດອກບົວແກ້ວ ຄືນນຶ່ງກ່ອນຄືນວັນເພັງ

ໜາວແຕ່ກາຍ ຕ້ອງທໍາໃຈໃຫ້ອົບອຸ່ນ.

ໜາວແຕ່ກາຍ ຕ້ອງທໍາໃຈໃຫ້ອົບອຸ່ນ. Winter – Nebel ເມກໝອກ ລອຍຫໍ່ຫຸ້ມ ຄຸມທົ່ງບັງແສງ ມືດມົວໄປ ດັ່ງແລງລົງແລ້ວ ຄວາມໜາວເຂັ້ມ ລົມເຢັນພັດຜ່ານ ໝອກຊຸ່ມຊື່ນ ຝົນຝອຍຍ້ອຍລັ່ງລົງ ບາງມື້ ມືດຊຸ່ມຊົ້ວ ມົວທົ່ວໄປໝົດ ຫລຽວທາງໃດ ບໍ່ມີແສງພົ້ນ ກາງເວັນສັ້ນ ລົງແລງມືດງ່າຍ ໄຄແຕ່ ກັບສູ່ບ້ານ ຫາຕຸ້ມຫົ່ມຄີງ ເຈົ້າເອີ້ຍ ວັນຕ່າງມື້ ລະດູຕ່າງເວລາ ແສງສີສັນ ຕ່າງກັນປານຟ້າ ກົກໄມ້ ຢືນລຽງຕົ້ນ ຊອນແຊມເຫັນຮ່າງ ໃບຫລົ່ນຖິ້ມ ປົກພື້ນຮ່ວມຕົມ ແທ້ແລ້ວ ຍາມໜາວ ປັບປ່ຽນຮ້ອນ ເຢັນໃສ່ທາງກາຍ ພາຄົນ ຈໍາເປັນປັບ ປ່ຽນໄປຕາມຕ້ອງ ແພຜືນຜ້າ ນໍາມາສວບໃສ່ ກັນຊ່ວຍໃຫ້ ກາຍເນື້ອອຸ່ນໃຈ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ບັນຫາໜັກ ຝົນຕົກ ຍັງຮູ້ເອື້ອນ ກົບກິນເດືອນຍັງຮູ້ອີ້ມ

ບັນຫາໜັກ ຝົນຕົກ ຍັງຮູ້ເອື້ອນ ກົບກິນເດືອນຍັງຮູ້ອີ້ມ ບາດວ່າ ໂຄວິດເຂົ້າ ບໍ່ມີມື້ອ່ອນລົງ ແທ້ເດ້ ເຈົ້າຫ່າງຂ້ອຍ ຂ້ອຍຫ່າງເຮືອນຊານ ວົງວານໄກ ໝູ່ໄປໜີໜ້າ ພາກັນຢ້ານ ໄປມາໂຕຊັ່ນ ໂຄວິດ ມັນໄຫລ່ກົ້ນ ເກາະຫ້ອຍຕ່ອຍຕາມ ແທ້ບໍ່? ເມືອງຫ່າງບ້ານ ຄົນຫ່າງການງານ ສະພາບການ ເຄັ່ງໄປເລັງໜ້າ ອາວອາປ້າ ໄກກັນຄົນບ່ອນ ລູກຫລານ ນອນຕ່າງບ້ານ ກັນເຊື້ອແຜ່ລາມ ໄຄແຕ່ໄດ້ ໂທທ່ອງຖາມກັນ ພົວພັນຂຽນ ຕໍ່ຄວາມໃນເຟສ ມີເຫດຮ້າຍ ໄຂຄວາມບອກປ່າວ ສະເພາະກິດຂ່າວແຈ້ງ ເຕັກໜ້າບໍ່ລົງ ເປີດ ເອື້ອນຫລືບໍ່ເອື້ອນ ເປັນສິ່ງຕັດສິນ ກິນຫລືອົດ ບໍ່ກົວຫລືຢ້ານ ເມືອງເເລະບ້ານ ໄຂຄືນຕິດຕໍ່ ເປີດຫລືບໍ່ນັ້ນ ໜັກໄດ້ສູ່ທາງ ນັ້ນແລ້ວ ການນໍາ ຫາປ່ອງແກ້ ຫັວງເລັ່ງເສດທະກິດ ແພດໝໍຄິດ ຊ່ວຍຊູປົກປ້ອງ ທັງສອງກ້າ ໄຂເມືອງເປີດດ່ານ ມີແຕ່ຢ້ານ ປະຊາເຊື້ອບໍ່ອຸ່ນໃຈ ແທ້ແລ້ວ…

ທ່ານນາຍົກ ເວົ້າວ່າ ມີພະນັກງານສາມຊັ້ນ ແມ່ນຄວາມເພິ່ນບໍ່ນໍ?

ທ່ານນາຍົກ ເວົ້າວ່າ ມີພະນັກງານສາມຊັ້ນ ແມ່ນຄວາມເພິ່ນບໍ່ນໍ? ຟັງນາຍົກເພິ່ນເວົ້າ ການຈັດແບ່ງພະນັກງານ ອອກເປັນສາມປະການ ຕ່າງກັນຄົນລາວຂ້ອຍ ຟັງຄົນສອຍຫົວເຢີ້ຍ ເລີຍອາຍຕາງຄວາມກ່າວ ລາວເປັນລາວຮ່ວມເຊື້ອ ສັງມາປີ້ນປ່ຽນໄປ ເດ້ນໍ ເພິ່ນວ່າ ມີຄົນຢາກກໍ່ສ້າງ ເອົາໃຈໃສ່ການງານ ພະນັກງານເຈັດສິບເປີເຊັນ ເຄື່ອນໄຫວເປັນພໍແລ້ວ ເຫລືອນັ້ນແນວຕໍ່ຕ້ານ ຮັກສາເດີມຄອງເກົ່າ ຫລາຍຄົນໄດ້ແຕ່ເວົ້າ ຫາຄົນຮ້ອງບໍ່ມີ ເຈົ້າເອີ້ຍ ຫາກວ່າເປັນດັ່ງເວົ້າ ໃນຄວາມກ່າວເປັນຈິງ ຫລິງແລເມືອງລາວເຮົາ ຜ່ານມາເຖິງດຽວນີ້ ຈະດີຫຍັງຫລາຍຂຶ້ນ ຫາກຫລາຍຄົນຄືເກົ່າ 1ເປີເຊັນເທົ່ານັ້ນ ປອດໃສແທ້ເພື່ອປະຊາ ແມ່ນບໍ່? ຄິດເຫັນ ສຽວສະຫວາດກ່າວໄວ້ ນົກອ່ຽງໂມ່ງແຊວສຽງ ອອກສໍານຽງໃນໂພໄຊ ນັ່ນນອງກັນບົນຮ້ອງ ພາກັນແຊວແຊວຮ້ອງ ໂຕດຽວດັງໝົດໝູ່ ໝາກໂພໄຊລຸຫລົ່ນແລ້ວ ສຽງແຊວຮ້ອງຄ່ອຍມິດໄປ ແທ້ບໍ່? ນາຍົກເພິ່ນກ່າວໃຫ້ ພະນັກງານຈົ່ງປັບໃຈ ດັດແປງໄຂຕົນເອງ ຊູ່ກຸ່ມຄົນຫັນຫ້າວ ພະນັກງານລາວຄືເສົາຄໍ້າ ຢືນຊໍາຕົມລໍາສິເນົ່າ 70%ບຸກເຄັ່ງເຂົ້າ ໃຫ້ທັນກ້າວແລ່ນລົດໄຟ ລາວເຮົາເອີ້ຍ @ວິມາດອກບົວແກ້ວ

ຄວາມເວົ້າ ແລະ ສຽງເວົ້າ

ຄວາມເວົ້າ ແລະ ສຽງເວົ້າ ເປັນຢາດີວິເສດອັນນຶ່ງໃຫ້ແກ່ການພົວພັນກັນໃນສັງຄົມ. Drachenschlucht Eisenach. ພໍ່ແມ່ ເຄີຍກ່ອມເວົ້າ ຈາມ່ວນນວນຫູ ແມ່ນວ່າ ຄວາມໃດດີ ຄ່ອຍຮຽນສອນໃຫ້ ຕອນເມື່ອ ລູກຍັງນ້ອຍ ຂານຕາມບອກກ່າວ ພາກັນ ສືບຕໍ່ເວົ້າ ຈົນເທົ້າໃຫຍ່ມາ ນັ້ນແລ້ວ ຄວາມເວົ້າ ມີຄ່າຫລົ້ນ ຫນັກກ່ວາພູຜາ ຫາກເມື່ອ ຈາຄວາມພານ ກໍ່ເຂັນເວນຮ້າຍ ເຮັດໃຫ້ ພາຄົນເສົ້າ ເສັຍຄຸນຕົກຕໍ່າ ດັ່ງນັ້ນ ຄິດຈຶ່ງເວົ້າ ໄຂຂໍ້ຕໍ່ຄວາມ ເຈົ້າເອີ້ຍ ຄວາມດີ ມີຈົ່ງເວົ້າ ຈາຕໍ່ດອມກັນ ຍາມຜິດຫວັງ ຊ່ວຍຊູກັນຂຶ້ນ ຄວາມເວົ້າ ເປັນຢາແກ້ ປົວໃຈຫາຍປ່ວຍ ທັງເຊື່ອມໝັ້ນ ຄົນເວົ້າ ແລະ ຜູ້ຟັງ ແທ້ແລ້ວ ສຽງດັງ ຕອນກ່າວເວົ້າ ເປັນດັ່ງສາຍພິນ ຍານຫລາຍຜິດ ເຄັ່ງຫລາຍຕໍາຕ້ອງ ອັນວ່າ ສໍານວນເວົ້າ ສຽງດີຟັງມ່ວນ ມັນຫາກ ຊວນຊ່ວຍໃຫ້…

ບາງຄວາມເຫັນ ແມ່ນຫຍັງແທ້ ທີ່ສໍາຄັນໃຫ້ແກ່ການບໍລິການລົດໄຟ ລາວ-ຈີນ?

ບາງຄວາມເຫັນ ແມ່ນຫຍັງແທ້ ທີ່ສໍາຄັນໃຫ້ແກ່ການບໍລິການລົດໄຟ ລາວ-ຈີນ? ລາວເຮົາ ໄດ້ກາຍເປັນຈຸດຈັບຈ້ອງສາຍຕາ ຈາກຫລາຍໆສື່ມວນຊົນໃນສາກົນ ແລະ ໂດຍສະເພາະ ແມ່ນສື່ມວນຊົນຂອງໄທ ແຕ່ໃດມາ ແລະ ຍັງຈະມີສືບຕໍ່ໄປ, ໂດຍສະເພາະ ແມ່ນຂ່າວຄືບຫນ້າກ່ຽວກັບ ລົດໄຟ ລາວ-ຈີນ ທີ່ລາວໄດ້ລໍ້າໜ້າ ສ້າງຄວາມຕື່ນເຕັ້ນ ເຮັດໃຫ້ສື່ມວນຊົນຕ່າງໆມີການຕື່ນຂ່າວຫລາຍຍິ່ງຂຶ້ນ. ອັນທີ່ ມີຂ່າວເວົ້າເຖິງເລື້ອງຄວາມໄວ ຂອງລົດໄຟ ລາວ-ຈີນ ວ່າ ຖືກ ຫລື ຜິດ ນັ້ນ ໄດ້ກາຍເປັນກະແສຂ່າວດັງຂຶ້ນ ແລະ ມີຜູ້ຫາທາງອະທິບາຍຕ່າງໆນາໆ. ລົດໄຟ ຈະແລ່ນ ໄວຫລືຊ້າ ກໍສໍາຄັນ ມັນມີມາດຖານ ແລະ ຍີ່ຫໍ້ຂອງມັນ ທາງດ້ານເຕັກນິກ ທີ່ຈະຕ້ອງໄດ້ຖືກຈົດທະບຽນໄວ້ ພົວພັນໄປເຖິງ ເລື້ອງຄວາມປອດໄຟໃນການຈະຖືກນໍາໃຊ້ ແລະ ພົວພັນເຖິງຄຸນຄ່າໃນການ “ປະກັນໄພ“. ຄືການຊື້ລົດເກງ ມີແຮງມ້າແຕກຕ່າງກັນ. ລົດແຮງສູງກໍຕ້ອງໄດ້ຈ່າຍປະກັນໄພສູງ ແຮງຕໍ່າກໍຈ່າຍຕໍ່າ. ການບໍລິການລົດໄຟ (ຈະໄວຫລືຊ້າ) ສໍາຄັນສຸດ ແມ່ນການຮັບປະກັນ “ການໄປມາໃຫ້ຕົງຕໍ່ເວລາ…

ຊ້າງເຜືອກ ຫີນຟູ ງູໄຫຍ່ ໄຂປິດສະຫນາ ພະຍາ ສີໂຄດຕະບອງ.

ຊ້າງເຜືອກ ຫີນຟູ ງູໄຫຍ່ ໄຂປິດສະຫນາ ພະຍາ ສີໂຄດຕະບອງ. ຟັງເອົາເດີ້ລາວຂ້ອຍ ມີຫຍັງຮໍາຮອນຊ່ອຍ ແດ່ທ້ອນ ປິດສະໜາຈະຄ່ອຍແຈ້ງ ສົມໃຈແມ້ງດັ່ງໝາຍ ເຈົ້າເອີ້ຍ! (ບົດກອນ ຈາກພື້ນຖານກອນອ່ານປູ່ປາງຄໍາ ກອນສິບ) ບາດນີ້ ຮຽມຢາກຂໍກ່າວເວົ້າ ໄຂປ່ອງຄໍາທໍານາຍ ອະທິບາຍປິດສະໜາ ເພິ່ນກ່າວມາດົນແລ້ວ ແນວນາມ ສີໂຄດຕະບອງເຈົ້າ ເປັນພະຍາລືຊື່ ເລືອງລືຄວາມເກັ່ງກ້າ ວິຊາລົ້ນລື່ນຄົນ ເຈົ້າເອີ້ຍ ເຈັບແສບສາບແຊ່ງໄວ້ ຕອນເມື່ອຖືກຫລາວແທງ ເຂົາແປງກົນຫລອກລວງ ອ່ອຍດວງມະເຫສີເຈົ້າ ຄວາມລັບເຂົາປອງໄດ້ ເຜີໃຈຕາຍຫລົງເຊື່ອ ເຫລືອພຽງຄວາມສາບແຊ່ງໄວ້ ມາເຖິງເທົ້າທຸກວັນ ນີ້ແລ້ວ ເຈົ້າສີໂຄດຕະບອງ ຮໍ່າຮ້ອງ ຂານກ່ອນດັບຊີວາ ອໍາລາເມືອງວຽງຈັນ ໃສ່ໂທດກໍາປະໄວ້ ສາບແຊ່ງ ເມືອງລາວໃຫ້ ຈະເລີນໄປທຽບເທົ່າ ຊ້າງພັບຫູ ງູແມບຫລີ້ນ ເພິ່ນເວົ້າ ສົມໃຈແຄ້ນແກ່ກໍາ ນັ້ນແລ້ວ ເຈົ້າສີໂຄດກ່າວຢໍ້າ ລາວຈະຮຸ່ງເຮືອງໃສ ໄດ້ນັ້ນ ຍືນຍົງຍາວນານໄປ ເມື່ອມີແນວມາແກ້ ແປເປັນປິດສະໜາປະໄວ້ ຊ້າງເຜືອກ…

ບາງຄວາມເຫັນ ຕໍ່ການຈະໂຍະຍານເປີດປະເທດ ໃນຊ່ວງໂຄວິດ.

ບາງຄວາມເຫັນ ຕໍ່ການຈະໂຍະຍານເປີດປະເທດ ໃນຊ່ວງໂຄວິດ. ເລີ້ມແຕ່ວັນທີ 01.11.2021 ເປັນຕົ້ນມາ ໄທໄດ້ເລີ້ມເປີດປະເທດ ເພື່ອການທ່ອງທ່ຽວ ນໍາໃຊ້ມາດຕາການ ບົດຮຽນຈາກບັນດາປະເທດໃນຢູໂຣບ ທີ່ໄດ້ເລີ້ມເປີດກັນມາແລ້ວ. ຕາມໄດ້ອ່ານຂ່າວ ລາວເຮົາ ລັດທະບານ ເພິ່ນກໍໄດ້ຕຽມພ້ອມ ມີຫລາຍມາດຕາການ ທີ່ຈະສາມາດໂຍະຍານເປີດປະເທດ ເພື່ອເສດຖະກິດ ແລະ ການທ່ອງທ່ຽວ ນັບແຕ່ວັນທີ່ສອງທັນວາເປັນຕົ້ນໄປ ສົມທົບໃສ່ກັບການເປີດນໍາໃຊ້ບໍລິການລົດໄຟ ລາວ-ຈີນ. ບໍ່ຫມາຍຄວາມວ່າ ວິກິດການໂຄວິດ ແລະ ຄວາມເປັນອັນຕະລາຍໄດ້ຜ່ານພົ້ນໄປແລ້ວ. ການແຜ່ເຊື້ອຍັງຈະມີຂຶ້ນ ຂົ່ມຂູ່ຊີວິດຂອງຄົນເຮົາ ສືບຕໍ່ໄປ, ແຕ່ການເປີດກ້ວາງກໍເປັນຄວາມຈໍາເປັນໃຫ້ແກ່ສັງຄົມ. ດັ່ງນັ້ນ ໃນຜ່ານມາ ໄດ້ມີຫລາຍປະເທດໄດ້ຄົ້ນຄ້ວາວາງມາດຕາການ ຫາທາງເປີດປະເທດ ເປັນຕົ້ນແມ່ນ ປະເທດໄກ້ຄຽງຕິດກັບຊາຍແດນຂອງຊາດລາວເຮົາ ຄື ປະເທດໄທ ຢາກເຮັດໃຫ້ເສດຖະກິດ ກໍຄືການທ່ອງທ່ຽວມີການເໜັງຕີງຄືນຂຶ້ນ. ມາດຕາການ ແລະ ການປະຕິບັດການເປີດກ້ວາງ ທີ່ຕ່າງປະເທດປະຕິບັດ ອາດຈະເປັນບົດຮຽນໃຫ້ແກ່ລາວເຮົາ ນໍາມາຄົ້ນຄິດ ຫັນປ່ຽນໃຫ້ຖືກກັບສະພາບການ ສາມາດເປີດປະເທດໄດ້ເຊັ່ນກັນ. ມາດຕາການຕົ້ນຕໍໃນການເປີດກ້ວາງແມ່ນ: – ນັກທ່ອງທ່ຽວຈາກບັນດາປະເທດທີ່ສາກົນໄດ້ຈັດບໍ່ເປັນປະເທດທີ່ມີຄວາມສ່ຽງສູງ, – ຜູ້ໄດ້ສັກຢາຄົບສົມບູນ(ບໍ່ຈໍາເປັນຖືກກັກຕົວ), –…