ຄວາມເວົ້າ ແລະ ສຽງເວົ້າ

ຄວາມເວົ້າ ແລະ ສຽງເວົ້າ
ເປັນຢາດີວິເສດອັນນຶ່ງໃຫ້ແກ່ການພົວພັນກັນໃນສັງຄົມ.
Drachenschlucht Eisenach.
ພໍ່ແມ່ ເຄີຍກ່ອມເວົ້າ ຈາມ່ວນນວນຫູ
ແມ່ນວ່າ ຄວາມໃດດີ ຄ່ອຍຮຽນສອນໃຫ້
ຕອນເມື່ອ ລູກຍັງນ້ອຍ ຂານຕາມບອກກ່າວ
ພາກັນ ສືບຕໍ່ເວົ້າ ຈົນເທົ້າໃຫຍ່ມາ ນັ້ນແລ້ວ
ຄວາມເວົ້າ ມີຄ່າຫລົ້ນ ຫນັກກ່ວາພູຜາ
ຫາກເມື່ອ ຈາຄວາມພານ ກໍ່ເຂັນເວນຮ້າຍ
ເຮັດໃຫ້ ພາຄົນເສົ້າ ເສັຍຄຸນຕົກຕໍ່າ
ດັ່ງນັ້ນ ຄິດຈຶ່ງເວົ້າ ໄຂຂໍ້ຕໍ່ຄວາມ ເຈົ້າເອີ້ຍ
ຄວາມດີ ມີຈົ່ງເວົ້າ ຈາຕໍ່ດອມກັນ
ຍາມຜິດຫວັງ ຊ່ວຍຊູກັນຂຶ້ນ
ຄວາມເວົ້າ ເປັນຢາແກ້ ປົວໃຈຫາຍປ່ວຍ
ທັງເຊື່ອມໝັ້ນ ຄົນເວົ້າ ແລະ ຜູ້ຟັງ ແທ້ແລ້ວ
ສຽງດັງ ຕອນກ່າວເວົ້າ ເປັນດັ່ງສາຍພິນ
ຍານຫລາຍຜິດ ເຄັ່ງຫລາຍຕໍາຕ້ອງ
ອັນວ່າ ສໍານວນເວົ້າ ສຽງດີຟັງມ່ວນ
ມັນຫາກ ຊວນຊ່ວຍໃຫ້ ຄົນເກື້ອກ່ອມກັນ ເຈົ້າເອີ້ຍ
@ວິມາດອກບົວແກ້ວ