ເປັນໜໍ່ໄມ້ ແຂງໄດ້ອ່ອນໃນ ນັ້ນແລ້ວ

ເປັນໜໍ່ໄມ້ ແຂງໄດ້ອ່ອນໃນ ນັ້ນແລ້ວ (ກອນເຈັດ ແບບກອນອ່ານປູ່ປາງຄໍາ) ເມືອງຕ່າງບ້ານ ຄົນເພິ່ນຄົນໂຕ ຄົນໄທໄກ ຕ່າງຄົນໄທບ້ານ ໃຜເຫັນພ້ອມ ຫົວເຢັນຕີນອຸ່ນ ໃຜບໍ່ພ້ອມ ຫວານຍ້ອຍວ່າຂົມ ແທ້ແລ້ວ ຕົກໝູ່ແຮ້ງ ກິນເນົ່າກິນເໝັນ ຕົກຝູງກາ ປົ່ງສີດໍາຊ້ອນ ເຂົາພາຮ້ອງ ໂຮເຮຕາມຕໍ່ ດັງບໍ່ກ້ອງ ເອົາຄ້ອງຕ່ອຍຕີ ເຈົ້າເອີ້ຍ ມີຜູ່ທ້ວງ ເຫັນໝູ່ຫລົງຜິດ ເຂົາຊໍານານ ກໍ່ໂກງກິນໄດ້ ໃຜຈະເວົ້າ ເອົາຫຍັງມາປ່ຽນ ຜິດບໍ່ຮ້ອນ ຄືດັ້ງແຕ່ເດີມ ນັ້ນແລ້ວ ແນວໜໍ່ໄມ້ ເກີດຢູ່ໃນສຸມ ສູງກາຍດິນ ໝູ່ຝູງຢືນລ້ອມ ຕາເຂົາກຶ້ງ ແນມນໍາຕາມເບິ່ງ ເປັນໜໍ່ໄມ້ ແຂງໄດ້ອ່ອນໃນ ນັ້ນແລ້ວ @ວິມາດອກບົວແກ້ວ ຮູບປັ້ນປູ່ປາງຄໍາ ນັກກະວີຜູ້ນຶ່ງທີ່ລືຊື່ຂອງລາວ