ທ່ານນາຍົກ ເວົ້າວ່າ ມີພະນັກງານສາມຊັ້ນ ແມ່ນຄວາມເພິ່ນບໍ່ນໍ?

ທ່ານນາຍົກ ເວົ້າວ່າ
ມີພະນັກງານສາມຊັ້ນ ແມ່ນຄວາມເພິ່ນບໍ່ນໍ?
ຟັງນາຍົກເພິ່ນເວົ້າ ການຈັດແບ່ງພະນັກງານ
ອອກເປັນສາມປະການ ຕ່າງກັນຄົນລາວຂ້ອຍ
ຟັງຄົນສອຍຫົວເຢີ້ຍ ເລີຍອາຍຕາງຄວາມກ່າວ
ລາວເປັນລາວຮ່ວມເຊື້ອ ສັງມາປີ້ນປ່ຽນໄປ ເດ້ນໍ
ເພິ່ນວ່າ ມີຄົນຢາກກໍ່ສ້າງ ເອົາໃຈໃສ່ການງານ
ພະນັກງານເຈັດສິບເປີເຊັນ ເຄື່ອນໄຫວເປັນພໍແລ້ວ
ເຫລືອນັ້ນແນວຕໍ່ຕ້ານ ຮັກສາເດີມຄອງເກົ່າ
ຫລາຍຄົນໄດ້ແຕ່ເວົ້າ ຫາຄົນຮ້ອງບໍ່ມີ ເຈົ້າເອີ້ຍ
ຫາກວ່າເປັນດັ່ງເວົ້າ ໃນຄວາມກ່າວເປັນຈິງ
ຫລິງແລເມືອງລາວເຮົາ ຜ່ານມາເຖິງດຽວນີ້
ຈະດີຫຍັງຫລາຍຂຶ້ນ ຫາກຫລາຍຄົນຄືເກົ່າ
1ເປີເຊັນເທົ່ານັ້ນ ປອດໃສແທ້ເພື່ອປະຊາ ແມ່ນບໍ່?
ຄິດເຫັນ ສຽວສະຫວາດກ່າວໄວ້ ນົກອ່ຽງໂມ່ງແຊວສຽງ
ອອກສໍານຽງໃນໂພໄຊ ນັ່ນນອງກັນບົນຮ້ອງ
ພາກັນແຊວແຊວຮ້ອງ ໂຕດຽວດັງໝົດໝູ່
ໝາກໂພໄຊລຸຫລົ່ນແລ້ວ ສຽງແຊວຮ້ອງຄ່ອຍມິດໄປ
ແທ້ບໍ່?
ນາຍົກເພິ່ນກ່າວໃຫ້ ພະນັກງານຈົ່ງປັບໃຈ
ດັດແປງໄຂຕົນເອງ ຊູ່ກຸ່ມຄົນຫັນຫ້າວ
ພະນັກງານລາວຄືເສົາຄໍ້າ ຢືນຊໍາຕົມລໍາສິເນົ່າ
70%ບຸກເຄັ່ງເຂົ້າ ໃຫ້ທັນກ້າວແລ່ນລົດໄຟ ລາວເຮົາເອີ້ຍ
@ວິມາດອກບົວແກ້ວ