ບາງຄວາມເຫັນ ຕໍ່ການຈະໂຍະຍານເປີດປະເທດ ໃນຊ່ວງໂຄວິດ.

ບາງຄວາມເຫັນ ຕໍ່ການຈະໂຍະຍານເປີດປະເທດ ໃນຊ່ວງໂຄວິດ. ເລີ້ມແຕ່ວັນທີ 01.11.2021 ເປັນຕົ້ນມາ ໄທໄດ້ເລີ້ມເປີດປະເທດ ເພື່ອການທ່ອງທ່ຽວ ນໍາໃຊ້ມາດຕາການ ບົດຮຽນຈາກບັນດາປະເທດໃນຢູໂຣບ ທີ່ໄດ້ເລີ້ມເປີດກັນມາແລ້ວ. ຕາມໄດ້ອ່ານຂ່າວ ລາວເຮົາ ລັດທະບານ ເພິ່ນກໍໄດ້ຕຽມພ້ອມ ມີຫລາຍມາດຕາການ ທີ່ຈະສາມາດໂຍະຍານເປີດປະເທດ ເພື່ອເສດຖະກິດ ແລະ ການທ່ອງທ່ຽວ ນັບແຕ່ວັນທີ່ສອງທັນວາເປັນຕົ້ນໄປ ສົມທົບໃສ່ກັບການເປີດນໍາໃຊ້ບໍລິການລົດໄຟ ລາວ-ຈີນ. ບໍ່ຫມາຍຄວາມວ່າ ວິກິດການໂຄວິດ ແລະ ຄວາມເປັນອັນຕະລາຍໄດ້ຜ່ານພົ້ນໄປແລ້ວ. ການແຜ່ເຊື້ອຍັງຈະມີຂຶ້ນ ຂົ່ມຂູ່ຊີວິດຂອງຄົນເຮົາ ສືບຕໍ່ໄປ, ແຕ່ການເປີດກ້ວາງກໍເປັນຄວາມຈໍາເປັນໃຫ້ແກ່ສັງຄົມ. ດັ່ງນັ້ນ ໃນຜ່ານມາ ໄດ້ມີຫລາຍປະເທດໄດ້ຄົ້ນຄ້ວາວາງມາດຕາການ ຫາທາງເປີດປະເທດ ເປັນຕົ້ນແມ່ນ ປະເທດໄກ້ຄຽງຕິດກັບຊາຍແດນຂອງຊາດລາວເຮົາ ຄື ປະເທດໄທ ຢາກເຮັດໃຫ້ເສດຖະກິດ ກໍຄືການທ່ອງທ່ຽວມີການເໜັງຕີງຄືນຂຶ້ນ. ມາດຕາການ ແລະ ການປະຕິບັດການເປີດກ້ວາງ ທີ່ຕ່າງປະເທດປະຕິບັດ ອາດຈະເປັນບົດຮຽນໃຫ້ແກ່ລາວເຮົາ ນໍາມາຄົ້ນຄິດ ຫັນປ່ຽນໃຫ້ຖືກກັບສະພາບການ ສາມາດເປີດປະເທດໄດ້ເຊັ່ນກັນ. ມາດຕາການຕົ້ນຕໍໃນການເປີດກ້ວາງແມ່ນ: – ນັກທ່ອງທ່ຽວຈາກບັນດາປະເທດທີ່ສາກົນໄດ້ຈັດບໍ່ເປັນປະເທດທີ່ມີຄວາມສ່ຽງສູງ, – ຜູ້ໄດ້ສັກຢາຄົບສົມບູນ(ບໍ່ຈໍາເປັນຖືກກັກຕົວ), –…