ບາງຄວາມເຫັນ ຕໍ່ການຈະໂຍະຍານເປີດປະເທດ ໃນຊ່ວງໂຄວິດ.

ບາງຄວາມເຫັນ
ຕໍ່ການຈະໂຍະຍານເປີດປະເທດ ໃນຊ່ວງໂຄວິດ.
ເລີ້ມແຕ່ວັນທີ 01.11.2021 ເປັນຕົ້ນມາ ໄທໄດ້ເລີ້ມເປີດປະເທດ ເພື່ອການທ່ອງທ່ຽວ ນໍາໃຊ້ມາດຕາການ ບົດຮຽນຈາກບັນດາປະເທດໃນຢູໂຣບ ທີ່ໄດ້ເລີ້ມເປີດກັນມາແລ້ວ.
ຕາມໄດ້ອ່ານຂ່າວ ລາວເຮົາ ລັດທະບານ ເພິ່ນກໍໄດ້ຕຽມພ້ອມ ມີຫລາຍມາດຕາການ ທີ່ຈະສາມາດໂຍະຍານເປີດປະເທດ ເພື່ອເສດຖະກິດ ແລະ ການທ່ອງທ່ຽວ ນັບແຕ່ວັນທີ່ສອງທັນວາເປັນຕົ້ນໄປ ສົມທົບໃສ່ກັບການເປີດນໍາໃຊ້ບໍລິການລົດໄຟ ລາວ-ຈີນ.
ບໍ່ຫມາຍຄວາມວ່າ ວິກິດການໂຄວິດ ແລະ ຄວາມເປັນອັນຕະລາຍໄດ້ຜ່ານພົ້ນໄປແລ້ວ. ການແຜ່ເຊື້ອຍັງຈະມີຂຶ້ນ ຂົ່ມຂູ່ຊີວິດຂອງຄົນເຮົາ ສືບຕໍ່ໄປ, ແຕ່ການເປີດກ້ວາງກໍເປັນຄວາມຈໍາເປັນໃຫ້ແກ່ສັງຄົມ.
ດັ່ງນັ້ນ ໃນຜ່ານມາ ໄດ້ມີຫລາຍປະເທດໄດ້ຄົ້ນຄ້ວາວາງມາດຕາການ ຫາທາງເປີດປະເທດ ເປັນຕົ້ນແມ່ນ ປະເທດໄກ້ຄຽງຕິດກັບຊາຍແດນຂອງຊາດລາວເຮົາ ຄື ປະເທດໄທ ຢາກເຮັດໃຫ້ເສດຖະກິດ ກໍຄືການທ່ອງທ່ຽວມີການເໜັງຕີງຄືນຂຶ້ນ.
ມາດຕາການ ແລະ ການປະຕິບັດການເປີດກ້ວາງ ທີ່ຕ່າງປະເທດປະຕິບັດ ອາດຈະເປັນບົດຮຽນໃຫ້ແກ່ລາວເຮົາ ນໍາມາຄົ້ນຄິດ ຫັນປ່ຽນໃຫ້ຖືກກັບສະພາບການ ສາມາດເປີດປະເທດໄດ້ເຊັ່ນກັນ.
ມາດຕາການຕົ້ນຕໍໃນການເປີດກ້ວາງແມ່ນ:
– ນັກທ່ອງທ່ຽວຈາກບັນດາປະເທດທີ່ສາກົນໄດ້ຈັດບໍ່ເປັນປະເທດທີ່ມີຄວາມສ່ຽງສູງ,
– ຜູ້ໄດ້ສັກຢາຄົບສົມບູນ(ບໍ່ຈໍາເປັນຖືກກັກຕົວ),
– ຜູ້ບໍ່ໄດ້ສັກຢາຕ້ອງໄດ້ຖືກກວດເຊື້ອເປັນລົບບໍ່ກາຍ72ຊົ່ວໂມງກ່ອນການອອກເດີນທາງ ແລະ ເມື່ອເຖິງຈຸດຫມາຍຕ້ອງໄດ້ທົດສອບອີກ,
– ທຸກຄົນຕ້ອງມີປະກັນໄພສຸຂະພາບ (ເປັນເງື່ອນໄຂໃນເວລາປິ່ນປົວຖ້າຕິດເຊື້ອ),
– ທຸກຄົນຕ້ອງໄດ້ຈົດທະບຽນອອນລາຍ ກັບແອບເຂົ້າເມືອງກ່ອນເດີນທາງເຂົ້າປະເທດທ່ອງທ່ຽວ(ເພື່ອການຕິດຕາມການບັນຖຶກຂໍ້ມູນ) ແລະ
– ໃນທຸກບ່ອນທຸກຄົນຕ້ອງປະຕິບັດມາດຕາການປ້ອງກັນການແຜ່ເຊື້ອຢ່າງເຄັ່ງຄັດ ຕົ້ນຕໍ່ແມ່ນການໃສ່ຫນ້າກາກອັດປາກດັງ ແລະ ອື່ນໆ.
– ຈະເຂົ້າຮ່ວມພິທີການທີ່ມີຄົນແອອັດ ຜູ້ບໍ່ໄດ້ສັກຢາ ຕ້ອງໄດ້ຖືກກວດສອບການຕິດເຊື້ອເປັນລົບ.
ແນ່ນອນ ການຕິດເຊື້ອແລະການເຈັບປ່ວຍ ຍັງຈະສ້າງຄວາມຢ້ານກົວໃຫ້ແກ່ປວງຊົນລາວຕໍ່ໄປ ໂດຍອີງໃສ່ສະພາບຕົວຈິງໃນຜ່ານມາ.
ມີແຕ່ການສັກຢາໃຫ້ໄດ້ທົ່ວເຖິງເທົ່ານັ້ນ ຄືກາຍ 70% ຂອງພົນລະເມືອງ ຈຶ່ງຈະເຮັດໃຫ້ເອົາຊະນະວິກິດການໂຄວິດໄດ້, ແຕ່ການກັກຫ້າມບໍ່ຫາທາງອອກ ກໍເປັນບັນຫາຫນັກໃຫ້ແກ່ເສດຖະກິດຂອງຊາດ ແລະ ຂອງປະຊາຊົນລາວພວກເຮົາ.
ດັ່ງນັ້ນ ການກະກຽມ ການຈະເປີດກ້ວາງປະເທດ ແມ່ນເປັນບັນຫານຶ່ງທີ່ສໍາຄັນ ທີ່ລາວເຮົາຄວນຈະຕ້ອງເຮັດໃຫ້ໄດ້ ຫລື ໄດ້ໃນຂອບເຂດກ້ວາງທີ່ຮັບປະກັນ ນັບແຕ່ວັນທີ ສອງທັນວາເປັນຕົ້ນໄປ, ສາມາດຮັບມືກັບການທ່ອງທ່ຽວ ແລະ ຮັບປະກັນການແພດຕ້ານຄວາມເປັນອັນຕະລາຍຂອງການຕິດເຊື້ອ ໃຫ້ໄດ້ດີທີ່ສຸດ ເພື່ອເສດຖະກິດຂອງຊາດ ແລະ ຄວາມຜາສຸກຂອງປວງຊົນລາວທັງຊາດ.
@ວິມາດອກບົວແກ້ວ
ທ່ານ ນາຍົກ ໄດ້ອະທິບາຍ ການກະກຽມມາດຕາການເພື່ອການເປີດປະເທດ ໃນກອງປະຊຸມສະພາແຫ່ງຊາດ.