ຊ້າງເຜືອກ ຫີນຟູ ງູໄຫຍ່ ໄຂປິດສະຫນາ ພະຍາ ສີໂຄດຕະບອງ.

ຊ້າງເຜືອກ ຫີນຟູ ງູໄຫຍ່
ໄຂປິດສະຫນາ ພະຍາ ສີໂຄດຕະບອງ.
🙏🙏🙏
ຟັງເອົາເດີ້ລາວຂ້ອຍ ມີຫຍັງຮໍາຮອນຊ່ອຍ ແດ່ທ້ອນ
ປິດສະໜາຈະຄ່ອຍແຈ້ງ ສົມໃຈແມ້ງດັ່ງໝາຍ ເຈົ້າເອີ້ຍ!
(ບົດກອນ ຈາກພື້ນຖານກອນອ່ານປູ່ປາງຄໍາ ກອນສິບ)
ບາດນີ້ ຮຽມຢາກຂໍກ່າວເວົ້າ ໄຂປ່ອງຄໍາທໍານາຍ
ອະທິບາຍປິດສະໜາ ເພິ່ນກ່າວມາດົນແລ້ວ
ແນວນາມ ສີໂຄດຕະບອງເຈົ້າ ເປັນພະຍາລືຊື່
ເລືອງລືຄວາມເກັ່ງກ້າ ວິຊາລົ້ນລື່ນຄົນ ເຈົ້າເອີ້ຍ
ເຈັບແສບສາບແຊ່ງໄວ້ ຕອນເມື່ອຖືກຫລາວແທງ
ເຂົາແປງກົນຫລອກລວງ ອ່ອຍດວງມະເຫສີເຈົ້າ
ຄວາມລັບເຂົາປອງໄດ້ ເຜີໃຈຕາຍຫລົງເຊື່ອ
ເຫລືອພຽງຄວາມສາບແຊ່ງໄວ້ ມາເຖິງເທົ້າທຸກວັນ ນີ້ແລ້ວ
ເຈົ້າສີໂຄດຕະບອງ ຮໍ່າຮ້ອງ ຂານກ່ອນດັບຊີວາ
ອໍາລາເມືອງວຽງຈັນ ໃສ່ໂທດກໍາປະໄວ້
ສາບແຊ່ງ ເມືອງລາວໃຫ້ ຈະເລີນໄປທຽບເທົ່າ
ຊ້າງພັບຫູ ງູແມບຫລີ້ນ ເພິ່ນເວົ້າ ສົມໃຈແຄ້ນແກ່ກໍາ ນັ້ນແລ້ວ
ເຈົ້າສີໂຄດກ່າວຢໍ້າ ລາວຈະຮຸ່ງເຮືອງໃສ ໄດ້ນັ້ນ
ຍືນຍົງຍາວນານໄປ ເມື່ອມີແນວມາແກ້
ແປເປັນປິດສະໜາປະໄວ້ ຊ້າງເຜືອກ ຫີນຟູ ງູໃຫຍ່
ມີທັງສາມຢ່າງໄດ້ ລາວຈະພົ້ນຜ່ານຈົນ ແທ້ແລ້ວ
ຄວາມຫວັງຍັງບໍ່ສິ້ນ ຄົນລາວກ່າວກັນມາ
ເຄີຍຈາເປັນຜະຫຍາ ອ່ອຍສາວຍາມອຸກເອົ້າ
ໃຜວ່າ ເມືອງລາວເສົ້າ ເຊົາຊາ ຢ່າໄດ້ວ່າ
ລາວສິໂປ້ບາດຫລ້າ ໝາກແຕງຊ້າງໜ່ວຍປາຍ ດອກນ່າ
ຕົກເຖິງຄາວເມື່ອນີ້ ຫລາຍອັນປ່ຽນແປງມາ
ຄົນຍັງຫາທາງຄິດ ໃສ່ປິດສະໜາຕັ້ງ
ມີຫຍັງເປັນຂອງແກ້ ສາມແນວຄືເພິ່ນກ່າວ
ຊ້າງເຜືອກ ຫີນຟູ ງູໃຫຍ່ນັ້ນ ລາວມີແລ້ວແມ່ນຄວາມ ບໍ່ນໍ?
ຮຽມນີ້ ຢາກກ່າວແກ້ ແປປ່ອງຄວາມໝາຍ
ມີຫລາຍແນວຄວາມຄິດ ຕ່າງສັນນິຖານເວົ້າ
ຟັງເອົາເດີ້ ລາວຂ້ອຍ ມີຫຍັງຮໍາຮອນຊ່ອຍ
ປິດສະໜາຈະຄ່ອຍແຈ້ງ ສົມໃຈແມ້ງດັ່ງໝາຍ ເຈົ້າເອີ້ຍ
ຊ້າງເຜືອກເຮົາມີແລ້ວ ຄົນລາວກ່າວກັນມາ
ຫີນຟູຄືຂົວຍາວ ຜ່ານກາຍລໍາທານກ້ວາງ
ລົດໄຟພວງ ລາວ-ຈີນນັ້ນ ຄືງູເຫລືອມໂຕໃຫຍ່
ໄດ້ແລ້ວເດ້ ເພິ່ນເວົ້າ ລາວສິກ້າວຮຸ່ງຈະເລີນ ລາວເອີ້ຍ
ຮຽມນີ້ ຢາກກ່າວແກ້ ແປໄປປ່ອງເສດຖະກິດ
ຕາມທິດພັດທະນາ ວ່າອັນໃດເປັນພື້ນ
ຕີຄືນຄວາມໝາຍຄ້າງ ມີທາງແປໄປຕື່ມ
ບໍ່ໃຫ້ລືມແກ່ນເຫງົ້າ ອັນເປັນເຄົ້າທ່າແຮງ ລາວນັ້ນ
ນໍ້າໄຫລໄຟສະຫວ່າງແຈ້ງ ຫົນທາງໃຫຍ່ຍາວດີ
ແຖມມີທາງລົດໄຟ ເຊື່ອມກັນໄປຫລາຍແຄ້ວນ
ຄົນແດນໄກມາບ້ານ ຄົນລາວໄປນອກຖິ່ນ
ດິນລາວລອກເປັນບ່ອນລິ້ງ ໄກໄປແລ້ວຕ່າງຫລັງ ແລ້ວເດ້
ອັນວ່າ ເສດຖະກິດຈະພຸ້ງພົ້ນ ງູເຫລືອມໃຫຍ່ນໍາຄົນ
ຊາວຊົນຜິວເຫລືອງແດງຂາວ ແຍ່ງມາລາວທຽວບ້ານ
ກາຍສະພານເໜືອໄຕ້ ທາງໄປງູເຫລືອມໃຫຍ່
ກາຍໄທ ກາຍຈີນ ອອກຕ່າງແຄ້ວນ ນໍາຄົນເຂົ້າສູ່ລາວ ເຮົາເອີ້ຍ
ເວົ້າເຖິງການກໍ່ສ້າງ ຫັນປ່ຽນການຜະຫລິດ
ເພື່ອນມິດມາລົງທຶນ ຕ່າງອາໃສພະລັງໄຟຄໍ້າ
ລາວເຮົາມີສາຍນໍ້າ ຫີນຟູ ຍາວຫລາຍແຫ່ງ
ພະລັງແຮງເຂື່ອນນໍ້າ ໄຟຟ້າບໍ່ຂາດແສງ ນັ້ນແລ້ວ
ບອກຄວາມໝາຍເທົ່ານີ້ ຮຽມຢາກກ່າວແປຄວາມ
ສັງລວມແນວຄວາມຄຶດ ໃສ່ສາມປະເດັນແກ້
ແປຄວາມໝາຍໄຂຂໍ້ ປິດສະໜາເຄີຍວ່າ
ພະຍາສີໂຄດສາບແຊ່ງໄວ້ ສະເຫລີຍໃຫ້ຄ່ອງຄວາມ ກ່ອນແລ້ວ
ຊ້າງເຜືອກ ຂອງມິ່ງບ້ານ ກວມເຜືອກຕ່າງແດນໄກ
ຄື ນັກທ່ອງທ່ຽວໄຫລມາລາວ ຊ່ວຍລາວມີລາຍໄດ້
ຫີນຟູໃນລໍານໍ້າ ພະລັງງານ ຄືເຂື່ອນ ເຈົ້າເອີ້ຍ
ງູເຫລືອມໃຫຍ່ ຄືລົດໄຟ ແລ່ນຫຍ້າຍ ລາວ-ຈີນ ສ້າງຮ່ວມກັນ ນັ້ນແລ້ວ
ບັດນີ້ ລາວມີສາມສິ່ງແລ້ວ ບົນບານຜ່ານປິດສະໜາ
ຍັງບັນຫາການກະທໍາ ທີ່ລາວຄວນເປັນເຈົ້າ
ນໍາສາມກຸນແຈເຂົ້າ ໄຂເມືອງລາວເຮືອງຮຸ່ງ
ດິນຜົງດໍາພຸ່ງຂຶ້ນ ໝາກແຕງໂປ້ໜ່ວຍປາຍ ບາດນີ້ແລ້ວ
ຂໍໃຫ້ ຈິດວິນຍານທ່ານເຈົ້າ ສີໂຄດຈົ່ງອະໂຫສີ ແດ່ທ້ອນ
ມີຄວາມເຄືອງແນວໃດ ຈົ່ງປ່ອຍໄລຄາວນີ້
ຊ່ວຍລາວດີລາວສ້າງ ຍືນຍາວນານເຮືອງຮຸ່ງ
ຍາວກ່ວາຊ້າງພັບຫູ ຍາວກ່ວາງູແມບລີ້ນ ທຽມຟ້າຄູ່ດິນ ແດ່ເທີ້ນ
@ວິມາດອກບົວແກ້ວ