ຊ້າງເຜືອກ ຫີນຟູ ງູໄຫຍ່ ໄຂປິດສະຫນາ ພະຍາ ສີໂຄດຕະບອງ.

ຊ້າງເຜືອກ ຫີນຟູ ງູໄຫຍ່ ໄຂປິດສະຫນາ ພະຍາ ສີໂຄດຕະບອງ. ຟັງເອົາເດີ້ລາວຂ້ອຍ ມີຫຍັງຮໍາຮອນຊ່ອຍ ແດ່ທ້ອນ ປິດສະໜາຈະຄ່ອຍແຈ້ງ ສົມໃຈແມ້ງດັ່ງໝາຍ ເຈົ້າເອີ້ຍ! (ບົດກອນ ຈາກພື້ນຖານກອນອ່ານປູ່ປາງຄໍາ ກອນສິບ) ບາດນີ້ ຮຽມຢາກຂໍກ່າວເວົ້າ ໄຂປ່ອງຄໍາທໍານາຍ ອະທິບາຍປິດສະໜາ ເພິ່ນກ່າວມາດົນແລ້ວ ແນວນາມ ສີໂຄດຕະບອງເຈົ້າ ເປັນພະຍາລືຊື່ ເລືອງລືຄວາມເກັ່ງກ້າ ວິຊາລົ້ນລື່ນຄົນ ເຈົ້າເອີ້ຍ ເຈັບແສບສາບແຊ່ງໄວ້ ຕອນເມື່ອຖືກຫລາວແທງ ເຂົາແປງກົນຫລອກລວງ ອ່ອຍດວງມະເຫສີເຈົ້າ ຄວາມລັບເຂົາປອງໄດ້ ເຜີໃຈຕາຍຫລົງເຊື່ອ ເຫລືອພຽງຄວາມສາບແຊ່ງໄວ້ ມາເຖິງເທົ້າທຸກວັນ ນີ້ແລ້ວ ເຈົ້າສີໂຄດຕະບອງ ຮໍ່າຮ້ອງ ຂານກ່ອນດັບຊີວາ ອໍາລາເມືອງວຽງຈັນ ໃສ່ໂທດກໍາປະໄວ້ ສາບແຊ່ງ ເມືອງລາວໃຫ້ ຈະເລີນໄປທຽບເທົ່າ ຊ້າງພັບຫູ ງູແມບຫລີ້ນ ເພິ່ນເວົ້າ ສົມໃຈແຄ້ນແກ່ກໍາ ນັ້ນແລ້ວ ເຈົ້າສີໂຄດກ່າວຢໍ້າ ລາວຈະຮຸ່ງເຮືອງໃສ ໄດ້ນັ້ນ ຍືນຍົງຍາວນານໄປ ເມື່ອມີແນວມາແກ້ ແປເປັນປິດສະໜາປະໄວ້ ຊ້າງເຜືອກ…