Merry Christmas

Merry Christmas ທ້າຍປີ ຫຍັບເຄື່ອນເຂົ້າ ປີໃໝ່ໝູນມາ ວັນເວລາ ລ່ວງເລີຍເມືອໜ້າ ຍ້ອນວ່າ ສັດທາກຸ້ມ ພາໃຈຊຸ່ມຊື່ນ ຫາທາງ ບືນຕໍ່ໜ້າ ພຽນຕັ້ງຕໍ່ໄປ ເຈົ້າເອີ້ຍ ຄວາມຮັກແພງ ເປັນແກ່ນເຫງົ້າ ຕິດຕໍ່ເຖິງກັນ ແທ້ແລ້ວ ສາຍສໍາພັນ ບໍ່ມີຫຍັງມ້າງ ໝູ່ເພື່ອນ ທາງໄກໄກ້ ທວນເຖິງຖາມຂ່າວ ພວກເຮົາ ລາວພີ່ນ້ອງ ຈົ່ງ ສຸກຫລົ້ນແກ່ໃຈ ດ້ວຍເຖີ້ນ ບຸນກະຣີສມາສ ອົບອຸ່ນໃຫ້ ໃຈຫ່ວນຄະນິງຫາ ແທ້ເດ້ ເປັນເວລາ ສົ່ງພອນວອນໄຫວ້ ສິ່ງໃດ ແນວໃດລໍ້າ ເຊີນມາຊູຊ່ວຍ ພາຈິດ ສຸກຊື່ນດ້ວຍ ຫາຍເສົ້າຊ່ວງໃຈ ເຈົ້າເອີ້ຍ ປີໃໝ່ 2022 ຫຍັບໝໍ່ໄກ້ ຮຽມ ຂໍສົ່ງພອນໄຊ ໄປທຸກຫົນ ແຫ່ງໂລກາກ້ວາງ ໄປເຖິງ ປວງຊົນເຊື້ອ ລາວເຮົາທຸກແຫ່ງ ຂໍໃຫ້ ແພງເຊື່ອມໝັ້ນ ພັນກ້ຽວຢ່າວາງ ກັນເທີ້ນ…

ວຽຽຈັນຂຸນໝິງ ເຖິງໄກກັນ ຄົນລະຝາກຟ້າ

ວຽຽຈັນຂຸນໝິງ ເຖິງໄກກັນ ຄົນລະຝາກຟ້າ ກ່ອນຈະໄປມາ ດ້ວຍທາງບົກ ເວລາເນີນນານ ແຕ່ມາບາດນີ້ ໃຊ້ຄວາມໄວ ລົດໄຟເດີນຜ່ານ ລາວຈີນປະສານ ສໍາເຫລັດການ ສໍາພັນກ້າວໄວ ລົດໄຟລາວຈີນ ຜ່ານດິນແດນ ເຂດແຄ້ວນຂອງລາວ ລາວທຸກຊົນເຜົ່າ ລວມຕ່າງດ້າວ ພ້ອມກັນຊົມໃຊ້ ຂົນສົ່ງໂດຍສານ ແຮງສະດວກ ສະບາຍເລື້ອຍໄປ ເຊື່ອມໄທ ມາເລ ອິນໂດ ແລະ ສິງກະໂປ ເຖິງພູຈະສູງ ຜາຈະຊັນ ລໍາທານຈະເຫລິກ ນໍ້າໃຈບຸກເບີກ ສອງຊາດລາວຈີນ ແຂງແກ່ນ ການກໍ່ສ້າງ ທຸກສິ່ງຢ່າງ ເປັນໄປຕາມແຜນ ຮັກແພງກັນຮັດແຫນ້ນ ສອງຊາດດິນແດນ ລາວຈີນ ວຽງຈັນ ຢູໂຣບ ເຢັຍລະມັນ ເຖິງຈະໄກກັນ ບໍ່ນານຄວາມຝັນ ໄປມາຫາກັນຄົງໄດ້ ລົດໄຟ ລາວຈີນ ສັນຍາລັກ ແຫ່ງຄວາມກ້າວໄປ ເສດຖະກິດ ຜ່ອງໃສ ຄົນລາວພູມໃຈ ພາຍໃຕ້ການນໍາ @ວິມາດອກບົວແກ້ວ

ແຂວງຫລວງນໍ້າທາ

ແຂວງຫລວງນໍ້າທາ ສາຍຍານາມ ຊື່ນໍ້າ ໃນເຂດຖິ່ນ ດິນເໜືອລາວ ຍືນຍົງມາຍາວນານ ຊື່ສຽງດັງໄກກ້ອງ ປະຊາຊົນເຄີຍປົກປ້ອງຕີສັດຕູແຕກຜ່າຍ ບ້ານເມືອງຂະຫຍາຍຕົວຕໍ່ຕັ້ງ ເປັນແຂວງກ້າວພັດທະນາ. ສອງເຂດເມືອງກ້າວໜ້າ ເຂດໃໝ່ເສດທະກິດ ເຂດເກົ່າເປັນເຮືອນຊານຖິ່ນສະຖານເນົາຢັ້ງ. ສັງຄົມອົບອຸ່ນບຸກບືນກ້າວ ການນໍາພາຫັນຫ້າວ ຊາວເມືອງຫລາຍຊົນເຜົ່າ ຮັກແພງກັນຮ່ວມເຂົ້າ ໃນການສ້າງກໍ່ແປງ. ທ່າແຮງມີຫລາຍດ້ານ ທໍາມະຊາດຊື່ນຂຽວງາມ ຕິດຕໍ່ຕາມສາຍພູ ທົ່ງນາອຸດົມກ້ວາງ ມີທາງຫລວງ ຈາກບໍ່ແຕນ ໄປເຖິງແຄ້ວນ ແດນແຫ່ງກໍາພູເຈັຍ ສາຍເອເຊັຍ ໄທ ຫວຽດນາມ ຕໍ່ ຈີນ ຫາກັນໄດ້ ໄປມາທໍາການຄ້າ ຜົນຜະຫລິດນໍາສົ່ງ ຊື້ຂາຍກັນຊ່ວຍຍູ້ ຂະຫຍາຍກ້ວາງຕໍ່ໄປ ມີລົດໄຟໄວລາວຈີນເຂົ້າ ໄປມາເມືອງຫລວງໃຫຍ່ ຮອດຂຸນໝິງເຊື່ອມເຂົ້າ ໄປມາໄດ້ວ່ອງໄວ ແຖມຍັງມີສະຫນາມບິນໃຫມ່ພ້ອມ ນໍາຄົນເຂົ້າ ທ່ຽວຊົມ. ທ່ອງທ່ຽວຂຽວຊື່ກ້ອງ ມີຫລາຍແຫລ່ງ ແດນສະຫງວນ. ຫລວງນໍ້າທາ ຂໍເຊີນຊວນພີ້ນ້ອງ ທັງເພື່ອນມິດແດນໄກ ມາເດີ້ ຊາວຫລວງນໍ້າທາ ພູມໃຈຕ້ອນຮບ ວ່າບໍ່ຜິດຫວັງແທ້.   Gefällt…

ຈາກບາງຄວາມເຫັນໃນມື້ນັ້ນ ກໍເດືອນນຶ່ງແລ້ວ

ຈາກບາງຄວາມເຫັນໃນມື້ນັ້ນ ກໍເດືອນນຶ່ງແລ້ວ https://www.facebook.com/bouakeovimalavong/posts/4489327987811782 ມາເຖິງມື້ນີ້ ລັດຖະບານຈຶ່ງກໍານົດການເປີດປະເທດຕ້ອນຮັບນັກທ່ອງທ່ຽວ ທີ່ຈະເລີ້ມໃນ ວັນທີ່ 01. ມັງກອນ 2022 ເປັນຕົ້ນໄປ. ເປັນການລິເລີ້ມທົດລອງ ທີ່ຈະເປັນການກະຕຸ້ນຢ່າງແຮງ ຕໍ່ການທ່ອງທ່ຽວລາວ ໃຫ້ມີການເຫນັງຕີງຂຶ້ນ ຊຸກຫຍູ້ ເສດຖະກິດ ໃຫ້ສາມາດຄ່ອຍຟື້ນຕົວຄືນໃຫມ່ ຈະເຮັດໃຫ້ປະຊາຊົນມີລາຍໄດ້ ແຕ່ ການເປີດປະເທດ ຕ້ອງໄດ້ມີການປະຕິບັດມາດຕາການປ້ອງກັນການຕິດເຊື້ອ ສືບຕໍ່ໄປ ດ້ວຍຄວາມຮັບຜິດຊອບສູງ ຂອງທຸກຝ່າຍ ທັງຜູ້ໃຫ້ການບໍລິການ ແລະ ຜູ້ທ່ອງທ່ຽວ ກໍຄື ທຸກຄົນໃນສັງຄົມ. ຂໍໃຫ້ ການເປີດປະເທດຈົ່ງຖືກດໍາເນີນຂຶ້ນ ດ້ວຍຜົນສໍາເຫລັດອັນດີ ຮັບປະກັນ ເປັນກ້າວໆໄປ.

ເໝືອນກັບວ່າບິນໄດ້

ເໝືອນກັບວ່າບິນໄດ້ ໄກເວີ່ນຟ້າ ຄືດັ່ງອິນຊີ ຕີປີກພຶງ ຜ່ານເວຫາກ້ວາງ ຕາມລວງເຝື້ອ ຂາວງາມລອຍລ່ອງ ແສງສ່ອງແຈ້ງ ລົງພື້ນແກ່ວໄກ ແທ້ແລ້ວ ນິທານ ເຄີຍກ່າວໄວ້ ໃນເມື່ອຄາວຫລັງ ສັງສິນໄຊສີໂຫ ລ່ວງບິນບົນຟ້າ ນໍາຫາເຈົ້າ ອາແພງຮັກໄຄ່ ຍ້ອນວ່າ ຍັກໃຫຍ່ເຖົ້າ ປອງໄດ້ຫລັກໜີ ເຈົ້າເອີ້ຍ ຄຶດວ່າ ຫາກໃຜ ບີນເວີ່ນໄດ້ ຄົງ ຊອກຢູ່ຕາມໃຈ ໃສມີກິນ ເວີ່ນໄປຈົນໄດ້ ໃຜຈະຫ້າມ ຂວາງທາງຕາມຊ່າງ ຈະຜ່າມ້າງ ບິນຂຶ້ນດ່ວນໜີ ແທ້ແລ້ວ ຢາກເດ້ ຢາກເກັ່ງກ້າ ຄືປູ່ປາງຄໍາ ບິນນໍາຫາ ບ່າວສິນໄຊກ້າ ເອົາອາພ້ອມ ກັບວຽງຄືນຕ່າວ ເສກເປົ່າໃຫ້ ໂຄວິດຮ້າຍຜ່າຍໜີ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ຕ້ອງໄດ້ແກ້ ປໍພາເສົ້າ ປາພາຕົກຕໍ່າ ຮຽນແຕ່ຮູ້ ທໍາໄດ້ບໍ່ເຖິງ ນັ້ນນ່າ

ຕ້ອງໄດ້ແກ້ ປໍພາເສົ້າ ປາພາຕົກຕໍ່າ ຮຽນແຕ່ຮູ້ ທໍາໄດ້ບໍ່ເຖິງ ນັ້ນນ່າ (ກອນແບບອ່ານປູ່ປາງຄໍາ ກອນເຈັດ) ຄົນເຮົາ ຕອນໜຸ່ມນ້ອຍ ຮຽນອ່ານປໍປາ ຄູພາສອນ ເຫລົ່າຄວາມຫານກ້າ ກ່າວເຖິງ ວິຊາລໍ້າ ດໍາດິນເຫາະເວີ່ນ ເດີນຫ່າງບ້ານ ເຫັນຟ້າຕ່າງແດນ ເຈົ້າເອີ້ຍ ຍາມເມື່ອ ເປັນບ່າວແລ້ວ ຮຽນຕໍ່ໄປສູງ ໄກລຸງອາ ໝູ່ມີຫລາຍຂຶ້ນ ບາງຄົນ ບືນບຸກໜ້າ ປະຕໍາລາເກົ່າ ບາງຄົນ ເອົາແຕ່ຍ້ອງ ຕົວະໄດ້ແບ່ງກິນ ຫລາຍຄົນ ຮຽນຜ່ານແລ້ວ ວຽກໃຫຍ່ມີເຮັດ ສໍາເລັດໄປ ຄ່ອງຄືນາຍເວົ້າ ເຮັດເອົາໜ້າ ຟັງຄວາມເຂົາກ່າວ ໜາວບໍ່ຮ້ອນ ກາຍມື້ຜ່ານວັນ ທໍ່ນັ້ນແລ້ວ ຫລາຍຄົນ ເກີນແກ່ແລ້ວ ຍັງກ່າວປໍປາ ຊອກຫາເຮັດ ອ່ອຍຈາຫວານເວົ້າ ປໍ ພາເສົ້າ ປາ ພາຕົກຕໍ່າ ຍ້ອນວ່າ ຄວາມເກົ່າຢໍ້າ ຄວາມກ້າບໍ່ຢໍາ ນັ້ນແລ້ວ @ວິມາດອກບົວແກ້ວ ຮູບ…

ນໍ້າໃຈ ວັນຊາດ ສອງທັນວາ ໝັ້ນຍືນ!

ນໍ້າໃຈ ວັນຊາດ ສອງທັນວາ ໝັ້ນຍືນ! ປີນີ້ ສອງທັນວາຊ່າກ້ອງ ເປີດສາກແຫ່ງປະຫວັດການ ດົນນານຄົນລໍມາ ຂີ່ລົດໄຟລາວ-ຈີນສ້າງ ການເດີນທາງເໜືອໄຕ້ ຄົງເປັນໄປສະດວກງ່າຍ ຄົນທັງຫລາຍລາວພີ່ນ້ອງ ສະອອນໂອ້ຊື່ນໃຈ ແທ້ແລ້ວ ດຽວນີ້ ເມືອງລາວສົມຊື່ເວົ້າ ດິນແດນໃຫຍ່ໄພສານ ຕໍານານເຄີຍຂານໄຂ ວ່າລາວຈະເລີນກ້າວ ມີຄາວສູນເສັຍບ້ານ ວຽງວັງເຜົາເປັນຖ່ານ ແຕ່ ຕໍານານຍັງກ່າວໄວ້ ລາວສິໂປ້ຮຸ່ງຈະເລີນ ເຈົ້າເອີ້ຍ ຄວາມຫວັງລາວພີ່ນ້ອງ ຢາກມີຢູ່ມີກິນ ແດນດິນລາວມີສຸກ ຢູ່ສະບາຍຫາຍຮ້ອນ ສິດສອນກັນເປັນເຈົ້າ ເອົາຄວາມດີເປັນໃຫຍ່ ທໍາດີມີສ່ວນໄດ້ ຄົນລາວຕຸ້ມຕ່ອມກັນ ເຈົ້າເອີ້ຍ 46ປີລ່ວງກ້າວ ເວລາຜ່ານກາຍມາ ສອງທັນວາເປັນວັນ ປ່າວເຕືອນສະຕິໃຫ້ ໄຊຊະນະຈະເກີດໄດ້ ພະລັງໃຈເປັນໃຫຍ່ ສຸມສະຕິຊ່ວຍໃຫ້ ເມືອງລາວກ້າວຮຸ່ງເຮືອງ ນັ້ນແລ້ວ ນໍ້າໃຈສອງທັນວາ ຈົ່ງແກ່ນໝັ້ນ ຜູກພັນເຜົ່າລາວເຮົາ ເນົາໃນແດນດິນໃດ ເຊື່ອມຈິດໃຈກັນເຂົ້າ ຮັກແພງກັນໂຮມເຕົ້າ ເປັນໃຈດຽວຮຽງຮ່ວມ ຄວາມຮັກແພງເທົ່ານັ້ນ ເປັນທຶນຄໍ້າຄ່າຄູນ ເຈົ້າເອີ້ຍ @ວິມາດອກບົວແກ້ວ