Merry Christmas

Merry Christmas 🙏
ທ້າຍປີ
ຫຍັບເຄື່ອນເຂົ້າ ປີໃໝ່ໝູນມາ
ວັນເວລາ ລ່ວງເລີຍເມືອໜ້າ
ຍ້ອນວ່າ ສັດທາກຸ້ມ ພາໃຈຊຸ່ມຊື່ນ
ຫາທາງ ບືນຕໍ່ໜ້າ ພຽນຕັ້ງຕໍ່ໄປ
ເຈົ້າເອີ້ຍ
ຄວາມຮັກແພງ
ເປັນແກ່ນເຫງົ້າ ຕິດຕໍ່ເຖິງກັນ ແທ້ແລ້ວ
ສາຍສໍາພັນ ບໍ່ມີຫຍັງມ້າງ
ໝູ່ເພື່ອນ ທາງໄກໄກ້ ທວນເຖິງຖາມຂ່າວ
ພວກເຮົາ ລາວພີ່ນ້ອງ ຈົ່ງ ສຸກຫລົ້ນແກ່ໃຈ
ດ້ວຍເຖີ້ນ
ບຸນກະຣີສມາສ
ອົບອຸ່ນໃຫ້ ໃຈຫ່ວນຄະນິງຫາ ແທ້ເດ້
ເປັນເວລາ ສົ່ງພອນວອນໄຫວ້
ສິ່ງໃດ ແນວໃດລໍ້າ ເຊີນມາຊູຊ່ວຍ
ພາຈິດ ສຸກຊື່ນດ້ວຍ ຫາຍເສົ້າຊ່ວງໃຈ
ເຈົ້າເອີ້ຍ
ປີໃໝ່ 2022
ຫຍັບໝໍ່ໄກ້ ຮຽມ ຂໍສົ່ງພອນໄຊ
ໄປທຸກຫົນ ແຫ່ງໂລກາກ້ວາງ
ໄປເຖິງ ປວງຊົນເຊື້ອ ລາວເຮົາທຸກແຫ່ງ
ຂໍໃຫ້ ແພງເຊື່ອມໝັ້ນ ພັນກ້ຽວຢ່າວາງ
ກັນເທີ້ນ
ປີໃຫມ່
ຂໍໃຫ້ ໂຊກຫລັ່ງເຂົ້າ ສົມດັ່ງໃຈໝາຍ ເຈົ້າເອີ້ຍ
ໂຣຄາຫາຍ ຫ່າງໜີໄກເວັ້ນ
ເຈັບເປັນໄຂ້ ຫາຍດີທຸກຢ່າງ
ສຸກຢູ່ສ້າງ ໃຈຊື້ນຊື່ນບານ ດ້ວຍເຖີ້ນ
@ວິມາດອກບວແກ້ວ