ບໍ່ຈໍາເປັນຕ້ອງຕໍ່ສູ້ສະເຫມີເພື່ອເອົາຊະນະ.

ບໍ່ຈໍາເປັນຕ້ອງຕໍ່ສູ້ສະເຫມີເພື່ອເອົາຊະນະ. ໃຊ້ຍຸດທະວິທີຄືຂົງເບັ້ງ. (ກອນເຈັດ ແບບກອນອ່ານປູ່ປາງຄໍາ) ຂົງເບັ້ງ ລືຊື່ກ້າ ນາຍໃຫຍ່ຈອມພົນຈີນ ຕີເສິກໃດ ໝູ່ມານຕາຍສ້ຽງ ວາງແຜນໄວ້ ຈັດພົນຕຽມໃສ່ ມີທ່າໄດ້ ຕີໃຫ້ແມ່ນຍາມ ນັ້ນແລ້ວ ຂົງເບັ້ງ ຍຸດເກັ່ງກ້າ ແປງເຂື່ອນສູງຊັນ ຕັນທາງເດີ່ນ ກໍ່ກັນກັກນໍ້າ ເສິກມາເຂົ້າ ໄຂຮູເປີດປ່ອງ ທາງລ່ອງນໍ້າ ໄຫລຖ້ວມໝູ່ມານ ແທ້ແລ້ວ ບູຮານ ເຄີຍວ່າໄວ້ ຫລາຍສິ່ງເຕືອນໃຈ ຢາກເປັນເມືອງ ຮ່ວມກັນເປັນບ້ານ ມັນຕ້ອງ ມີຫລາຍໄມ້ ໂຮມກັນຈຶ່ງຢູ່ ໃຜ່ບໍ່ພ້ອມ ແປງບ້ານບໍ່ເຮືອງ ແທ້ແລ້ວ ຫາກວ່າ ພົນບໍ່ພ້ອມ ນາຍບໍ່ເປັນຫລັກ ຕີເສິກໃດ ສ່ຽງໄພເສັຍບ້ານ ທະຫານນ້ອຍ ຕາຍແທນນາຍໃຫຍ່ ພົນໃຜ່ຢ້ານ ຈໍາສູ້ອ່ອນນໍາ ບໍ່ເປັນແລ້ວ ເມືອງບ້ານ ແຂງແກ່ນໄດ້ ແຮງໃຫຍ່ໜູນຫລັງ ມັນຕ້ອງ ມີພະລັງ ທົ່ວໄປເຕັມແຄ້ວນ ໃນແດນ ມີຄົນກ້າ ນໍາພາບຸກຜ່ານ ເປັນໃຈ…

ໂອ້ ແມ່​ຍິງ​ລາວ ວັດ​ທະ​ນະ​ທຳ​ລາວ

ໂອ້ ແມ່​ຍິງ​ລາວ ວັດ​ທະ​ນະ​ທຳ​ລາວ Laotische (Lao Loum) Frauen in traditioneller Kleidung. ງາມຍິງລາວແຕ່ງເອ້ ປະດັບເຄື່ອງໃໝລາວ ຮີດຄອງຍາວນານມາ ຕັ່ງແຕ່ເດີມດາເຄົ້າ ຜົມຄຽນຫົວນາງເກົ້າ ສາຍ​ສ້ອຍ​​ຄໍາ​ຄຽນໃສ່ ມາໄລຈໍາປາສັບຕື່ມເອ້ ສັງງາມ​ເກ້​ເກິ່ງ​ລາວ ແທ້ນ່າ ງາມນາງຍົກຍ່າງຍ້າຍ ເກີບສຸບໃສ່ສີທອງ ສອງມືຈັບຖືຂັນ ບ່າໄຫລ່ປົກແພຕຸ້ມ ຄຸມກາຍແຜໃໝສິ້ນ ຕີນເສີມລາຍຫລຽບຄ່ອງ ແສງສີໃສສ່ອງເຫລື້ອມ ມອງເຫັນແລ້ວຊື່ນໃຈ ລາວເອີ້ຍ ອັນ​ໃດ​ດີ​ຜ່ານ​ພົ້ນ ຂໍ​ສືບ​ຕໍ່​ກັນ​ໄປ ໃນ​ສັງ​ຄົມ​ລາວ​ເຮົາ ຊ່ວຍ​ປະ​ດັບ​ປະ​ດາ​ເອ້ ປະ​ເພ​ນີ​ລາວ​ກ້າວ ຈິດ​ໃຈ​ລາວ​ເຣືອງ​ຮຸ່ງ ຍິງ​ລາວ​ປຸງ​ຊ່ວຍ​ແຕ້ມ ສີ​ສັນ​ໃຫ້​ຄ່ອງ​ຄື ແດ່​ທ້ອນ ງາມນອກ​ໃນ​ຕໍ່​ຕັ້ງ ພະ​ລັງ​ຮ່ວມ​ແຮງ​ໃຈ ໄມ​ຕີ​ຈິດຮວມ​ມິດ ຊື່​ລາວ​ເຄີຍດັງ​ກ້ອງ ຄົນ​ທາງ​ໄກ​ເຄີຍ​ຍ້ອງ ອາ​ພອນ​ລາວ​ຮຽງ​ຮົ່ມ ແມ່ຍິງ​ລາວ​ສົມ​ແມ່ແກ້ວ ບຸນ​ຄຸນ​ລ້ຳ​ຄ່າ​ສູງ ແທ້​ແລວ @ວິມາດອກບົວແກ້ວ ຮູບ ສິນ​ລະ​ປະ​ຫັດ​ຖະ​ກຳ​ລາວ 1997 ຕະ​ຫລາດ​ເ

ທຸກສິ່ງເລີ້ມ ຫຍາກຍິ່ງສັບສົນ ແທ້ແລ້ວ

ທຸກສິ່ງເລີ້ມ ຫຍາກຍິ່ງສັບສົນ ແທ້ແລ້ວ ໃນປີໃຫມ່ ຕ້ອງສູ້ຊົນໃຫ້ໄດ້ ໄຊຊະນະໃຫມ່! Neues Jahr – Neue Hoffnung. ຕົກເຂົ້າ ປີໃໝ່ແລ້ວ ສຸກຊື່ນບານໃຈ ກັນເຖີ້ນ ເດີນໄປ ຕາມຄວາມຫວັງ ທີ່ມີມາໄວ້ ພ້ອມກັນ ບຸກໄປໜ້າ ຫາທາງສືບຕໍ່ ຂໍໃຫ້ ໃຈຢ່າຖໍ້ ມອງກ້ວາງເບິ່ງໄກ ເຈົ້າເອີ້ຍ ຕາມຈິງ ທຸກສິ່ງເລີ້ມ ຫຍາກຍິ່ງສັບສົນ ແທ້ແລ້ວ ຍ້ອນວ່າ ມີຫລາຍຄົນ ຕ່າງລາຍເງົາຊ້ອນ ຕອນລິເລີ້ມ ໃຈແຂງອົດໃສ່ ເອົາເດີ້ ຫາກຈະໄດ້ ສົມແມ້ງດັ່ງໝາຍ ເຈົ້າເອີ້ຍ ຜ່ານມາ ມີຜູ່ເລີ້ມ ສືບຕໍ່ການງານ ບາງຄົນພານ ຕໍ່ຕາມກັນຊົ້ນ ຫລາຍຄົນເວົ້າ ພາທາງບອກກ່າວ ຫາກຍັງ ດີກ່ວາເວົ້າ ລົມແລ້ງເປົ່າຝົນ ນັ້ນແລ້ວ ຍາມເຈົ້າ ເຫັນໝູ່ແຮ້ງ ໃຫ້ ອອກຫ່າງໜີໄກ ຊອກທາງໄປ ຕ່າງແລວຫາເສັ້ນ…

ຫມັດໄຟ ສາມາດກະຈາຍ ເປັນແສງຕາເວັນໄດ້ ຫາກໃຈເຖິງ! ມີຄົນພ້ອມ.

ຫມັດໄຟ ສາມາດກະຈາຍ ເປັນແສງຕາເວັນໄດ້ ຫາກໃຈເຖິງ! ມີຄົນພ້ອມ. ຍາມແລງ ຕາເວັນແດງສ່ອງຟ້າ ຝາກຝັ່ງບົວລະພາ ສາຍທາລາເປັນສີຄາມ ສ່ອງລົງເປັນເງົາແຈ້ງ ມີລົມແຮງເຢັນຊ້ອຍ ພັດວອຍໆເມືອງແມ່ ຄິດເຫັນແພລ່ອງນໍ້າ ເວີນວັງກ້ວາງງື່ມເຮົາ ແທ້ເດ້ ຕາແລນໍາງື່ມຂ້ອຍ ສະອອນຍິ່ງໃນໃຈ ຄິດເຖິງໃນຄວາມຫລັງ ຜ່ານກາຍມາດົນແລ້ວ ແຖວແຄມງື່ມຕອນນັ້ນ ເປີດແປນກັນເຖິງຝັ່ງ ຍັງມີບ່ອນແລ່ນຫລິ້ນ ໄປທຽວຂຶ້ນໄຫລ່ກັນ ເຈົ້າເອີ້ຍ ຕອນນັ້ນ ໂຮງຮຽນລັດຖືກກໍ່ຕັ້ງ ມີຫລາຍບ່ອນປຸກແປງ ໜຸ່ມນ້ອຍ ຊອກສະແຫວງຫາຮຽນ ສົ່ງເສີມກັນໄປຫນ້າ ມາບາດນີ້ ໂຮງຮຽນຈະເປັນຮ້າງ ມູນລະປະຖົມໂພນແຮ່ ຈະເຫລືອແຕ່ຊື່ໄວ້ ຫາຍສູນສິ້ນເສື່ອມໄປ ແທ້ບໍ່? ມີສຽງຊວນເຊື່ອເວົ້າ ໂຮງຮຽນອ່ອນຈໍານວນຄົນ ຈະສົນຫຍັງປຸກແປງ ຈ່າຍເງິນໄປໝູນໃຊ້ ເລີຍເປັນໄປຄືແກ້ງ ຖະແຫລງໄປທາງໃຫມ່ ໂຮງຮຽນເລີຍບໍ່ໄດ້ ເງິນຫາຍສິ້ນເສື່ອມສູນ ສິເປັນບໍ່? ຄວາມຫວັງຍັງບໍ່ສິ້ນ ແສງຄົງສ່ອງຄືນມາ ສາຍທາລາສີທອງ ງື່ມເຮົາຜູກພັນໄວ້ ກໍາລັງໃຈລູກຫລານບ້ານ ເຄີຍຮຽນສຶກສາຜ່ານ ຄົງປະສານສື່ກ້ອງ ຫລາຍຄົນຮູ້ປ່າວກັນ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ສົມຄວນບໍ່ທີ່ຊື່ສຽງຕັ້ງແຕ່ໃດໆມາ ແລະ ມູນເຊື້ອອັນດີງາມ ຂອງໂຮງຮຽນມູນລະປະຖົມບ້ານໂພນແຮ່ບ້ານເກິນ ຈະຫາຍສາບສູນໄປ?

ສົມຄວນບໍ່ທີ່ຊື່ສຽງຕັ້ງແຕ່ໃດໆມາ ແລະ ມູນເຊື້ອອັນດີງາມ ຂອງໂຮງຮຽນມູນລະປະຖົມບ້ານໂພນແຮ່ບ້ານເກິນ ຈະຫາຍສາບສູນໄປ? ຄິດເຖິງເດ້ ຄິດເຖິງແນວຜ່ານພົ້ນ ເຫດການປ່ຽນແປງມາ ເປັນເວລາຕິດພັນ ຫ່າງກັນໃຈຍັງຊຶ້ງ ຕົກຕະລຶງບາງຄັ້ງ ສັງມາເປັນລາຍຕ່າງ ທາງເດີນແປງກໍ່ໄວ້ ສັງຈະສິ້ນເສື່ອມໄປ ເດ້ນໍ່ ມີຄົນມັກເບິ່ງຂ້າມ ຫລືໃຈປ່ຽນກົງໄປ ຄວາມສົນໃຈຜິດທາງ ຕ່າງແຕກກັນຫລາຍກໍ້າ ຫລືແນມນໍາຜົນໄດ້ ເລີຍລືມໄລຄຸນຄ່າ ລູກປະຊາຄົນປ່ອມດ້ອຍ ເງື່ອນໄຂຫນ້ອຍຕໍ່ໄປ ສິເປັນບໍ່? ແນ່ນອນ ການພັດທະນາປ່ຽນປີ້ນ ເປັນກົດແຫ່ງສັງຄົມ ມີແນວກົມກຽວກັນ ສິ່ງດີຮັກສາໄວ້ ລາຄາມີບອກໃຫ້ ຄວນນໍາໄປປຸກກໍ່ ຫາທາງສືບຕໍ່ໄວ້ ລູກຫລານໄດ້ຮໍ່າຮຽນ ແທ້ແລ້ວ ຄິດເຫັນ ຄົນເພິ່ນພຸ້ນ ສັດທາໃຫຍ່ເຊີຍຊູ ດູແລອຸດໜູນມາ ຄ່າຄຸນມີສູງລໍ້າ ທັງນໍ້າໃຈແຮງກ້າ ອຸທິດມາຊູຊ່ວຍ ຫາກຈະຫາຍປ່ວຍຖິ້ມ ສິອາຍບ້ານເພິ່ນແລ ທ່ານເອີ້ຍ ຄິດເຫັນ ບຸນຄຸນທຸກທ່ານເຈົ້າ ສາຍເລືອດແຫ່ງທຸລະຄົມ ລະດົມກັນໂຮມໃຈ ກໍ່ແປງໂຮງຮຽນຂຶ້ນ ຍໍຍື່ນດິນປຸກສ້າງ ຮັກສາມາສືບຕໍ່ ບໍ່ຂໍລືມຜູ່ໃຫ້ ຮັກສາໄວ້ຊື່ສຽງ ເຈົ້າເອີ້ຍ ຫວັງວ່າ…

ໂຮງຮຽນມູນລະປະຖົມໂພນແຮ່ບ້ານເກິນ

ໂຮງຮຽນມູນລະປະຖົມໂພນແຮ່ບ້ານເກິນ ໄດ້ຮັບການຊ່ວຍເຫລືອນັບແຕ່ປີ 1997 ເປັນຕົ້າມາ ໃນເບື້ອງຕົນ ແມ່ນຈາກຄອບຄົວວິມາລາວົງ ຕໍ່ມາ ໂຮງຮຽນເມືອງແອກຟອດ ປະເທດເຢັຍລະມັນໄດ້ປະກອບສ່ວນຊ່ວຍເຫລືອທຶນຮອນຈໍານວນຫລວງຫລາຍ ໃນການສ້ອມແປງກໍ່ສ້າງ ໃນແຕ່ລະປີຈົນມາເຖິງປະຈຸບັນ ເປັນການພົວພັນແບບແຮກສ່ຽວຂອງສອງໂຮງຮຽນ. ຄູສອນຈາກເຢັຍລະມັນໄດ້ມາຢ້ຽມຢາມໂຮງຮຽນບ້ານໂພນແຮ່ ແລະ ຄູສອນຈາກໂຮງຮຽນໂພນແຮ່ ກໍຖືກເຊີນໄປທັດສະນະສຶກສາຢູ່ເຢັຍລະມັນ ທັງຫມົດໄດ້ກາຍເປັນຄວາມຮັກແພງສາມັກຄີກັນມາໄດ້ດີຕະຫລອດ. ໃນບໍ່ດົນມານີ້ ຂ້າພະເຈົ້າເອງ ໄດ້ຮັບຂ່າວຈາກຍາດມິດທາງບ້ານເກິນວ່າ ໂຮງຮຽນໄດ້ຖືກຜົນກະທົບຈາກໂຄງການ ທີ່ຈະກໍ່ສ້າງເດີນບິນບ້ານເກິນຄືນໃຫມ່ ແຕ່ບໍ່ຮູ້ລະອຽດກ່ຽວກັບໂຄງການດັ່ງກ່າວວ່າໃຜຮັບຜິດຊອບ. ພ້ອມດຽວກັນນັ້ນກໍໄດ້ຮັບຂ່າວຈາກຫົວຫນ້າແນວໂຮມບ້ານໂພນແຮ່ ບອກໃຫ້ຮູ້ວ່າ ໂຄງການໄດ້ຕີລາຄາ ຄ່າຊົດເຊີຍໂຮງຮຽນ ແລະ ທີ່ດິນແລ້ວ ແລະ ມອບເງິນໃຫ້ແກ່ເມືອງທຸລະຄົມ ແລະ ໄດ້ມີການແບ່ງປັນກັນໃຫ້ແກ່ພາກສ່ວນຕ່າງໆຂອງເມືອງແລ້ວ (ມີເອກກະສານ ຈາກຄະນະອໍານວຍການ ແລະ ແນວໂຮມບ້ານໂພນແຮ່ ຍື່ນເຂົ້າ ຂາເຂົ້າຂາອອກຂອງກະຊວງສຶກສາໃນວັນທີ 23.11.2021 ຜ່ານມາ). ຫມາຍຄວາມວ່າ ຈະບໍມີການປຸກສ້າງໂຮງຮຽນຫລັງໃຫມ່ຂຶ້ນແທນແຕ່ຢ່າງໃດ ຊຶ່ງຕ້ານຕໍ່ຈຸດປະສົງຂອງປະຊາຊົນ ກໍຄືພໍ່ແມ່ນັກຮຽນບ້ານໂພນແຮ່. ຂ້າພະເຈົ້າເອງເມື່ອໄດ້ຮັບຂ່າວກໍໄດ້ມີການປຶກສາຫາລືກັບຄະນະອໍານວຍການແລະ ຄູອາຈານສອນ ທີ່ເມືອງແອກຟອດ ແລະ ໄດ້ຕົກລົງເປັນເອກກະພາບກັນວ່າ ສະເຫນີໃຫ້ມີການປຸກສ້າງໂຮງຮຽນຫລັງໃຫມ່ຂຶ້ນແທນ ດ້ວຍເງິນທີ່ໂຄງການຊົດເຊີຍໃຫ້ ເພາະຍັງມີຈຸດປະສົງ ຢາກສືບຕໍ່ການຊ່ວຍເຫລືອຕ່າງໆສືບຕໍ່ໄປ. ພ້ອມດຽວກັນນັ້ນ…

ບາງຮູບພາບແຫ່ງຄວາມຊົງຈໍາ ພາໃຫ້ຄິດເຖິງອານາຄົດ

ບາງຮູບພາບແຫ່ງຄວາມຊົງຈໍາ ພາໃຫ້ຄິດເຖິງອານາຄົດ ຂອງໂຮງຮຽນສົມບູນສຶກສາໂພນແຮ່ບ້ານເກິນ ໃນເມື່ອກ່ອນຕັ້ງແຕ່ ປີ 1997 ເປັນຕົ້ນມາ ຈົນເຖິງປະຈຸບັນ ໂຮງຮຽນບ້ານໂພນແຮ່ ໄດ້ມີການປ່ຽນແປງຫລາຍຢ່າງ ດ້ວຍການຊ່ວຍເຫລືອ ຈາກຄອບຄົວວິມາລາວົງ(ໃນເບື້ອງຕົ້ນ) ແລະ ຕໍ່ມາ ໄດ້ມີການສົມທົບທຶນການຊ່ວຍເຫລືອຢ່າງຫລວງຫລາຍປະກອບສ່ວນໃນການສ້ອມແປງກໍ່ສ້າງຕ່າງໆ ຈາກໂຮງຣຽນຂອງເມືອງແອກຟອດ ທີ່ປະເທດເຢັຍລະມັນ. ຕົນເອງພ້ອມດ້ວຍຄອບຄົວ ແລະ ຄູສອນຈາກເຢັຍລະມັນ ໄດ້ທຽວມາຢ້ຽມຢາມໂຮງຮຽນບ້ານເກິນ ບ້ານເກີດເມືອງນອນ ຈຶ່ງເຫັນໄດ້ຄວາມຕ້ອງການຕົວຈິງຂອງໂຮງຮຽນ ແລະ ໄດ້ຫາທາງຊ່ວຍເຫລືອຕະຫລອດມາ. ຄູສອນຈາກໂຮງຮຽນໂພນແຮ່ ກໍໄດ້ຖືກເຊີນໄປທັດສະນະສຶກສາຢ້ຽມຢາມໂຮງຮຽນທີ່ເຢັຍລະມັນ. ການພົວພັນທັງຫມົດໃນຜ່ານມາ ໄດ້ກາຍເປັນການຜູກຮັດຄວາມຮັກແພງ „ແບບແຮກສ່ຽວ“ ຂອງສອງໂຮງຮຽນຕະຫລອດມາ ຈົນເຖິງປະຈຸບັນ. ຍ້ອນໄດ້ຮັບຂ່າວ ວ່າໂຮງຮຽນສົມບູນສຶກສາໂພນແຮ່ບ້ານເກິນ ມີຜົນສະທ້ອນຈາກການຈະກໍ່ສ້າງເດີນບິນບ້ານເກິນຄືນໃຫມ່ ຊຶ່ງຈະເຮັດໃຫ້ ໂຮງຮຽນ ຖືກມ້າງ ໃນຕໍ່ຫນ້ານີ້ ແລະ ເສັຍທີ່ດິນໄປ. ເມື່ອໄດ້ຮັບຂ່າວດັ່ງກ່າວ(ເຖິງວ່າຍັງບໍ່ເປັນທາງການໃຫ້ຮູ້ນໍາກໍຕາມ!) ຕົນເອງພ້ອມດ້ວຍຄອບຄົວຍາດຕິພີ້ນ້ອງ ແລະ ບັນດາຄູອາຈານສອນຂອງໂຮງຮຽນເມືອງແອກຟອດ ປະເທດເຢັຍລະມັນ ສຸດທີ່ມີຄວາມເປັນຫ່ວງຕໍ່ອານາຄົດຂອງລູກຫລານ ຂອງຄູສອນ ແລະ ຂອງໂຮງຮຽນດັ່ງກ່າວ. ຍ້ອນຜູ້ຊ່ວຍເຫລືອ ທາງເຢັຍລະມັນ ຍັງມີຈຸດປະສົງ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ການສອນ…