ບາງຮູບພາບແຫ່ງຄວາມຊົງຈໍາ ພາໃຫ້ຄິດເຖິງອານາຄົດ

ບາງຮູບພາບແຫ່ງຄວາມຊົງຈໍາ
ພາໃຫ້ຄິດເຖິງອານາຄົດ
ຂອງໂຮງຮຽນສົມບູນສຶກສາໂພນແຮ່ບ້ານເກິນ ♥️
ໃນເມື່ອກ່ອນຕັ້ງແຕ່ ປີ 1997 ເປັນຕົ້ນມາ ຈົນເຖິງປະຈຸບັນ ໂຮງຮຽນບ້ານໂພນແຮ່ ໄດ້ມີການປ່ຽນແປງຫລາຍຢ່າງ ດ້ວຍການຊ່ວຍເຫລືອ ຈາກຄອບຄົວວິມາລາວົງ(ໃນເບື້ອງຕົ້ນ) ແລະ ຕໍ່ມາ ໄດ້ມີການສົມທົບທຶນການຊ່ວຍເຫລືອຢ່າງຫລວງຫລາຍປະກອບສ່ວນໃນການສ້ອມແປງກໍ່ສ້າງຕ່າງໆ ຈາກໂຮງຣຽນຂອງເມືອງແອກຟອດ ທີ່ປະເທດເຢັຍລະມັນ.
ຕົນເອງພ້ອມດ້ວຍຄອບຄົວ ແລະ ຄູສອນຈາກເຢັຍລະມັນ ໄດ້ທຽວມາຢ້ຽມຢາມໂຮງຮຽນບ້ານເກິນ ບ້ານເກີດເມືອງນອນ ຈຶ່ງເຫັນໄດ້ຄວາມຕ້ອງການຕົວຈິງຂອງໂຮງຮຽນ ແລະ ໄດ້ຫາທາງຊ່ວຍເຫລືອຕະຫລອດມາ.
ຄູສອນຈາກໂຮງຮຽນໂພນແຮ່ ກໍໄດ້ຖືກເຊີນໄປທັດສະນະສຶກສາຢ້ຽມຢາມໂຮງຮຽນທີ່ເຢັຍລະມັນ.
ການພົວພັນທັງຫມົດໃນຜ່ານມາ ໄດ້ກາຍເປັນການຜູກຮັດຄວາມຮັກແພງ „ແບບແຮກສ່ຽວ“ ຂອງສອງໂຮງຮຽນຕະຫລອດມາ ຈົນເຖິງປະຈຸບັນ.
ຍ້ອນໄດ້ຮັບຂ່າວ ວ່າໂຮງຮຽນສົມບູນສຶກສາໂພນແຮ່ບ້ານເກິນ ມີຜົນສະທ້ອນຈາກການຈະກໍ່ສ້າງເດີນບິນບ້ານເກິນຄືນໃຫມ່ ຊຶ່ງຈະເຮັດໃຫ້ ໂຮງຮຽນ ຖືກມ້າງ ໃນຕໍ່ຫນ້ານີ້ ແລະ ເສັຍທີ່ດິນໄປ.
ເມື່ອໄດ້ຮັບຂ່າວດັ່ງກ່າວ(ເຖິງວ່າຍັງບໍ່ເປັນທາງການໃຫ້ຮູ້ນໍາກໍຕາມ!) ຕົນເອງພ້ອມດ້ວຍຄອບຄົວຍາດຕິພີ້ນ້ອງ ແລະ ບັນດາຄູອາຈານສອນຂອງໂຮງຮຽນເມືອງແອກຟອດ ປະເທດເຢັຍລະມັນ ສຸດທີ່ມີຄວາມເປັນຫ່ວງຕໍ່ອານາຄົດຂອງລູກຫລານ ຂອງຄູສອນ ແລະ ຂອງໂຮງຮຽນດັ່ງກ່າວ.
ຍ້ອນຜູ້ຊ່ວຍເຫລືອ ທາງເຢັຍລະມັນ ຍັງມີຈຸດປະສົງ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ການສອນ ການຮຽນ ຂອງລູກຫລານນັກຮຽນບ້ານເກິນໃຫ້ໄດ້ດີ ເປັນໄປຕາມທິດທາງຂອງພັກລັດ ໃນການສຸກຍູ້ການສຶກສາ,
ດັ່ງນັ້ນ ຜູ້ໃຫ້ການຊ່ວຍເຫລືອໃນຜ່ານມາ ໄດ້ມີຄວາມມຸ້ງຫວັງອັນດີຢ່າງເປັນເອກກະພາບກັນ ຈາກທຸກພາກສ່ວນຮັບຜິດຊອບວ່າ:
♥️“ໂຮງຮຽນຫລັງໃໝ່ ຈະຕ້ອງໄດ້ຖືກສ້າງຂຶ້ນແທນ ໃນສະຖານທີ່ອັນເຫມາະສົມ.“ ♥️ ກ່ອນທີ່ໂຮງຮຽນຈະຖືກມ້າງ
ຫລື
♥️„ສະເຫນີໃຫ້ມີການຍົກເຫລີກໂຮງຮຽນອອກຈາກການການກະທົບຕາມຄວາມເຫມາະສົມ.“♥️
ເພື່ອຈະເຮັດໃຫ້ການຮຽນການສອນ ສາມາດດໍາເນີນຕໍ່ໄປໄດ້ຢ່າງຮັບປະກັນ ແລະ ເຮັດໃຫ້ ນໍ້າໃຈຄວາມຮັກແພງຂອງສອງໂຮງຮຽນ ລາວຝເຢັຍລະມັນ ທີ່ເຄີຍມີມາ ມີຄວາມຫມັ້ນແກ່ນຜູກພັນກັນສືບຕໍ່ໄປ.
ຫວັງວ່າຈຸດປະສົງດັ່ງກ່າວເທິງນັ້ນຈະຖືກພິຈາລະນາຈາກພາກສ່ວນຮັບຜິດຊອບບ້ານເກິນເມືອງທຸລະຄົມ ປະຕິບັດໃຫ້ປາກົດເປັນຈິງໄດ້ຕາມຄວາມເຫມາະສົມ.
ດ້ວຍຄວາມເປັນຫ່ວງນໍາ
ດຣ. ບົວແກ້ວ ວິມາລາວົງ
ຮູບພາບແຮງຄວາມຊົງຈໍາທີ່ຈະບໍ່ມີວັນເວລາລົງລືມໄດ້!