ໂຮງຮຽນມູນລະປະຖົມໂພນແຮ່ບ້ານເກິນ

ໂຮງຮຽນມູນລະປະຖົມໂພນແຮ່ບ້ານເກິນ ໄດ້ຮັບການຊ່ວຍເຫລືອນັບແຕ່ປີ 1997 ເປັນຕົ້າມາ ໃນເບື້ອງຕົນ ແມ່ນຈາກຄອບຄົວວິມາລາວົງ ຕໍ່ມາ ໂຮງຮຽນເມືອງແອກຟອດ ປະເທດເຢັຍລະມັນໄດ້ປະກອບສ່ວນຊ່ວຍເຫລືອທຶນຮອນຈໍານວນຫລວງຫລາຍ ໃນການສ້ອມແປງກໍ່ສ້າງ ໃນແຕ່ລະປີຈົນມາເຖິງປະຈຸບັນ ເປັນການພົວພັນແບບແຮກສ່ຽວຂອງສອງໂຮງຮຽນ.
ຄູສອນຈາກເຢັຍລະມັນໄດ້ມາຢ້ຽມຢາມໂຮງຮຽນບ້ານໂພນແຮ່ ແລະ ຄູສອນຈາກໂຮງຮຽນໂພນແຮ່ ກໍຖືກເຊີນໄປທັດສະນະສຶກສາຢູ່ເຢັຍລະມັນ ທັງຫມົດໄດ້ກາຍເປັນຄວາມຮັກແພງສາມັກຄີກັນມາໄດ້ດີຕະຫລອດ.
ໃນບໍ່ດົນມານີ້ ຂ້າພະເຈົ້າເອງ ໄດ້ຮັບຂ່າວຈາກຍາດມິດທາງບ້ານເກິນວ່າ ໂຮງຮຽນໄດ້ຖືກຜົນກະທົບຈາກໂຄງການ ທີ່ຈະກໍ່ສ້າງເດີນບິນບ້ານເກິນຄືນໃຫມ່ ແຕ່ບໍ່ຮູ້ລະອຽດກ່ຽວກັບໂຄງການດັ່ງກ່າວວ່າໃຜຮັບຜິດຊອບ.
ພ້ອມດຽວກັນນັ້ນກໍໄດ້ຮັບຂ່າວຈາກຫົວຫນ້າແນວໂຮມບ້ານໂພນແຮ່ ບອກໃຫ້ຮູ້ວ່າ ໂຄງການໄດ້ຕີລາຄາ ຄ່າຊົດເຊີຍໂຮງຮຽນ ແລະ ທີ່ດິນແລ້ວ ແລະ ມອບເງິນໃຫ້ແກ່ເມືອງທຸລະຄົມ ແລະ ໄດ້ມີການແບ່ງປັນກັນໃຫ້ແກ່ພາກສ່ວນຕ່າງໆຂອງເມືອງແລ້ວ (ມີເອກກະສານ ຈາກຄະນະອໍານວຍການ ແລະ ແນວໂຮມບ້ານໂພນແຮ່ ຍື່ນເຂົ້າ ຂາເຂົ້າຂາອອກຂອງກະຊວງສຶກສາໃນວັນທີ 23.11.2021 ຜ່ານມາ).
ຫມາຍຄວາມວ່າ ຈະບໍມີການປຸກສ້າງໂຮງຮຽນຫລັງໃຫມ່ຂຶ້ນແທນແຕ່ຢ່າງໃດ ຊຶ່ງຕ້ານຕໍ່ຈຸດປະສົງຂອງປະຊາຊົນ ກໍຄືພໍ່ແມ່ນັກຮຽນບ້ານໂພນແຮ່.
ຂ້າພະເຈົ້າເອງເມື່ອໄດ້ຮັບຂ່າວກໍໄດ້ມີການປຶກສາຫາລືກັບຄະນະອໍານວຍການແລະ ຄູອາຈານສອນ ທີ່ເມືອງແອກຟອດ ແລະ ໄດ້ຕົກລົງເປັນເອກກະພາບກັນວ່າ ສະເຫນີໃຫ້ມີການປຸກສ້າງໂຮງຮຽນຫລັງໃຫມ່ຂຶ້ນແທນ ດ້ວຍເງິນທີ່ໂຄງການຊົດເຊີຍໃຫ້ ເພາະຍັງມີຈຸດປະສົງ ຢາກສືບຕໍ່ການຊ່ວຍເຫລືອຕ່າງໆສືບຕໍ່ໄປ.
ພ້ອມດຽວກັນນັ້ນ ທາງຄະນະໂຣງຮຽນໄດ້ຢໍ້າຕື່ມວ່າ ການຊ່ວຍເຫລືອໃນຜ່ານມານັ້ນແມ່ນເປັນການຊ່ວຍເຫລືອດ້ວຍຄວາມຈິງໃຈ ຢາກປະກອບສ່ວນໃຫ້ນັກຣຽນລາວທຸກຄົນໄດ້ເຂົ້າເຖິງການສຶກສາອັນດີຂອງລັດ ແລະ ບໍ່ຫວັງຈະຮຽກຮ້ອງຄືນກ່ຽວກັບເງິນການຊ່ວຍເຫລືອໃນຜ່ານມາແຕ່ຢ່າງໃດ ແຕ່ ການກໍ່ສ້າງໂຮງຣຽນຫລັງໃຫມ່ຂຶ້ນແທນ ນັ້ນແມ່ນຄວາມມຸ້ງຫວັງຂອງໂຮງຮຽນເມືອງແອກຟອດນັ້ນເອງ.
ດັ່ງນັ້ນ ຂ້າພະເຈົ້າ ຈຶ່ງຂໍສະເຫນີ ມາທາງກະຊວງສຶກສາ ແລະ ກິລາ ຊ່ວຍພິຈາລະນາແກ້ໄຂບັນຫາດັ່ງກ່າວໃຫ້ດ້ວຍຢ່າງເຫມາະສົມ.
ຂ້າພະເຈົ້າໄດ້ຍິນຂ່າວ
ວ່າເດີ່ນບິນດັ່ງກ່າວຈະຖືກສ້າງຂຶ້ນເປັນ „ສູນຝຶກສ້ອມການຍິນອາວະກາດ“ ຕົນເອງກໍມີຄວາມຮູ້ສຶກຕົກໃຈເປັນຮ່ວງຄວາມປອດໄພຂອງປະຊາຊົນຊາວບ້ານເກິນ ຍ້ອນວ່າເດີ່ນບິນດັ່ງກ່າວຕັ້ງຢູ່ໃນໃຈກາງຂອງເມືອງທຸລະຄົມ ກໍຄືບ້ານເກິນ ທີ່ມີເຮືອນຊານຂອງປະຊາຊົນຢ່າງຫນາແຫນ້ນ ແລະ ເຫັນໄດ້ໂລດວ່າ ສະຖານທີ່ດັ່ງກ່າວແມ່ນບໍ່ເຫມາະສົມ ຄວນຈະໄປບຸກເບີກເອົາສະຖານທີ່ໃຫມ່ ຫ່າງໄກອອກໄປຈາກຕົວເມືອງ.
ການສົດເຊີຍ
ໂຮງຮຽນບ້ານເກິນໂພນແຮ່ ກໍຕົກຢູ່ໃນການກະທົບດັ່ງກ່າວ ໂຮງຮຽນທີ່ເຄີຍມີມູນເຊື້ອອັນດີງາມມາ ແລະ ເກີດຂຶ້ນດ້ວຍການເສັຍສະລະ ຂອງພໍ່ແມ່ພີ່ນ້ອງສາຍເລືອດບ້ານເກິນ ໄດ້ສ້າງຂຶ້ນຕາມຄວາມສາມາດ ທີ່ມີໃນເມື່ອນັ້ນ ແລະ ຕູ້ຄໍາບໍ່ ໄດ້ເສັຍສະລະ ທີ່ດິນສ່ວນຕົວ ຂອງເພິ່ນ ໃຫ້ບ້ານປຸກສ້າງໂຮງຮຽນໃສ່ ຈົນມາເຖິງປະຈຸບັນ ມັນເປັນບຸນຄຸນໃຫ້ລູກຫລານບ້ານໂພນແຮ່ ທີ່ຈະບໍ່ມີໃຜຫລົງລືມໄປໄດ້ແນ່ນອນ.
ເງິນສົດເຊີຍດັ່ງກ່າວ ຕ້ອງໄດ້ນໍາໄປກໍ່ສ້າງໂຮງຮຽນຫລັງໃຫມ່ຂຶ້ນແທນ ເພື່ອສືບທອດມູນເຊື້ອ ແລະ ຊື່ສຽງຂອງໂຮງຮຽນບ້ານໂພນແຮ່ ບໍ່ໃຫ້ຫາຍສາບສູນໄປ.
ຕໍ່ແນວຄິດທີ່ວ່າ ບໍ່ຈໍາເປັນຕ້ອງສ້າງຂຶ້ນແທນ ຍ້ອນໂຮງຮຽນມີຄົນຫນ້ອຍ ແລະ ໂຮງຮຽນເອກກະຊົນເກີດມີຂຶ້ນຫລາຍແລ້ວ ຄວນເອົາເງິນຊົດເຊີຍນັ້ນໄປໃຊ້ຈ່າຍແນວອື່ນ. ອັນນີ້ຖືວ່າ ເປັນແນວຄິດທີ່ຜິດຕໍ່ແນວທາງສົ່ງເສີມຊຸກຍູ້ການສຶກສາຂອງພັກແລະລັດ ທີ່ຢາກເຮັດໃຫ້ໂຮງຮຽນຂອງລັດມີຄວາມກ້າວຫນ້າ ອໍານວຍຄວາມສະດວກໃຫ້ແກ່ຄອບຄົວທີ່ມີເງື່ອນໄຂຫນ້ອຍ ໄດ້ມີໂອກາດສົ່ງລູກເຂົ້າຮຽນ ແລະ ມັນກໍເປັນພາລະຂອງ ການນໍາທີ່ຮັບຜິດສອບການສຶກສາທຸກຂັ້ນ ຕ້ອງເປັນເຈົ້າການ ຊຸກຍູ້ຄູສອນ ໃຫ້ສາມາດສອນດີສອນເກັ່ງ ເຮັດໃຫ້ໂຮງຮຽນຂອງລັດມີຄວາມກ້າວໄກເປັນແບບຢ່າງໃຫ້ແກ່ໂຮງຮຽນເອກກະຊົນຕ່າງໆ ນັ້ນເອງ.
ດ້ວຍເຫດນີ້ ຂ້າພະເຈົ້າເອງ ແລະ ປັນຍາຊົນຜູ້ກ້າວຫນ້າ ຈະພະຍາຍາມອະທິບາຍໃຫ້ການນໍາຂັ້ນເທິງໄດ້ເຂົ້າໃຈບັນຫານີ້ ແລ້ວ ພິຈາລະນາແກ້ໃຂໃຫ້ໄດ້ສົມເຫດສົມຜົນໃນຕໍ່ຫນ້ານີ້.
ຂໍມ້ວນທ້າຍຕື່ມອີກວ່າ ຖ້າຢູ່ບ້ານເກິນ ບັນດາໂຮງຮຽນລັດ ບໍ່ສາມາດຂະຫຍາຍຕົວໄປໄດ້ ມີແຕ່ຖືກປິດໄປ ຖືວ່າເປັນຈຸດອ່ອນຂອງສຶກສາເມືອງ ທີ່ຄວນເປັນເຈົ້າການຊຸກຍູ້ການສຶກສາຂອງລັດໃຫ້ກ້າວຫນ້າເຂັ້ມແຂງ ຖ້າບໍ່ດັ່ງນັ້ນກໍບໍ່ຈໍາເປັນມີຫ້ອງການສຶກສາ ສິ້ນເປືອງງົບຂອງລັດໄປຊື່ໆ ແຕ່ຊໍ້າພາກັນເອົາເງິນຊົດເຊີຍໄປຊື້ແອໃສ່ຫ້ອງການສຶກສາ ບໍ່ສົມສັກສີ ເປັນການຊໍ້ກົງປະຊາຊົນຜູ້ທຸກຫຍາກໄປໃນຕົວ.
ການຊ່ວຍເຫລືອບໍ່ໄດ້ຫວັງຈະຮຽກຮ້ອງເອົາຄ່າຊົດເຊີຍອັນໃດຄືນ ຈຸດປະສົງແມ່ນຢາກໃຫ້ ລູກຫລານບ້ານໂພນແຮ່ທຸກຄົນໄດ້ມີຄວາມສາມາດເຂົ້າເຖິງການສຶກສາ ແຕ່ຍ້ອນວ່າເງິນຊ່ວຍເຫລືອມາ ແລະ ຄ່າຊົດເຊີຍໄດ້ຖືກແບ່ງປັນກັນໄປນໍາໃຊ້ແນວອື່ນ ທີ່ຕ້ານຕໍ່ຄວາມຕ້ອງການຂອງ ຜູ້ໃຫ້ການຊ່ວຍເຫລືອ ແລະ ປະຊາຊົນບ້ານໂພນແຮ່ ດັ່ງນັ້ນ ພວກເຮົາຈໍາເປັນຕ້ອງໄດ້ທໍາການຂັດຄ້ານສະກັດກັ້ນການນໍາໃຊ້ເງິນ ແລະ ຈະຕໍ່ສູ້ໃຫ້ໂຮງຮຽນຫລັງໃຫມ່ໄດ້ສ້າງຂຶ້ນແທນ.
ບົດຄວາມເຫັນ
ກ່ຽວກັບຜົນກະທົບ ຈາກໂຄງການຈະກໍ່ສ້າງເດີ່ນບິນບ້ານເກິນຄືນໃຫມ່.
ເຄີຍເວົ້າໃຫ້ຫມູ່ຄູ່ຟັງວ່າບ້ານເກິນມີເດີ່ນບິນ ຫລາຍຄົນກໍເວົ້າວ່າ ໂອ້ບ້ານເກິນຈະເລີນແທ້ວະ ມີຮອດເດີ່ນບິນ.
ຕົນເອງກໍພໍຈື່ໄດ້ຢູ່ວ່າ ເດີ່ນບິນນັ້ນແມ່ນຖືກສ້າງຂຶ້ນ ໃນຕອນທີ່ຕົນເອງຍັງເຂົ້າໂຮງຮຽນປະຖົມຢູ່ ຄືໃນຊຸມປີຫົກສິບຫາເຈັດສິບ ແຕ່ລະອຽດແທ້ບໍ່ມີຂໍ້ມູນ.
ໃນຕອນນັ້ນໄດ້ເຫັນຍົນເອເລກົບແຕ້ ຂອງທະຫານຊັ້ນຜູ້ໃຫຍ່ເພິ່ນ ຄື ທ່ານ ທອງລິດ ໂຈກເບັງບຸນ ທ່ານກຸ ປະສິດອາໄພ ມາລົງ ບໍ່ມີຍົນຊະນິດອື່ນມາລົງ ເພາະເດີ່ນບິນນັ້ນປູດິນແດງ ແລະ ຫີນເທົ່ານັ້ນ.
ຕໍ່ມາເລີ້ມໃນປີ 1973 ມັກມີຍົນມາລົງ ກໍແມ່ນຍົນທະຫານຝ່າຍວຽງຈັນ ເອເລ້ກົບແຕ້ ຂຶ້ນລົງ ເພິ່ນວ່າ ຂົນທະຫານໄປຕີເສິກຢູ່ເມືອງກາສີ ແລະ ສໍ່າທອງລ່ອງແຈ້ງ ທີ່ຟົດເດືອດທີ່ສຸດໃນຕອນນັ້ນ ວ່າຕ້ານການຮຸກຮານຂອງພວກຄອມມຸຍນິດ ຊຶ່ງມີ ກະໂລເນັ້ນ ທອງເພັດ ວ່າຕີເສິກເກັ່ງ ເຄັດຈໍາ ແຕ່ກໍເສັຍຊີວິດ ໃນບັ້ນລົບດັ່ງກ່າວ.
ພາຍຫລັງ ປະເທດຊາດຖືກປົດປ່ອຍແລ້ວ ເດີ່ນບິນກໍກາຍເປັນເດີ່ນບິນຫ້າງ ກາຍເປັນທາງທຽວຂອງຊາວບ້ານໄປໄຮ່ໄປນາ ຂີ່ລົດ ຂີ່ກຽນ ຫລື ເປັນເດີ່ນເຕະບານ ເຕະຕໍ້ ແລະ ຕໍ່ມາ ປະຊາຊົນກໍໄດ້ປຸກເຮືອນ ຫລື ເຮັດຮົ້ວສວນລຽບຕາມແຄມເດີ່ນບິນນັ້ນມາ ແລະ ມີຄ້າຍທະຫານຂອງກອງທັບປະຊາຊົນລາວ ຕັ້ງຢູ່ເຂດຫນອງຕໍ ທີ່ໄດ້ເອີ້ນກັນມາ.
ນອກຈາກນັ້ນ ບໍລິເວນເດີ່ນຍົນ ໄກ້ກັບເສັ້ນທາງຫລວງໄປວຽງຈັນ ໄດ້ກາຍເປັນສະຖານທີ່ຈັດງານບຸນຫາລາຍໄດ້ ມີຄອນເຊີດ ແລະ ການສະແດງຕ່າງໆ. ເວລາ ມາຢາມບ້ານປີໃດ ແມ່ນ ນອນບໍ່ລັບ ເພາະ ເຮືອນຂອງພໍ່ແມ່ ທີ່ຄອບຄົວ ມາອາໃສ່ພັກເຊົາ ແມ່ນຕັ້ງຢູ່ໄກ້ກັບ ປາກເດີ່ນບິນນັ້ນ.
ມາບາດນີ້
ໄດ້ຍິນຂ່າວວ່າ ເກີດມີໂຄງການຈະກໍ່ສ້າງເດີ່ນບິນບ້ານເກິນຄືນໃຫມ່ ໃຫ້ເປັນສູນຝຶກສ້ອມອາວະກາດ ທີ່ເປັນໂຄງການຂອງແຂວງວຽງຈັນ.
ຍ້ອນໂຄງການນີ້ມີຜົນສະທ້ອນ ໃຫ້ແກ່ທີ່ດິນ ແລະ ຊັບສິນຂອງປະຊາຊົນ ແລະ ໂດຍສະເພາະ ຕໍ່ໂຮງຮຽນມູນລະປະຖົມບ້ານໂພນແຮ່ ເຮັດໃຫ້ມີຫາງສຽງເກີດຂຶ້ນ ຂ້າພະເຈົ້າເອງ ຈຶ່ງຮູ້ໄດ້ຂ່າວຄາວບາງຢ່າງຕໍ່ເຫດການເກີດຂຶ້ນ ທີ່ຕິດພັນກັບໂຄງການດັ່ງກ່າວນີ້.
ຂ້າພະເຈົ້າ ເຂົ້າໃຈວ່າ ຄົນລາວເຮົາ ຢາກໃຫ້ປະເທດຊາດບ້ານເມືອງມີການພັດຖະນາ ແຕ່ຄວນເປັນການພັດທະນາແບບຍືນຍົງ ສົມເຫດສົມຜົນ ຕໍ່ຜົນໄດ້ ແລະ ຜົນເສັຍ ປາດສະຈາກການສ້າງຄວາມວຸ້ນວາຍໃນສັງຄົມ ຫລື ຂາດຄວາມເປັນທໍາ.