ຫມັດໄຟ ສາມາດກະຈາຍ ເປັນແສງຕາເວັນໄດ້ ຫາກໃຈເຖິງ! ມີຄົນພ້ອມ.

ຫມັດໄຟ ສາມາດກະຈາຍ ເປັນແສງຕາເວັນໄດ້
ຫາກໃຈເຖິງ! ມີຄົນພ້ອມ.
ຍາມແລງ
ຕາເວັນແດງສ່ອງຟ້າ ຝາກຝັ່ງບົວລະພາ
ສາຍທາລາເປັນສີຄາມ ສ່ອງລົງເປັນເງົາແຈ້ງ
ມີລົມແຮງເຢັນຊ້ອຍ ພັດວອຍໆເມືອງແມ່
ຄິດເຫັນແພລ່ອງນໍ້າ ເວີນວັງກ້ວາງງື່ມເຮົາ
ແທ້ເດ້
ຕາແລນໍາງື່ມຂ້ອຍ ສະອອນຍິ່ງໃນໃຈ
ຄິດເຖິງໃນຄວາມຫລັງ ຜ່ານກາຍມາດົນແລ້ວ
ແຖວແຄມງື່ມຕອນນັ້ນ ເປີດແປນກັນເຖິງຝັ່ງ
ຍັງມີບ່ອນແລ່ນຫລິ້ນ ໄປທຽວຂຶ້ນໄຫລ່ກັນ
ເຈົ້າເອີ້ຍ
ຕອນນັ້ນ
ໂຮງຮຽນລັດຖືກກໍ່ຕັ້ງ ມີຫລາຍບ່ອນປຸກແປງ
ໜຸ່ມນ້ອຍ ຊອກສະແຫວງຫາຮຽນ ສົ່ງເສີມກັນໄປຫນ້າ
ມາບາດນີ້ ໂຮງຮຽນຈະເປັນຮ້າງ ມູນລະປະຖົມໂພນແຮ່
ຈະເຫລືອແຕ່ຊື່ໄວ້ ຫາຍສູນສິ້ນເສື່ອມໄປ
ແທ້ບໍ່?
ມີສຽງຊວນເຊື່ອເວົ້າ ໂຮງຮຽນອ່ອນຈໍານວນຄົນ
ຈະສົນຫຍັງປຸກແປງ ຈ່າຍເງິນໄປໝູນໃຊ້
ເລີຍເປັນໄປຄືແກ້ງ ຖະແຫລງໄປທາງໃຫມ່
ໂຮງຮຽນເລີຍບໍ່ໄດ້ ເງິນຫາຍສິ້ນເສື່ອມສູນ
ສິເປັນບໍ່?
ຄວາມຫວັງຍັງບໍ່ສິ້ນ ແສງຄົງສ່ອງຄືນມາ
ສາຍທາລາສີທອງ ງື່ມເຮົາຜູກພັນໄວ້
ກໍາລັງໃຈລູກຫລານບ້ານ ເຄີຍຮຽນສຶກສາຜ່ານ
ຄົງປະສານສື່ກ້ອງ ຫລາຍຄົນຮູ້ປ່າວກັນ
ເຈົ້າເອີ້ຍ
@ວິມາດອກບົວແກ້ວ