ຕ້ອງໄດ້ແກ້ ປໍພາເສົ້າ ປາພາຕົກຕໍ່າ ຮຽນແຕ່ຮູ້ ທໍາໄດ້ບໍ່ເຖິງ ນັ້ນນ່າ

ຕ້ອງໄດ້ແກ້ ປໍພາເສົ້າ ປາພາຕົກຕໍ່າ ຮຽນແຕ່ຮູ້ ທໍາໄດ້ບໍ່ເຖິງ ນັ້ນນ່າ (ກອນແບບອ່ານປູ່ປາງຄໍາ ກອນເຈັດ) ຄົນເຮົາ ຕອນໜຸ່ມນ້ອຍ ຮຽນອ່ານປໍປາ ຄູພາສອນ ເຫລົ່າຄວາມຫານກ້າ ກ່າວເຖິງ ວິຊາລໍ້າ ດໍາດິນເຫາະເວີ່ນ ເດີນຫ່າງບ້ານ ເຫັນຟ້າຕ່າງແດນ ເຈົ້າເອີ້ຍ ຍາມເມື່ອ ເປັນບ່າວແລ້ວ ຮຽນຕໍ່ໄປສູງ ໄກລຸງອາ ໝູ່ມີຫລາຍຂຶ້ນ ບາງຄົນ ບືນບຸກໜ້າ ປະຕໍາລາເກົ່າ ບາງຄົນ ເອົາແຕ່ຍ້ອງ ຕົວະໄດ້ແບ່ງກິນ ຫລາຍຄົນ ຮຽນຜ່ານແລ້ວ ວຽກໃຫຍ່ມີເຮັດ ສໍາເລັດໄປ ຄ່ອງຄືນາຍເວົ້າ ເຮັດເອົາໜ້າ ຟັງຄວາມເຂົາກ່າວ ໜາວບໍ່ຮ້ອນ ກາຍມື້ຜ່ານວັນ ທໍ່ນັ້ນແລ້ວ ຫລາຍຄົນ ເກີນແກ່ແລ້ວ ຍັງກ່າວປໍປາ ຊອກຫາເຮັດ ອ່ອຍຈາຫວານເວົ້າ ປໍ ພາເສົ້າ ປາ ພາຕົກຕໍ່າ ຍ້ອນວ່າ ຄວາມເກົ່າຢໍ້າ ຄວາມກ້າບໍ່ຢໍາ ນັ້ນແລ້ວ @ວິມາດອກບົວແກ້ວ ຮູບ…