ນໍ້າໃຈ ວັນຊາດ ສອງທັນວາ ໝັ້ນຍືນ!

ນໍ້າໃຈ ວັນຊາດ ສອງທັນວາ ໝັ້ນຍືນ! ປີນີ້ ສອງທັນວາຊ່າກ້ອງ ເປີດສາກແຫ່ງປະຫວັດການ ດົນນານຄົນລໍມາ ຂີ່ລົດໄຟລາວ-ຈີນສ້າງ ການເດີນທາງເໜືອໄຕ້ ຄົງເປັນໄປສະດວກງ່າຍ ຄົນທັງຫລາຍລາວພີ່ນ້ອງ ສະອອນໂອ້ຊື່ນໃຈ ແທ້ແລ້ວ ດຽວນີ້ ເມືອງລາວສົມຊື່ເວົ້າ ດິນແດນໃຫຍ່ໄພສານ ຕໍານານເຄີຍຂານໄຂ ວ່າລາວຈະເລີນກ້າວ ມີຄາວສູນເສັຍບ້ານ ວຽງວັງເຜົາເປັນຖ່ານ ແຕ່ ຕໍານານຍັງກ່າວໄວ້ ລາວສິໂປ້ຮຸ່ງຈະເລີນ ເຈົ້າເອີ້ຍ ຄວາມຫວັງລາວພີ່ນ້ອງ ຢາກມີຢູ່ມີກິນ ແດນດິນລາວມີສຸກ ຢູ່ສະບາຍຫາຍຮ້ອນ ສິດສອນກັນເປັນເຈົ້າ ເອົາຄວາມດີເປັນໃຫຍ່ ທໍາດີມີສ່ວນໄດ້ ຄົນລາວຕຸ້ມຕ່ອມກັນ ເຈົ້າເອີ້ຍ 46ປີລ່ວງກ້າວ ເວລາຜ່ານກາຍມາ ສອງທັນວາເປັນວັນ ປ່າວເຕືອນສະຕິໃຫ້ ໄຊຊະນະຈະເກີດໄດ້ ພະລັງໃຈເປັນໃຫຍ່ ສຸມສະຕິຊ່ວຍໃຫ້ ເມືອງລາວກ້າວຮຸ່ງເຮືອງ ນັ້ນແລ້ວ ນໍ້າໃຈສອງທັນວາ ຈົ່ງແກ່ນໝັ້ນ ຜູກພັນເຜົ່າລາວເຮົາ ເນົາໃນແດນດິນໃດ ເຊື່ອມຈິດໃຈກັນເຂົ້າ ຮັກແພງກັນໂຮມເຕົ້າ ເປັນໃຈດຽວຮຽງຮ່ວມ ຄວາມຮັກແພງເທົ່ານັ້ນ ເປັນທຶນຄໍ້າຄ່າຄູນ ເຈົ້າເອີ້ຍ @ວິມາດອກບົວແກ້ວ