ແຂວງຫລວງນໍ້າທາ

ແຂວງຫລວງນໍ້າທາ ສາຍຍານາມ ຊື່ນໍ້າ ໃນເຂດຖິ່ນ ດິນເໜືອລາວ ຍືນຍົງມາຍາວນານ ຊື່ສຽງດັງໄກກ້ອງ ປະຊາຊົນເຄີຍປົກປ້ອງຕີສັດຕູແຕກຜ່າຍ ບ້ານເມືອງຂະຫຍາຍຕົວຕໍ່ຕັ້ງ ເປັນແຂວງກ້າວພັດທະນາ. ສອງເຂດເມືອງກ້າວໜ້າ ເຂດໃໝ່ເສດທະກິດ ເຂດເກົ່າເປັນເຮືອນຊານຖິ່ນສະຖານເນົາຢັ້ງ. ສັງຄົມອົບອຸ່ນບຸກບືນກ້າວ ການນໍາພາຫັນຫ້າວ ຊາວເມືອງຫລາຍຊົນເຜົ່າ ຮັກແພງກັນຮ່ວມເຂົ້າ ໃນການສ້າງກໍ່ແປງ. ທ່າແຮງມີຫລາຍດ້ານ ທໍາມະຊາດຊື່ນຂຽວງາມ ຕິດຕໍ່ຕາມສາຍພູ ທົ່ງນາອຸດົມກ້ວາງ ມີທາງຫລວງ ຈາກບໍ່ແຕນ ໄປເຖິງແຄ້ວນ ແດນແຫ່ງກໍາພູເຈັຍ ສາຍເອເຊັຍ ໄທ ຫວຽດນາມ ຕໍ່ ຈີນ ຫາກັນໄດ້ ໄປມາທໍາການຄ້າ ຜົນຜະຫລິດນໍາສົ່ງ ຊື້ຂາຍກັນຊ່ວຍຍູ້ ຂະຫຍາຍກ້ວາງຕໍ່ໄປ ມີລົດໄຟໄວລາວຈີນເຂົ້າ ໄປມາເມືອງຫລວງໃຫຍ່ ຮອດຂຸນໝິງເຊື່ອມເຂົ້າ ໄປມາໄດ້ວ່ອງໄວ ແຖມຍັງມີສະຫນາມບິນໃຫມ່ພ້ອມ ນໍາຄົນເຂົ້າ ທ່ຽວຊົມ. ທ່ອງທ່ຽວຂຽວຊື່ກ້ອງ ມີຫລາຍແຫລ່ງ ແດນສະຫງວນ. ຫລວງນໍ້າທາ ຂໍເຊີນຊວນພີ້ນ້ອງ ທັງເພື່ອນມິດແດນໄກ ມາເດີ້ ຊາວຫລວງນໍ້າທາ ພູມໃຈຕ້ອນຮບ ວ່າບໍ່ຜິດຫວັງແທ້.   Gefällt…