ເໝືອນກັບວ່າບິນໄດ້

ເໝືອນກັບວ່າບິນໄດ້
😊
ໄກເວີ່ນຟ້າ ຄືດັ່ງອິນຊີ
ຕີປີກພຶງ ຜ່ານເວຫາກ້ວາງ
ຕາມລວງເຝື້ອ ຂາວງາມລອຍລ່ອງ
ແສງສ່ອງແຈ້ງ ລົງພື້ນແກ່ວໄກ
ແທ້ແລ້ວ
ນິທານ
ເຄີຍກ່າວໄວ້ ໃນເມື່ອຄາວຫລັງ
ສັງສິນໄຊສີໂຫ ລ່ວງບິນບົນຟ້າ
ນໍາຫາເຈົ້າ ອາແພງຮັກໄຄ່
ຍ້ອນວ່າ ຍັກໃຫຍ່ເຖົ້າ ປອງໄດ້ຫລັກໜີ
ເຈົ້າເອີ້ຍ
ຄຶດວ່າ ຫາກໃຜ
ບີນເວີ່ນໄດ້ ຄົງ ຊອກຢູ່ຕາມໃຈ
ໃສມີກິນ ເວີ່ນໄປຈົນໄດ້
ໃຜຈະຫ້າມ ຂວາງທາງຕາມຊ່າງ
ຈະຜ່າມ້າງ ບິນຂຶ້ນດ່ວນໜີ
ແທ້ແລ້ວ
ຢາກເດ້
ຢາກເກັ່ງກ້າ ຄືປູ່ປາງຄໍາ
ບິນນໍາຫາ ບ່າວສິນໄຊກ້າ
ເອົາອາພ້ອມ ກັບວຽງຄືນຕ່າວ
ເສກເປົ່າໃຫ້ ໂຄວິດຮ້າຍຜ່າຍໜີ
ເຈົ້າເອີ້ຍ
@ວິມາດອກບົວແກ້ວ