ຈາກບາງຄວາມເຫັນໃນມື້ນັ້ນ ກໍເດືອນນຶ່ງແລ້ວ

ຈາກບາງຄວາມເຫັນໃນມື້ນັ້ນ ກໍເດືອນນຶ່ງແລ້ວ
ມາເຖິງມື້ນີ້ ລັດຖະບານຈຶ່ງກໍານົດການເປີດປະເທດຕ້ອນຮັບນັກທ່ອງທ່ຽວ ທີ່ຈະເລີ້ມໃນ ວັນທີ່ 01. ມັງກອນ 2022 ເປັນຕົ້ນໄປ.
ເປັນການລິເລີ້ມທົດລອງ ທີ່ຈະເປັນການກະຕຸ້ນຢ່າງແຮງ ຕໍ່ການທ່ອງທ່ຽວລາວ ໃຫ້ມີການເຫນັງຕີງຂຶ້ນ ຊຸກຫຍູ້ ເສດຖະກິດ ໃຫ້ສາມາດຄ່ອຍຟື້ນຕົວຄືນໃຫມ່ ຈະເຮັດໃຫ້ປະຊາຊົນມີລາຍໄດ້ ແຕ່ ການເປີດປະເທດ ຕ້ອງໄດ້ມີການປະຕິບັດມາດຕາການປ້ອງກັນການຕິດເຊື້ອ ສືບຕໍ່ໄປ ດ້ວຍຄວາມຮັບຜິດຊອບສູງ ຂອງທຸກຝ່າຍ ທັງຜູ້ໃຫ້ການບໍລິການ ແລະ ຜູ້ທ່ອງທ່ຽວ ກໍຄື ທຸກຄົນໃນສັງຄົມ.
ຂໍໃຫ້ ການເປີດປະເທດຈົ່ງຖືກດໍາເນີນຂຶ້ນ ດ້ວຍຜົນສໍາເຫລັດອັນດີ ຮັບປະກັນ ເປັນກ້າວໆໄປ.