ບັນຫາໜັກ ຝົນຕົກ ຍັງຮູ້ເອື້ອນ ກົບກິນເດືອນຍັງຮູ້ອີ້ມ

ບັນຫາໜັກ ຝົນຕົກ ຍັງຮູ້ເອື້ອນ ກົບກິນເດືອນຍັງຮູ້ອີ້ມ ບາດວ່າ ໂຄວິດເຂົ້າ ບໍ່ມີມື້ອ່ອນລົງ ແທ້ເດ້ ເຈົ້າຫ່າງຂ້ອຍ ຂ້ອຍຫ່າງເຮືອນຊານ ວົງວານໄກ ໝູ່ໄປໜີໜ້າ ພາກັນຢ້ານ ໄປມາໂຕຊັ່ນ ໂຄວິດ ມັນໄຫລ່ກົ້ນ ເກາະຫ້ອຍຕ່ອຍຕາມ ແທ້ບໍ່? ເມືອງຫ່າງບ້ານ ຄົນຫ່າງການງານ ສະພາບການ ເຄັ່ງໄປເລັງໜ້າ ອາວອາປ້າ ໄກກັນຄົນບ່ອນ ລູກຫລານ ນອນຕ່າງບ້ານ ກັນເຊື້ອແຜ່ລາມ ໄຄແຕ່ໄດ້ ໂທທ່ອງຖາມກັນ ພົວພັນຂຽນ ຕໍ່ຄວາມໃນເຟສ ມີເຫດຮ້າຍ ໄຂຄວາມບອກປ່າວ ສະເພາະກິດຂ່າວແຈ້ງ ເຕັກໜ້າບໍ່ລົງ ເປີດ ເອື້ອນຫລືບໍ່ເອື້ອນ ເປັນສິ່ງຕັດສິນ ກິນຫລືອົດ ບໍ່ກົວຫລືຢ້ານ ເມືອງເເລະບ້ານ ໄຂຄືນຕິດຕໍ່ ເປີດຫລືບໍ່ນັ້ນ ໜັກໄດ້ສູ່ທາງ ນັ້ນແລ້ວ ການນໍາ ຫາປ່ອງແກ້ ຫັວງເລັ່ງເສດທະກິດ ແພດໝໍຄິດ ຊ່ວຍຊູປົກປ້ອງ ທັງສອງກ້າ ໄຂເມືອງເປີດດ່ານ ມີແຕ່ຢ້ານ ປະຊາເຊື້ອບໍ່ອຸ່ນໃຈ ແທ້ແລ້ວ…