ເນື່ອງໃນໂອກາດ ວັນຄູແຫ່ງຊາດ 7 ຕຸລາ. ຢາກໃຫ້ ປະຊາຊົນ ຄົນລາວ ທຸກຄົນ ຮັ່ງ

ເນື່ອງໃນໂອກາດ ວັນຄູແຫ່ງຊາດ 7 ຕຸລາ.
♥️ຢາກໃຫ້ ປະຊາຊົນ ຄົນລາວ ທຸກຄົນ ຮັ່ງ.♥️
🙏🙏🙏 zum laotischen Lehrertag 7.10.
ມີການຮຽນວັນນັ້ນ ຄູສອນສັ່ງປວງຊົນ
ຄົນລາວປັນຍາຊົນ ຈຶ່ງເກີດມີວັນນີ້
ຄູສອນດີຄຸນຫລົ້ນ ເປີດຕາຄົນລາວໃໝ່
ຂາດຄູ ປວງຊົນຄົງແຕ່ໄດ້ ກາຍເປັນຂ້ອຍອື່ນເຂົາ ແທ້ແລ້ວ
ມື້ນີ້
ຂໍຊວນເຊີນປ່າວຮ້ອງ ຂານສົ່ງພອນໃຊ
ຄູຄື ແມ່ພິມໃນດວງໃຈ ຈົ່ງເຂັ້ມແຂງແຮງກ້າ
ວັນຄູ ເຈັດຕຸລາມາເຖິງແລ້ວ ເຕືອນສະຕິຄິດຮໍ່າ
ມີແຕ່ ການສຶກສາຊ່ວຍຄໍ້າ ນໍາພາບ້ານຈຶ່ງຈະເລີນ ແທ້ນ່າ
ຢາກໃຫ້
ລາວເຮົາຫລຸດຜ່ານພົ້ນ ເຫີນຫ່າງໄກຄວາມຈົນ
ຫລາຍຍຸກດົນນານມາ ຊື່ລາວຄອງຄວາມດ້ອຍ
ຕີຖອຍຄວາມນ້ອຍຫນ້າ ເປັນພາລະຄົນລາວໃໝ່
ຄູອາຈານສອນສັ່ງໃຫ້ ພາກັນຫ້າວຮໍ່າຮຽນ ເຈົ້າເອີ້ຍ
ຢາກໃຫ້
ປວງຊົນລາວຮັ່ງແທ້ ປັນຍາເກັ່ງເຕັມປູມ
ພູມຄັງຄວາມແນວຄິດ ເກັ່ງສະແຫວງຮຽນຮູ້
ມີຄູອາຈານກ້າ ວິຊາການສອນເກັ່ງ
ເລັງຫາການກໍ່ສ້າງ ລາວເປັນເຈົ້າຊ່ວຍກັນ ນັ້ນແລ້ວ
ຢາກໃຫ້
ການສຶກສາເລັ່ງກ້າວ ການນໍາຫ່ວງເຫັນໄກ
ຕັດສິນໃຈຖືກທາງ ເບິ່ງແນມໄປເຫັນກວ້າງ
ລວງແລວເດີນໄປໜ້າ ເບັດຫາທາງຖືກປ່ອງ
ປັບປຸງດີຄ່ອງແຄ້ວ ລືມໄລຖິ້ມສິ່ງເດີມ ແດ່ທ້ອນ
ຄວາມຮັ່ງຮຽມກ່າວນີ້ ຄືຄວາມຮັ່ງ”ປັນຍາ“ ເຈົ້າເອີ້ຍ
ພັດທະນາແນວຄິດ ສົ່ງເສີມຄົນເຍົານ້ອຍ
ຕີຖອຍຄວາມໂງ່ຈ້າ ບຸກເບີກຫາແນວໃໝ່
ຫາທາງປົດປ່ອຍໃຫ້ ຄົນລາວພົ້ນຫ່າງຈົນ ແດ່ເຖີ້ນ
@ວິມາດອກບົວແກ້ວ