ທົດລອງ ຕົ້ມເຝີ ຕາມສູດ ຂອງຮ້ານ ແມ່ຂອງ.

ທົດລອງ ຕົ້ມເຝີ ຕາມສູດ ຂອງຮ້ານ ແມ່ຂອງ.
😊💪😘
Die Laotische Reisnudelsuppe hat den Name „Phoe“. So ähnlich gibt es auch thailändische , vietnamesische Suppe bzw. japanische Rahmen.
In Düsseldorf gibt es ein Lao-Thai Restaurant Mekong und bietet solche leckere Suppe.
Hier ist mein Versuch mit dem Mekong-Rezept nach zu kochen.😊
ໃນເວລາໄປທ່ຽວທີ່ເມືອງ ດູແຊນດອບ ໄດ້ໄປກິນອາຫານຢູ່ຮ້ານ Mekong ໄດ້ກິນເຝີ ທີ່ເຈົ້າຂອງຮ້ານເພິ່ນໄດ້ເຮັດໃຫ້ກິນເປັນພິເສດ.
ເຝີໃສ່ລູກຊີ້ນເຮັດເອງ ໃສ່ຊີ້ນງົວຊອຍບາງໆ ຫລວກໃສ່. ນອກນັ້ນກໍມີ ຜັກງອກ ຜັກບົວລະພາ ຜັກຫອມ ຜັກສະລັດ ຜັກບົ່ວ ໝາກເພັດ ແກ້ມໃສ່ກັບກະປິ.
ຣົດແຊບຫລາຍຈົນ ຕົນເອງ ເມັຍ ແລະ ລູກຊາຍ ຕິດໃຈແຮງ ເພາະຜ່ານມາບໍ່ເຄີຍໄດ້ກິນເຝີແຊບເຊັ່ນນີ້ຈັເທື່ອ.
ຂອບໃຈ ເຈົ້າຂອງຮ້ານແມ່ຂອງເພິ່ນ ພ້ອມຄອບຄົວ ເວົ້ານົວຫົວມ່ວນຮັບຕ້ອນໃຫ້ຄວາມສະນິດສະຫນົມອົບອຸ່ນ ປານໄດ້ຮູ້ຈັກຮັກແພງກັນມາໄດ້ຫລາຍສິບປີແລ້ວ. ເພິ່ນກໍາເນີດຈາກບ້ານບຶງຄະຫຍອງ ວຽງຈັນ ພ້ອມຄອບຄົວ ໄດ້ເປີດຮ້ານ ອາຫານ ລາວ-ໄທ ຊື່ຮ້ານ Mekong ມາໄດ້ຫລາຍກ່ວາສາມສິບປີແລ້ວ. ຮ້ານສະອາດງາມຕາ ໂອ້ໂຖງດີ ແບບ ລາວໄທ. ແຂກຄົນ ນິຍົມຫລາຍເຕັມຮ້ານ.
ກ່ອນຈະກັບອອກຈາກຮ້ານ ເພິ່ນ ໄດ້ແນະນໍາສູດພິເສດໃນການເຮັດເຝີໃຫ້ຮູ້ນໍາ ກໍເລີຍມາທົດລອງເບິ່ງໃນມື້ນີ້.
ຜູ້ໃດ ໄດ້ໄປ ດູແຊນດອບ ຢ່າລືມຢ່າພາດ ຖາມຫາ ຮ້ານ Mekong ລັບລອງວ່າບໍ່ຜິດຫວັງແນ່ນອນ.
ໄດ້ຕົ້ມເຝີ້ ຈຶ່ງໄດ້ເອົາໃຈໃສ່ ຕໍ່ ເຄື່ອງຂອງຕ່າງໆທີ່ນໍາມາປຸງແຕ່ງ ທີ່ເຫັນໄດ້ວ່າ ຫລາຍອັນແມ່ນເຢັຍລະມັນຕ້ອງໄດ້ນໍາເຂົ້າ ເພາະບໍ່ສາມາດປູກເອງໄດ້ ຄືຕົວຢ່າງດັ່ງນີ້
ຂີງ ມາຈາກ ເປຣູ ຈີນ ອາວສະຣາລຽນ
ຜັກບົ່ວ ຜັກແຊນເລິລີ ໝາກເດັ່ນ ຈາກສະເປນ
ຜັກບົວລະພາ ຫມາກເຜັດ ຈາກໄທ
ຖົ່ວງອກ ຈາກ ຮ້ານອາຊີໃນເຢັຍລະມັນ
ຫນໍ່ໄມ້ ຈາກ ໄທ ວຽດນາມ ຈີນ
ໝາກໜາວ ຈາກວຽດນາມ
ມີ່ ແລະ ເສັ້ນເຝີ ຈາກ ໄທ ຈີນ ວຽດນາມ
ຊີ້ນງົວ ຈາກ ເຢັຍລະມັນ ບະເຣຊີນ ສະເປນ
ເຄື່ອງປຸງ ຕ່າງໆ ຈາກເຢຍລະມັນ ອີຕາລີ
ມີແຕ່ ຫອມຫໍ້ ແລະ ຜັກແຜວ ທີ່ປູກເອງ ປູກຫມາກເດັ່ນແມ່ນຜ່ານລະດູການແລ້ວ.
ເຫັນໄດ້ວ່າ ການແຕ່ງອາຫານໃດກໍຕາມ ໃນເຢັຍລະມັນ ກໍຄືໃນບັນດາປະເທດໃນຢູໂຣບ ລ້ວນແລ້ວແຕ່ປະກອບດ້ວຍ ແຕ່ສິ່ງທີ່ຖືກນໍາເຂົ້າທັງນັ້ນ.
ຖືວ່າ ເຖິງບໍ່ຖືກແທ້ຕາມສູດ ຂາດລູກຊີ້ນ ແລະ ຕ່າງໆ ກໍແຊບ ແຕ່ຕ້ອງຫາເວລາ ໄປ ດູແຊນດອບອີກຄັ້ງ.
ສໍານຶກ ໃນຄວາມນົວ ແມ່ນຍັງຂາດ ໃບຊາ ເທົ່ານັ້ນເອງ.