ບ່າວລາວ-ສາວຈີນ – ລົດໄຟ ລາວ-ຈີນ

ບ່າວລາວ-ສາວຈີນ – ລົດໄຟ ລາວ-ຈີນ
ຢ່າໃຫ້ຜິດການເມືອງ ຢ່າໃຫ້ເຄືອງຫູຄົນ
(ແບບກອນອ່ານປູ່ປາງຄໍາ ກອນສິບ)
Lao China Schnellbahn
😊
 
ອ້າຍນີ້ ຢາກເດີນທາງຄູ່ນ້ອງ ຮຽງຕັ່ງລົດໄຟລາວ
ເຖິງຄາວລາວຈີນມີ ທ່າແຮງຈະເລີນກ້າວ
ອອກລາວເຖິງຈີນພຸ້ນ ຂຸນໝິງແດນດິນໃຫຍ່
ໄປມາໄວຍິ່ງລໍ້າ ສໍາພັນເຂົ້າເຊື່ອມກັນ ແທ້ແລ້ວ
 
ດຽວນີ້ ລາວຈີນຮັກຫໍ່ຕຸ້ມ ສືບຕໍ່ໄມຕີຈິດ
ເປັນມິດຮັກແພງກັນ ຕໍ່ຕາມສາຍໃໝກ້ຽວ
ທຽວທາງດຽວໝາຍໝັ້ນ ໃຈຕົງກັນເປັນຄູ່
ບ່າວລາວ-ສາວຈີນ ຮັກຊ່ວຍສູ້ ສໍາພັນກ້ຽວຮ່ວມທາງ
ນັ້ນແລ້ວ
 
ອ້າຍນີ້ ຢາກຈະຮຽນຮໍ່າເວົ້າ ປາກເກັ່ງພາສາຈີນ
ສຶກສາດິນແດນໄກ ໃສ່ໃຈດິນແດນນ້ອງ
ຢາກນໍາປອງເມືອເວົ້າ ຈາດອມກັບພໍ່ແມ່
ຢາກເມືອແລລໍ່າຢ້ຽມ ດິນນາກ້ວາງທົ່ງງາມ ນ້ອງເດ້
 
ໄດ້ຍິນຄົນຊ່າເວົ້າ ດິນໄຮ່ນ້ອງເຕັມກວນຢາ
ຄົນພາກັນລືຊາ ທົ່ງນານ້ອງເຕັມກົກຫວ້ານ
ໃຜມາພານຊອກເລື້ອງ ເຄືອງຫູຕາເປັນຫລ່ອຍ
ຕິດໝາກຕອຍດ່າວດີ້ນ ຕາຍເສັຍຖິ້ມບໍ່ຍັງ ວານ່າ
 
ອັນວ່າ ໃຈປະສົງຕໍ່ນ້ອງ ຄົນຊ່າກໍຕາມເຂົາ
ອ້າຍນີ້ ຫວັງເອົາໄມຕີຈິດ ຮ່ວມທິດທຽວເສີມສ້າງ
ຕາມທາງລົດໄຟກ້ຽວ ແລວດຽວຈີນ-ລາວຜ່ານ
ບ່າວລາວ-ສາວຈີນ ຂານກ່ອມກ້ຽວ ເປັນດຽວໝັ້ນບໍ່ມາຍ
ເເທ້ແລ້ວ
 
@ວິມາດອກບົວແກ້ວ
ຂອບໃຈຮູບພາບຈາກເພື່ອນເຟສ