ຊວນຄຶດ ບໍ່ຮູ້ໃຫ້ຖາມ ບໍ່ງາມໃຫ້ແຕ່ງ ນໍາທັນຄົນກັ່ນແກ້ງ ໃຫ້ເປັນເຈົ້າເພິ່ງຕົນ ເຈົ້າເອີ້ຍ.

ຊວນຄຶດ🤔
ບໍ່ຮູ້ໃຫ້ຖາມ ບໍ່ງາມໃຫ້ແຕ່ງ
ນໍາທັນຄົນກັ່ນແກ້ງ ໃຫ້ເປັນເຈົ້າເພິ່ງຕົນ ເຈົ້າເອີ້ຍ.
👌
ຄຶດວ່າ
ເຮືອຮອດຝັ່ງແລ້ວ ເອົາຕີນຢັ່ງລົງດິນ
ມືທາວຈັບ ຈ່ອງດຶງເຄືອໄມ້
ຕາແລຈ້ອງ ແນມທາງຕາມຝັ່ງ
ໜາມໜໍ່ຕັ່ງ ທາງຂຶ້ນຕໍ່ຕັນ ແທ້ເດ້
ຄຶດວ່າ ເພິ່ນພາ
ປູກປ່າໄມ້ ລໍາສູງໃຫຍ່ໃບດົກ
ກົກມັນແຂງ ໜໍ່ແໜງເຕັມຕົ້ນ
ສັນໃດ ລົມມາຕ້ອງ ຫັກລົງໝົດງ່າ
ໝາກບໍ່ໄດ້ ເສັຍຕົ້ນໃຫຍ່ລໍາ ສິເປັນບໍ່?
ຄຶດວ່າ
ລົດແລ່ນຫຍ້າຍ ໄປຖືກປ່ອງທາງເດີນ
ຄົນພາຂັບ ເຊື່ອຈົງໃຈໄດ້
ໄກໄປໜ້າ ທາງຕັນປິດດ່ານ
ກັບບໍ່ໄດ້ ເສັຍທ້ຽວຮ່ວມທາງ ອຸກອັ່ງເດ້
ທຸກຄົນ
ຄວນຕໍ່ຕັ້ງ ອາໃສເພິ່ງຕົນເອງ
ຟັງຄວາມຄົນ ຮິ່ນຕອງຖາມຮູ້
ຍ້ອນວ່າ ຄົນວິຊາປູ້ ພາເຮົາຕົກຕໍ່າ
ທຸກແມ່ນເຈົ້າແມ່ນຂ້ອຍ ຄວນຮູ້ໃສ່ໃຈ ເຈົ້າເອີ້ຍ
ຫາກບໍ່ຮູ້
ຄວນຕໍ່ຕັ້ງ ຟັງຄວາມເພິ່ນຫລາຍຄົນ
ມີຄວາມຄິດ ຕ່າງກັນຄວນຄົ້ນ
ຫລາຍຄວາມຮູ້ ນໍາມາຄິດຮໍ່າ
ຄົງຊ່ວຍຄໍ້າ ກັນຮ້າຍຊ່ວຍດີ ແທ້ແລ້ວ
@ວິມາດອກບົວແກ້ວ