ໄດ້ອ່ານຂ່າວກໍມີຄວາມສົນໃຈຢູ່ວ່າອາດຈະແມ່ນມາດຕາການນຶ່ງໃນວາລະແຫ່ງຊາດຢາກແກ້ໄຂບັນຫາເສດທະກິດ.

ໄດ້ອ່ານຂ່າວກໍມີຄວາມສົນໃຈຢູ່ວ່າອາດຈະແມ່ນມາດຕາການນຶ່ງໃນວາລະແຫ່ງຊາດຢາກແກ້ໄຂບັນຫາເສດທະກິດ. ການບໍລິການຕະກຸນເງິນດິຈິຕອນໃນເຄືອຄ່າຍບະລອກເຍ້ງແມ່ມີການດໍາເນີນໄປຢ່າງກ້ວາງຂວາງໃນປະຈຸບັນ ແລະ ມີຫລາຍຮູບແບບ ທີ່ທຸກຄົນທີ່ມີເງື່ອນໄຂແລະມີຄວາມສາມາດນໍາໃຊ້ອິນເຕິແນດສາມາດເຂົ້າຊື້ໃນເເວດໄຊທີ່ໃຫ້ການບໍລິກາໄດ້. ເຕັກໂນໂລຊີບະລອກເຍ້ງໄດ້ກາຍເປັນພື້ນຖານໃຫ້ແກ່ການທໍາທຸລະກິດໃນການຊື້ ແລະ ຂາຍແລກປ່ຽນເງິນດີຈິຕອນ ທີ່ໃນເບື້ອງຕົ້ນ ແມ່ນ ບິດຄອຍທີ່ເປັນຕະກຸນເງິນດິຈິຕອນທໍາອິດ ຈາກນັ້ນກໍມີຫລາຍຕະກຸນເງິນດິຈິຕອນເກີດຂຶ້ນ ແລະ ເກີດມີຫລາຍຜູ້ບໍລິການສ້າງປະລັດຟອມທໍາທຸລະກິດເງິນດິຈິຕອນນັບມື້ນັບຫລາຍຂຶ້ນ. ທຸກຄົນທີ່ມີອິນເຕີເນັດສາມາດພົວພັນທາງເຄືອຄ່າຍກໍສາມາເຂົ້າໄປເວັບໃຊ
ຍ້ອນຕົນເອງບໍ່ຮູ້ໄດ້ເຖິງຈຸດປະສົງຕົນຕໍຂອງລັດຕໍ່ການອານຸມັດໃຫ້ທະນາຄານເຮັດທຸລະກິດກັບບິດຄອຍຊຶ່ງຫມາຍຄວາມວ່າໃຫ້ທະນະຄານໃຊ້ທຶນຫລືລົງທຶນຊື່ບິດຄອຍນັ້ນເອງ ຈະຢູ່ໃນຈໍານວນເທົ່າໃດ ແລະ ກໍຫມາຍຄວາມວ່າ ຕ້ອງໃຊ້ເງິນຕາຕ່າງປະເທດເຊັ່ນເງິນໂດລາຊື້ທີ່ເຂົາຮັບຮູ້.
cryptocurrency ແມ່ນຫຍັງ?
Cryptocurrencies (cryptos) ແມ່ນສະກຸນເງິນ virtual ທີ່ໂດຍປົກກະຕິໃຊ້ເຄືອຂ່າຍແບ່ງຂັ້ນຄຸ້ມຄອງເພື່ອດໍາເນີນທຸລະກໍາດ້ານການເງິນທີ່ປອດໄພ. ແພລະຕະຟອມການຄ້າຂອງ Plus500 ອະນຸຍາດໃຫ້ເຈົ້າສາມາດຊື້ຂາຍ crypto CFDs ເຊັ່ນ Bitcoin, Ripple XRP, Ethereum ແລະອື່ນ more ໂດຍການຄາດເດົາການເຄື່ອນໄຫວລາຄາຂອງເຂົາເຈົ້າໂດຍບໍ່ມີເຈົ້າຂອງເປັນເຈົ້າຂອງ.
ຖືວ່າເປັນບັນຫານຶ່ງທີ່ສໍາຄັນຂອງຊາດ. ຫລາຍທ່ານອາດຈະມີຄໍາເຫັນເຊັ່ນດຽວກັບທ່ານນາຍົກ ແລະ ຕັ້ງຄໍາຖາມຂຶ້ນອີກວ່າ ປະເທດເຮົາໃຫ້ເຂົາຂຸດຄົ້ນຫລາຍບໍ່ແຮ່ມາຕັ້ງຫລາຍປີແລ້ວ ກໍເຊັ່ນດຽວກັນກັບການສ້າງເຂື່ອນຈະຮອດຮ້ອຍແລ້ວເປັນຫຍັງປະເທດຊາດກໍຄືປະຊາຊົນລາວເຮົາຍັງບໍ່ພົ້ນທຸກ? ໃນຜ່ານມາອົງການຈັດຕັ້ງສາກົນໄດ້ຕີລາລາມາດຖານຈະໃຫ້ລາວພົ້ນອອກຈາກຄວາມທຸກຫຍາກ ກໍແມ່ນບັນຫາເສດທະກິດທີ່ເອື່ອຍອີງໃສ່ການຂຸດຄົ້ນແຮ່ທາດນີ້ເປັນບັນຫານຶ່ງທີ່ເຂົາເຈົ້າເປັນຫ່ວງນໍາ.
ຄົນລາວເຮົາຜູ້ຮູ້ເຫດການຄືນ້ອງສຸລັດຂຽນອອກນີ້ກໍຄົງມີຄວາມເປັນຫ່ວງນໍາ ຖ້າຊັບສິນຂອງຊາດຫມົດໄປແລ້ວໂດຍທີ່ຜົນ່ໄດ້ຮັບບໍ່ສົມເຫດສົມຜົນ ບໍ່ມີການກໍ່ສ້າງຄົນຕົນເອງໃຫ້ເປັນເຈົ້າການຊ່ຽວຊານປອດໃສ ແລ້ວທ່າແຮງຂອງຕົນເອງໃນຕໍ່ຫນ້າ ກໍຄືປະເທດຊາດຈະມີທ່າກ້າວຄືໄດ້ດີຄືແນວໃດ? ທ່ານນາຍົກຄົງສາມາດຮູ້ໄດ້ແລ້ວວ່າຈຸດຄົງຄ້າງມັນຢູ່ບ່ອນໃດແລະ ຈໍາເປັນບໍ່ທີ່ຈະຕ້ອງຂຸດຄົ້ນໃຫມ່ຕໍ່ໆໄປໃນເມື່ອຄວາມສາມາດຂອງຕົນເອງຍັງບໍ່ທັນພຽງພໍ ແລະຫວັງວ່າລັດທະບານຊຸດນີ້ຄົງຫາທາງແກ້ໄຂບັນຫາໄດ້ຢ່າງສົມເຫດສົມຜົນ ເພື່ອອານາຄົດຂອງຊາດລາວປະຊາຊົນລາວໃນຕໍ່ຫນ້າ.
ຄວາມສາມາດທາງດ້ານ
– ເຕັກນິກ ເຄືອຄ່າຍ ຊອບແວ ເເວບໄຊ ແອບ
– ວິຊາການ ນັກຮຽນຮູ້ ການຄຸ້ມຄອງ ການບໍລິການ ຊື້ຂາຍ ແລກປ່ຽນ ຕິດຕາມຜົນ ແລະອື່ນໆ
ສ່ວນຫລາຍພວກເຮົາຈະໄດ້ຟັງການໂຄສະນາກ່ຽວກັບທຸລະກິດເງິນດິຈິຕອນວ່າເປັນໂອກາດ ມີຄົນລໍ້າລວຍໃນການລົງທຶນຊື້ຂາຍຕ່າງໆ ຕົວຢ່າງບິດຄອຍທີ່ເກີດຂຶ້ນທໍາອິດບົນພື້ນຖານເຄືອຄ່າຍບະລອກເຈ້ງແບບກະຈາຍບໍ່ມີສູນກາງຄວບຄຸມ ເປັນຕົ້ນໃນການໂອນເງິນ ແຕກຕ່າງຈາກສິ່ງທີ່ພວກເຮົາຮູ້ກັນໃນລະບົບທະນະຄານທີ່ມີມາເຖິງປະຈຸບັນ.
ຕໍ່ມາກໍມີເງິນດິຈິຕອນຫລາຍຕະກຸນໄດ້ເກີດຂຶ້ນ ທີທຸກຄົນ ກໍຄືຫົວຫນ່ວຍທຸລະກິດຕ່າງໆ ໃນທົ່ວໂລກສາມາດຊື້ໄດ້ ໂດຍສ່ວນໃຫຍ່ແມ່ນຜ່ານການບໍລິການ ທາງດ້ານປະລັດຟອມ ຫລື ເປັນຕົວແທນ ທີ່ເກີດມີຂຶ້ນໃນລະບົບເຄືອຄ່າຍເປັນຈໍານວນຫລວງຫລາຍ.
ເວົ້າລວມການທໍາທຸລະກິດເງິນດິຈິຕອນກໍ່ມີຄວາມສ່ຽງສູງ ໄດ້ເສັຍ ມີກໍາໄລຂາດທຶນ ເຫມືອນກັນກັບການທໍາທຸລະກິດຕ່າງໆ ເຊັ່ນ ແບບຫລັກຊັບ
ຖ້າຄວາມສາມາດທາງດ້ານວິຊາການບໍ່ເກັ່ງພາໃຫ້ເສັຍປຽບໃຫ້ຄົນອື່ນໄດ້ໃນລະບົບທີ່ເປີດກ້ວາງໃນທົ່ວໂລກ.
ໂດຍສະເພາະຄວາມສໍາຄັນອີກອັນນຶ່ງ ແມ່ນຄວາມປອດໄພໃນການປ້ອງກັນການບໍລິການຢູ່ໃນລະບົບເຄືອຄ່າຍຕ້ານການຫລັກລອບຂໍ້ມູນຕ້ານການແຊກຊຶມລະບົບສ້າງຜົນເສັຍຫາຍ ດັ່ງພວກເຮົາໄດ້ຮູ້ຈັກໃນຜ່ານມາ.
ການທໍາທຸລະກິດທາງດ້ານເງິນຕາດິຈິຕອນ ເຖິງຈະມີການເຕີບໂຕຂຶ້ນ ແຕ່ບໍ່ຫມາຍຄວາມວ່າ ລັດທະບານຂອງຫລາຍປະເທດໃນໂລກ ໄດ້ອານຸຍາດຢ່າງເປັນທາງການໃຫ້ມີການເຮັດທຸລະກິດໃນດ້ານນີ້ ເປັນຕົ້ນໃນເຢັຍລະມັນ ຖືວ່າເປັນທລະກິດນຶ່ງບໍ່ຜິດກົດຫມາຍ ການທໍາທຸລະກິດໃນດ້ານນີ້ແມ່ນຕົກຢູ່ໃນຄວາມຮັບຜິດຊອບໄດ້ເສັຍຂອງພາກສ່ວນທຸລະກິດເອກະຊົນເອງ ໂດຍລັດມີກົດຫມາຍຈໍານວນນຶ່ງຄວບຄຸມ ແລະກວດກາ ຕ້ານການຟອກເງິນ ຕ້ານອາຊະຍາກອນການເງິນ ແລະ ອີກດ້ານນຶ່ງການທໍາທຸລະກິດເງິນຕາດິຈິຕອນນີ້ ເປັນການສ້າງຄວາມສູນເສັຍລາຍໄດ້ໃຫ້ທະນາຄານທາງຂາດການບໍລິການ ຫລື ຂາດລາຍໄດ້ພາສີໃຫ້ລັດ. ດັ່ງນັ້ນ ລັດຍັງຄົ້ນຄ້ວາວິໃຈຮູບແບບທຸລະກິດນີ້ ແລະ ກໍານົດທາງດ້ານກົດຫມາຍໃຫ້ຮັດກຸມຕໍ່ໄປ
ຖ້າເວົ້າເຖິງການອານຸຍາດຂອງລັດ